ມະຕິ​ເລກ​ທີ 57: ກຸນແຈເພື່ອຊ່ວຍໃຫ້ ຫວຽດນາມ ​ພັດທະນາ​ຢ່າງ​ກະໂດດຂັ້ນ

08:08 | 21/02/2025

ຍສໝ - ວັນ​ທີ 22 ທັນ​ວາ 2024, ກົມການ​ເມືອງ​ໄດ້​ອອກ​ມະຕິ​ເລກທີ 57 ກ່ຽວກັບການບຸກທະລຸດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ. ​ເປັນ​ຄັ້ງ​ທຳ​ອິດ, ບັນດາຂົງເຂດເຫຼົ່າ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ໃນ​ຖານະ “​ບາດກ້າວ​ບຸກທະລຸ​ສຳຄັນແຖງໜ້າ”, ​ເປັນ​ກຳລັງ​ແຮງ​ຕົ້ນຕໍ​ໃນ​ການ​ພັດທະນາ​ກຳລັງ​ຜະລິດ​ທີ່​ທັນ​ສະ​ໄໝ, ການ​ພົວພັນ​ດ້ານ​ການ​ຜະລິດ​ທີ່​ສົມບູນ​ແບບ, ປ່ຽນແປງໃໝ່ແບບ​ວິທີ​ການ​ປົກຄອງ​ປະ​ເທດ​ຊາດ, ພັດທະນາ​ເສດຖະກິດ - ສັງຄົມ, ປ້ອງ​ກັນ​ຄວາມ​ສ່ຽງ​ທີ່​ຈະ​ຕົກ​ຕ່ຳຖອຍຫຼັງ, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ການ​ພັດທະນາ ​ແລະ ວັດທະນາ​ຖາວອນ​ໃນ​ສັງກາດໃໝ່.

ກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບ ທີ່ສຳນັກງານ ສປຊ ຢ້ຽມຢາມກອງຊ່າງແສງ ເລກ 3 ຂອງຫວຽດນາມ
ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ມະຕິ​ເລກທີ 57 ​ໄດ້​ວາງ​ອອກ​ເປົ້າໝາຍຮອດ​ປີ 2030, ຫວຽດນາມ ຈະສະຫງວນ 2% GDP ​ເຂົ້າ​ໃນ​ການ​ຄົ້ນຄວ້າ ​ແລະ ພັດທະນາ (R&D); ຢ່າງໜ້ອຍ 3% ຂອງ​ລາຍ​ຈ່າຍ​ງົບປະມານ​ທັງ​ໝົດແຕ່ລະ​ປີ​ໃຫ້​ແກ່ການພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລຢີ, ນະ​ວັດຕະກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ​ແລະ ຄ່ອຍໆ​ເພີ່ມ​ຂຶ້ນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ. ຫວຽດນາມ ນອນໃນກຸ່ມ 3 ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ 50 ປະ​ເທດແຖວໜ້າ​ໃນ​ໂລກ​ກ່ຽວ​ກັບ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານຈຳນວນ ແລະ ດັດຊະນີການ​ພັດທະນາ​ລັດຖະບານເອ​ເລັກ​ໂຕນິກ; ກຸ່ມ 3 ປະ​ເທດ​ນຳ​ໜ້າ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ຄົ້ນຄວ້າ ​ແລະ ພັດທະນາ​ປັນຍາ​ປະດິດ, ​ແມ່ນ​ສູນ​ກາງ​ພັດທະນາ​ບາງ​ຂະ​ແໜງ​ການ​, ຂົງເຂດເຕັກ​ໂນ​ໂລ​ຢີດີ​ຈີ​ຕອນທີ່ ​ຫວຽດນາມ ມີ​ທ່າ​ໄດ້​ປຽບ. ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີດິ​ຈິ​ຕອນ​ຢ່າງ​ໜ້ອຍ 5 ແຫ່ງ​ທັດທຽມ​ກັບ​ປະ​ເທດ​ທີ່​ກ້າວ​ໜ້າ.

ໂຄງ​ລ່າງ​ເຕັກ​ໂນ​ໂລ​ຢີດິ​ຈິ​ຕອນ​ທີ່ກ້າວໜ້າ, ທັນ​ສະ​ໄຫມ​, ບໍລິມາດບັນຈຸ​ຂະ​ຫນາດ​ໃຫຍ່ຫຼວງ, ແບນວິດ (bandwidth) ທີ່ກວ້າງຂວາງທຽບເທົ່າກັບບັນດາປະເທດທີ່ກ້າວຫນ້າ; ຄ່ອຍໆເປັນເຈົ້າການເຕັກໂນໂລຢີຍຸດທະສາດ, ເຕັກໂນໂລຊີດິຈິຕອນຈໍານວນໜຶ່ງ ເຊັ່ນ: ປັນຍາປະດິດ(AI), ອີນເຕີເນັດ ສັບພະສິ່ງ (IoT), big data, Cloud computing, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີກວນເຕີມ, ນາໂນ, ຂໍ້ມູນມືຖື 5G, 6G, ຂໍ້ມູນດາວທຽມ ແລະ ບາງເຕັກໂນໂລຢີທີ່ພົ້ນເດັ່ນຂື້ນ. ກະຈາຍຄືນ 5G ປົກຄຸມທົ່ວປະເທດ.

ມະຕິ​ເລກ​ທີ 57: ກຸນແຈເພື່ອຊ່ວຍໃຫ້ ຫວຽດນາມ ​ພັດທະນາ​ຢ່າງ​ກະໂດດຂັ້ນ

ລູກ​ຄ້າ​ໄປ​ຢ້ຽມ​ຢາມ​ຜະ​ລິດ​ຕະ​ພັນ​ດິ​ຈິ​ຕອນ​ຂອງ​ວິ​ສາ​ຫະ​ກິດ​ຢູ່​ ຮ່າ​ໂນ້ຍ.

ສຳເລັດການກໍ່ສ້າງຕົວເມືອງອັດສະລິຍະໃຫ້ແກ່ບັນດາຕົວເມືອງທີ່ຂຶ້ນກັບສູນກາງ ແລະ ບາງແຂວງ, ນະຄອນທີ່ມີເງື່ອນໄຂຄົບຖ້ວນ. ດຶງ​ດູດຕື່ມ​ຢ່າງ​ໜ້ອຍ 3 ອົງການ ​ແລະ ວິ​ສາ​ຫະກິດ​ເຕັກ​ໂນ​ໂລຢີແຖວໜ້າ​ໃນ​ໂລກ ມາ​ຕັ້ງ​ສຳນັກງານ​ໃຫຍ່, ລົງທຶນ​ຄົ້ນຄວ້າ ​ແລະ ທຳການຜະລິດ​ຢູ່​ ຫວຽດນາມ.

​ເພື່ອ​ຫັນບັນດາ​ເປົ້າ​ໝາຍ​ດັ່ງກ່າວໃຫ້ເປັນຈິງ, ມະຕິເລກທີ 57 ​ໄດ້​ວາງ​ອອກ 7 ໜ້າ​ທີ່ ​ແລະ ມາດຕະການແກ້​ໄຂ, ​ໃນ​ນັ້ນ​ມີ: ຍົກ​ສູງ​ຄວາມ​ຮັບ​ຮູ້, ບຸກທະລຸ​ໃນ​ການ​ປ່ຽນແປງໃໝ່ຈິນຕະນາການ, ​ກຳນົດຄວາມຕັດສິນໃຈທາງ​ດ້ານ​ການ​ເມືອງ​ຢ່າງເຂັ້ມແຂງ, ການ​ນຳພາ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ຊີ້​ນຳ, ສ້າງ​ກຳລັງພົນ​ໃໝ່, ບັນຍາກາດ ແລະ ຈິດໃຈໃໝ່​ໃນ​ທົ່ວ​ສັງຄົມກ່ຽວກັບການ​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ ​ແລະ ການ​ຫັນເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ. ຮີບດ່ວນ, ເດັດດ່ຽວໃນການເຮັດສຳເລັດກົດບັນຍັດ. ລົບລ້າງທຸກແນວຄວາມຄິດ, ທັດສະນະຄະຕິ, ສິ່ງກີດຂວາງທີ່ຂັດຂວາງການພັດທະນາ; ເຮັດໃຫ້ກົດບັນຍັດກາຍເປັນທ່າໄດ້ປຽບແກ່ງແຍ້ງໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະ ການຫັນເປັນດິຈິຕອນ. ​ເພີ່ມ​ທະວີ​ການ​ລົງທຶນ, ສຳເລັດ​ພື້ນຖານ​ໂຄງ​ລ່າງ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ນະວັດ​ຕະກຳ ​ແລະ ການ​ຫັນເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ. ພັດທະນາ ແລະ ໝູນໃຊ້ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ມີຄວາມສາມາດ ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ. ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳເຂົ້າໃນການເຄື່ອນໄຫວຂອງບັນດາອົງການໃນລະບົບການເມືອງ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມຄອງ​ບໍລິຫານແຫ່ງຊາດ, ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ໃນ​ທຸກ​ຂົງ​ເຂດ, ຮັບປະກັນ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ. ຍູ້​ແຮງ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດິ​ຈິ​ຕອນ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ນະ​ວັດຕະກຳ ​ແລະ ການ​ຫັນເປັນດີ​ຈີ​ຕອນ.

5 ຈຸດບຸກທະລຸຂອງມະຕິເລກທີ 57

ຕາມທ່ານ ປອ. ຫງວຽນກວນ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢີ, ປະ​ທານ​ສະ​ມາ​ຄົມຫັນເປັນອັດຕະໂນມັດ​ຫວຽດ​ນາມ ແລ້ວ, ມະຕິ​ເລກທີ 57 ມີ 5 ຈຸດ​ພົ້ນ​ເດັ່ນ​ຄື:

ທີໜຶ່ງ, ພັກ​ ຫວຽດນາມ ໄດ້​ວາງ​ອອກບັນດາເປົ້າໝາຍລະອຽດຢູ່ລະດັບ​ສູງ​ຮອດ​ປີ 2030 – 2045 ​ເພື່ອ​ໃຫ້ ຫວຽດນາມ ກາຍ​ເປັນ​ປະ​ເທດພັດທະນາ​ທີ່​ມີ​ລາຍ​ຮັບ​ສູງ​.

ທີສອງ, ມະຕິ​ກຳນົດ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ.

​ທີ​ສາມ, ມະຕິ​ເລກທີ 57 ​ໄດ້​ມີ​ບາດກ້າວ​ບຸກທະລຸ​​ກ່ຽວ​ກັບຈິນຕະນາການໃນ​ການ​ລົງທຶນ​ງົບປະມານ​ແຫ່ງ​ລັດໃຫ້ແກ່​ບັນດາ​ການ​ເຄື່ອນ​ໄຫວ R&D. ຕາມ​ນັ້ນ​ແລ້ວ, ງົບປະມານຈ່າຍໃຫ້ສຳລັບການ​ຄົ້ນຄວ້າ, ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ແມ່ນ​ບຸລິມະສິດ​ປະຕິບັດ​ຕາມ​ກົນ​ໄກ​ກອງ​ທຶນ, ໂດຍຜ່ານບັນດາ​ກອງ​ທຶນ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ທີ​ສີ່, ມະຕິ​ເລກທີ 57 ​ໄດ້​ກຳນົດ “ຍອມຮັບຄວາມສ່ຽງ, ການ​ລົງທຶນສ່ຽງໄພ ແລະ ຄວາມ​ຊັກ​ຊ້າ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ, ພັດທະນາ​ເຕັກ​ໂນ​ໂລ​ຢີ, ນະ​ວັດຕະກຳ”.

ທີ​ຫ້າ, ຄວາມ​ເປັນ​ໄປ​ໄດ້​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ. ເປັນຄັ້ງທຳອິດ, ຜູ້ນຳໜ້າພັກກອມມູນິດ ຫວຽດນາມ ເປັນຫົວໜ້າຄະນະຊີ້ນຳປະຕິບັດມະຕິໂດຍກົງ, ນອກຈາກຄະນະຊີ້ນຳແລ້ວ, ຍັງມີສະພາທີ່ປຶກສາ ປະກອບມີບັນດານັກຄຸ້ມຄອງ ແລະ ບັນດານັກວິທະຍາສາດທີ່ມີລະດັບວິຊາສະເພາະ ແລະ ອິດທິພົນ. ນີ້​ແມ່ນ​ວິທີ​ເພື່ອ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ໄລຍະ​ຜ່ານ​ມາ, ​ເມື່ອ​ຄະນະ​ຊີ້​ນຳ​ມັກ​ພຽງ​ແຕ່​ມີ​ຜູ້ຕາງໜ້າ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ບໍ່​ມີ​ອຳນາດຢ່າງ​ພຽງພໍ​ໃນ​ລະບົບ​ການ​ເມືອງ ​ແລະ ຈິນຕະນາການໃນອາຍຸການເຮັດວຽກ.

ມະຕິ​ເລກ​ທີ 57: ກຸນແຈເພື່ອຊ່ວຍໃຫ້ ຫວຽດນາມ ​ພັດທະນາ​ຢ່າງ​ກະໂດດຂັ້ນ

ການຄົ້ນຄວ້າວິທະຍາສາດຢູ່ສູນຄົ້ນຄວ້າ ແລະ ຜັນຂະຫຍາຍ, ເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ, ເດືອນທັນວາ 2024.

ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ມະຕິເລກທີ 57 ກໍານົດ "ນັກວິທະຍາສາດເປັນປັດໄຈຫຼັກແຫຼ່ງ", ພ້ອມກັບມາດຕະການແກ້ໄຂເພື່ອດຶງດູດ, ຖືເປັນສຳຄັນໃນການນຳໃຊ້, ຮັກສານັກ​ວິ​ທະ​ຍາ​ສາດໂຖວໜ້າຂອງຂະແໜງການ, ບັນດາຜູ້​ຊ່ຽວ​ຊານ​, ບັນດາ"ຫົວຫນ້າວິສະວະກອນ" ພາຍໃນ ແລະ ຕ່າງປະເທດ.

ຕາມທ່ານ ປອ. ຫງວຽນກວນ ແລ້ວ, ເພື່ອ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ເປັນ​ປັດ​ໄຈ​ຫຼັກແຫຼ່ງຢ່າງແທ້ຈິງ, ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ຖືເປັນສຳຄັນໃນການນຳໃຊ້, ເກື້ອກູນທີ່ດີກວ່າ ແລະ ມີຄວາມເປັນໄປໄດ້ກວ່າ. “ມະຕິ​ເລກທີ 57 ​ໄດ້​ຍົກອອກ​ຫຼາຍມາດຕະການ​ແກ້​ໄຂ​ທີ່​ສຳຄັນ, ​ເພື່ອ​ປະຕິບັດ, ຄະນະ​ຊີ້​ນຳ​ຕ້ອງ​ເອົາ​ໃຈ​ໃສ່​ບໍ່​ພຽງ​ແຕ່​ເລື່ອງເງິນອຸດໜູນ ​ເງິນ​ເດືອນ ​ແລະ ລາຍຮັບ​ເທົ່າ​ນັ້ນ, ຫາກ​ຍັງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ສ້າງ​ເງື່ອນ​ໄຂ​ເຮັດ​ວຽກ ​ແລະ ສະພາບ​ແວດ​ລ້ອມ​ທີ່​ມີ​ລັກສະນະ​ສ້າງສັນ, ​ໝາຍຄວາມວ່າ ຕ້ອງ​ເຊື່ອ​ໝັ້ນ, ມອບ​ໝາຍ​ໜ້າ​ທີ່​ໃຫ້​ນັກ​ວິທະຍາສາດ, ລົງທຶນ​ກໍ່ສ້າງ​ພື້ນຖານວັດຖຸທີ່​ດີ​ທີ່​ສຸດ, ຮ່ວມ​ມື​ກັບ​ສາກົນ​ຢ່າງ​ສະດວກ​ສະບາຍທີ່ສຸດ, ໃຫ້​ເຂົາ​ເຈົ້າ​ມີ​ເປັນເຈົ້າການສູງ​ສຸດ​ໃນ​ດ້ານ​ການ​ເງິນ, ການຈັດ​ຕັ້ງ, ບຸກຄະລາ​ກອນ, ​ໃນ​ນັ້ນ​ມີ​ສິດ​ສ້າງ​ຕັ້ງ ​ແລະ ດຳ​ເນີນ​ວິ​ສາ​ຫະກິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ໂດຍ​ອີງ​ໃສ່​ໝາກຜົນ​ການ​ຄົ້ນ​ຄ້ວາ, ຊ່ວຍປະກອບເປັນບັນດາໝູ່ຄະນະທີ່ເຂັ້ມແຂງໃນການເຄື່ອນໄຫວຄົ້ນຄວ້າ ແລະ ການນໍາໃຊ້ເຕັກໂນໂລຢີ. ​ເພື່ອ​ເຮັດ​ໄດ້, ຕ້ອງ​ກວດກາ​ຄືນ ​ແລະ ປັບປຸງ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ, ຕົວຢ່າງ​ຄື: ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ, ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບ​ສິນ​ສາທາລະນະ, ກົດໝາຍ​ວ່າ​ດ້ວຍ​ພະນັກງານ​ລັດຖະກອນ, ກົດໝາຍ​ວ່າ​ດ້ວຍ​ພາສີ​ອາກອນ... ​ເພື່ອ​ໃຫ້​ມີ​ກົນ​ໄກ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກວິທະຍາສາດ​ຢ່າງ​ແທ້​ຈິງ”, ທ່ານ ສະເໜີແນະ.

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ​ທົ່ວປະເທດກ່ຽວກັບການບຸກທະລຸພັດທະນາ​ວິ​ທະ​ຍາ​ສາດ, ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ ​ປີ 2025, ທ່ານ​ນາງ ​ເຈີ່ນເຕ້ວຈີ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ສິງກະ​ໂປ ​ໃຫ້​ຄຳ​ເຫັນ​ວ່າ ການ​ນຳ​ພັກ ​ແລະ ລັດ ​ໄດ້​ສົ່ງ​ສານ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ສາມັກຄີ​ເມື່ອ​ວາງ​ອອກ​ບັນດາ​ເປົ້າໝາຍ ​ແລະ ມາດຕະການ​ແກ້​ໄຂ​ ແນໃສ່ປ່ຽນແປງບັນດາ​ຄວາມ​ຮັບ​ຮູ້, ຮຽກຮ້ອງ​ການພັດທະນາ​ບັນດາ​ບົດບັນຍັດ, ກົນ​ໄກ​, ບຸກຄະລາກອນ, ຖື​ມະນຸດເປັນໃຈກາງ, ນັກວິທະຍາສາດເປັນຫຼັກແຫຼ່ງ. ນີ້​ແມ່ນ​ກຸນ​ແຈ​ເພື່ອ​ສ້າງ​ບາດ​ກ້າວ​ບຸກທະລຸໃນການພັດ​ທະ​ນາ​ຂອງ​ປະ​ເທດຊາດ.

ຫວຽດນາມ ຢັ້ງຢືນຖານະທີ່ຕັ້ງໃນອາຊຽນ: ຮ່ວມມື, ພັດທະນາ ແລະເຊື່ອມຕໍ່ພາກພື້ນ

ຫວຽດນາມ ຢັ້ງຢືນຖານະທີ່ຕັ້ງໃນອາຊຽນ: ຮ່ວມມື, ພັດທະນາ ແລະເຊື່ອມຕໍ່ພາກພື້ນ

ຍສໝ - ດ້ວຍຂີດໝາຍສຳຄັນໃນໄລຍະ 30 ປີຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຮັກສາຄວາມສາມັກຄີ, ເປັນເອກະພາບ ແລະເພີ່ມທະວີບົດບາດໃຈກາງຂອງອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ

ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ

ຍສໝ - ໂຮງໝໍສະໜາມ ຂັ້ນ 2 ເລກ 5 ໄດ້ຜັນຂະຫຍາຍໄປເຖິງບໍລິເວນຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ປະຕິບັດໜ້າທີ່ຢູ່ຊູດັງໃຕ້ ແຕ່ເດືອນກໍລະກົດ 2023 ມາຮອດປັດຈຸບັນ. ໂຮງໝໍສະໜາມຂັ້ນ 2 ເລກ 5 ໄດ້ຮັບເອົາ ແລະປິ່ນປົວພະຍາດໃຫ້ແກ່ຄົນເຈັບເກືອບ 2.400 ຄົນ, ເປັນເຈົ້າການຮ່ວມມື ແລະໜູນຊ່ວຍດ້ານວິຊາການໃຫ້ແກ່ໂຮງໝໍພົນລະເຮືອນ, ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ