ຍສໝ - ເພື່ອສືບຕໍ່ກວດກາຄືນ ແລະເກັບຄໍາເຫັນປະກອບຢ່າງກວ້າງຂວາງໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບບັນດານະໂຍບາຍກົດໝາຍກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຈາກນັ້ນສະເໜີບັນດາມາດຕະການແກ້ໄຂຂໍ້ຕິດຂັດໃນຂໍ້ກຳນົດກົດໝາຍທີ່ພວມປະກາດໃຊ້ໃນປະຈຸບັນ.
ປັດຈຸບັນ, ພື້ນຖານເສດຖະກິດຂອງ ຫວຽດນາມ ແລະ ເຊັກໂກ ພວມພັດທະນາຕາມຈັ່ງຫວະຂະຫຍາຍຕົວສູງ ແລະ ພ້ອມກັນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ພາກພື້ນ.
ຍສໝ - ງານແຂ່ງຂັນບານເຕະສະມາຊິກສະພາສູງ ສ.ເຊັກໂກ ປີ 2022 ໄດ້ສິ້ນສຸດລົງດ້ວຍລາງວັນແຊ້ມການແຂ່ງຂັນເປັນຂອງບັນດານັກກິລາຊາວຫວຽດນາມ ຢູ່ ສ. ເຊັກໂກ.
ຍສໝ - ວັນທີ 7 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ສ.ເຊັກໂກ ທີ່ນະຄອນຫຼວງ Praha, ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານາທິບໍດີ ເຊັກໂກ Tomáš Garrigue ຄົບຮອບ 172 ປີ, ລັດ ແຫ່ງ ເຊັກໂກ ໄດ້ຈັດຕັ້ງພິທີເຊີດຊູນາມມະຍົດລະດັບລັດ ສໍາລັບພົນລະເມືອງເຊັກໂກ ຫຼາຍກວ່າ 60 ຄົນທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດໃນປີ 2020 ແລະ 2021.
ຍສໝ - ສະມາຄົມຂົວເຊື່ອມຕໍ່ວັດທະນະທຳ ອີຕາລີ - ຫວຽດນາມ ປະຈຳ ອີຕາລີ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໄດ້ອຸປະຖຳເງິນເປັນຈຳນວນ 5000 ເອີໂຣ ໃຫ້ແກ່ເດັກກຳພ້າ ໃນໄລຍະເກີດໂລກລະບາດໂຄວິດ - 19.
ຍສໝ - ໄລຍະຜ່ານມາ, ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ເຊັກໂກ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ພິເສດນັບແຕ່ເວລາສົນທິສັນຍາການຄ້າ ເສລີ ຫວຽດນາມ - EU (EVFTA) ມີຜົນສັກສິດ, ໄດ້ເປີດກາລະໂອກາດຫຼາຍຢ່າງ ບັນດາຂົງເຂດໃໝ່. ໃນນັ້ນ, ການຜະລິດລົດໂອໂຕ ຫວັງວ່າຈະແມ່ນຂົງເຂດຮ່ວມມືຈຸດສຸມ ລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ຍສໝ - ສະພານະຄອນ Plzeň ຫາກໍ່ສົມທົບກັບໜ່ວຍສະມາຄົມຊາວຫວຽດນາມ ອາໄສຢູ່ Plzeň ຈັດຕັ້ງງານວາງສະແດງແນະນຳໄປສູ່ມະຫາຊົນໃນແງ່ມູມທີ່ແທດຈິງ ແລະ ມີຊີວິດຊີວາທີ່ສຸດກ່ຽວກັບຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ອາໄສຢູ ເຊັກໂກ ຜ່ານຮູບພາບ 50 ຮູບ ຂອງນັກຖ່າຍຮູບອາວຸໂສຊາວເຊັກໂກ Jindřich Štreit.
ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ວັນທີ 28 ກໍລະກົດ 2021, ລັດຖະບານ ອັງກິດ ໄດ້ປະກາດຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈຳນວນ 415.000 ໂດສ ໃຫ້ແກ່ ຫວຽດນາມ.
ຍສໝ - ພາຍໃນເວລາພຽງແຕ່ 1 ວັນ, ຊາວຫວຽດນາມ ອາໄສຢູ່ທົ່ວຜືນແຜ່ນດິນຂອງ ສາທາລະນະລັດ ເຊັກໂກ ລະດົມໄດ້ເງິນເປັນຈຳນວນກ່ວາ 200.000 Korun ພ້ອມກັບເຄື່ອງຂອງ, ສະບຽງອາຫານ ເພື່ອຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ.
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.
ຍສໝ - ບົດຂຽນລົງໃນເວັບໄຊຂອງກະຊວງການຕ່າງປະເທດ ສ.ເຊັກໂກ ໄດ້ໃຫ້ຂໍ້ສັງເກດກ່ຽວກັບຍຸດທະສາດໃໝ່ຂອງຫວຽດນາມກ່ຽວກັບອຸດສາຫະກຳ 4.0 ດ້ວຍບັນດາເປົ້າໝາຍທີ່ມີແງ່ຫວັງພໍສົມຄວນ.
ຍສໝ - ຕໍ່ໜ້າສະພາບການຢ່າງສັບສົນຂອງໂລກລະບາດໂຄວິດ - 19, ທ່ານ ຫງວຽນແມັງເກືອງ ມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວຫວຽດນາມ ເວົ້າລວມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ເຊັກໂກເວົ້າສະເພາະຈົ່ງມີຄວາມສາມັກຄີນຳກັນ ເພື່ອຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືໃນປັດຈຸບັນ.
ຍສໝ - ເນື່ອງໃນໂອກາດບຸນເຕັດປະຈຳຊາດຫວຽດນາມ, ທ່ານ Jan Blatny ລັດຖະມົນຕີກະຊວງສາທາລະນະສຸກເຊັກໂກ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ ແລະ ອວຍພອນປີໃໝ່ດ້ວຍ 2 ພາສາ ເຊັກໂກ ແລະ ຫວຽດນາມ ໄປຍັງປະຊາຄົມຊາວຫວຽດນາມ.
ຍສໝ - ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ໄດ້ມີການປະກອບສ່ວນຢ່າງຍິ່ງມີລັດຖະບານ ແລະ ປະຊາຊົນເຊັກໂກໃນການປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19. ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ເຊັກໂກ ຍາມໃດກໍ່ປະຕິບັດຢ່າງຖືກຕ້ອງ ແລະ ເຊື່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ -19 ຂອງລັດຖະບານ ເຊັກໂກ.
ຍສໝ - ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ແຕ່ຊາວຫວຽດນາມຍາມໃດກໍ່ເສີມຂະຫຍາຍມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງປັນຄວາມຫຍຸ້ງຍາກຕໍ່ຜູ້ປະສົບເຄາະຮ້າຍ. ໃນຊຸມວັນທີ່ຜ່ານມາ, ປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ ມີບັນດາການເຄື່ອນໄຫວມຸ່ງໄປສູ່ພໍ່ແມ່ປະຊາຊົນເຂດພາກກາງເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກ, ເສຍຫາຍຕໍ່ພໍ່ແມ່ປະຊາຊົນ.
ຍສໝ - ຈຸດເດັ່ນຕົ້ນຕໍໃນກິດຈະກຳນີ້ແມ່ນບັນດາເລື່ອງລາວ ທີ່ໜ້າສົນໃຈກ່ຽວກັບກາເຟແລະວັດທະນະທຳ ຫວຽດ ນາມ. ຄວາມງາມຂອງບັນດາເຍື່ອງອາຫານພື້ນເມືອງແລະວັດທະນະ ທຳ ຫວຽດນາມໄດ້ຖືກຖ່າຍທອດ ໃຫ້ລຸ້ນ ໜຸ່ມ ແລະຜູ້ຕາງ ໜ້າອຳນາດການປົກຄອງທ້ອງຖິ່ນຜ່ານບັນດາເລື່ອງລາວຕົວຈິງໃນເວລາຢ້ຽມຢາມຫວຽດນາມ.
ຍສໝ - ທີ່ພິທີຕ້ອນຮັບ, ທ່ານ ຕະທິແທງທຸຍ, ຫົວໜ້າຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຕາງໜ້າໃຫ້ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ ແລະ ໜູນຊ່ວຍຂອງບໍລິສັດສຳລັບຜູ້ອອກແຮງງານ ຫວຽດນາມ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສົ່ງຈຳນວນຜ້າອັດປາກນີ້ ໄປຍັງ ສູນໜູນຊ່ວຍແຮງງານຕ່າງ ປະເທດ 11 ແຫ່ງເພື່ອສົ່ງໄປຍັງຜູ້ອອກແຮງງານ.
ຍສໝ - ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດເຫດການໂຄສະນາວັດທະນະທຳ ແລະ ພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອນມິດອີຢິບ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ, ໄດ້ເປັນປະທານການພົບປະກັບສື່ມວນຊົນ ແລະ ແນະນຳກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອມມິດອີຢິບ.
ຍສໝ - ໃນວັນທີ 25 ສິງຫາ ທີ່ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການ ອາຊຽນ ຢູ່ ນະຄອນຫຼວງ ປຣາຮາ, ທ່ານ ທ໊າຍຊວັນຢູ໊ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ໄດ້ຮັບຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເຊັກໂກ ຈົນຮອດທ້າຍປີ 2020 ຈາກທ່ານ Kenssy D. Ekaningsih ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ເຊັກໂກ.
ຍສໝ - ທ່ານ Frantisek Reismuller ຜູ້ອຳນວຍການທາງການທູດ, ຜູ້ຕາງໜ້າກົມໃຫຍ່ການທ່ອງທ່ຽວ ສ.ເຊັກໂກ ແລະ ຮັບຜິດຊອບວຽກງານພັດທະນາການທ່ອງທ່ຽວຂອງ ສ.ເຊັກໂກ ກັບບັນດາຄູ່ຮ່ວມມືຕ່າງປະເທດ, ມີຄວາມຫວັງວ່າໃນໄລຍະຈະມາເຖິງ, ຂະແໜງການທ່ອງທ່ຽວຈະເຄື່ອນໄຫວຄືນໃໝ່ ແລະຫວຽດນາມ ກໍ່ນອນໃນແຜນການໂຄສະນາການທ່ອງທ່ຽວຂອງ ສ.ເຊັກໂກ.