ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19

16:02 | 12/06/2021

ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
undefined
ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ສະໜັບສະໜູນ ກອງທຶນວັກຊິນກັນໂຄວິດ - 19. ພາບ: vov.vn

ຕອນເຊົ້າວັນທີ 11 ມິຖຸນາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຮັບເງິນອຸປະຖຳໂດຍປະຊາຄົມ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ອຸປະຖຳໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19.

ທີ່ພິທີ, ພາຍຫຼັງໄດ້ຮັບເງິນຈຳນວນ 500 ລ້ານດົ່ງ ຈາກຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ. ທ່ານໃຫ້ຮູ້ວ່າ:

ໂດຍຕອບສະໜອງຕາມການຮຽກຮ້ອງຂອງ ແນວໂຮມປະເທດຊາດ, ລັດຖະບານ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ໄດ້ມີບັນດາການກະທຳທີ່ແທດຈິງມຸ່ງໄປເຖິງ ບ້ານເກີດເມືອງນອນ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ຕີລາຄາສູງບັນດາການກະທຳອັນສູງສົ່ງ, ຮັກແພງຊຶ່ງກັນແລະກັນນັ້ນ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ກໍ່ໄດ້ສົ່ງຄວາມຂອບອົກຂອບໃຈ ໄປຍັງສູນກາງສະມາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກ, ສະມາຄົມແມ່ຍິງ ຫວຽດນາມ ອາໄສຢູ່ ເຊັກໂກ ກ່ຽວກັບບັນດາການປະກອບສ່ວນສຳຄັນ ຕອບສະໜອງ, ສະໜັບສະໜູນບັນດາການເຄື່ອນໄຫວພາຍໃນປະເທດ ເວົ້າລວມ ແລະ ໜູນຊ່ວຍວຽກງານຂອງ ຄະນະກຳມະການເວົ້າສະເພາະ ໃນໄລຍະທີ່ຜ່ານມາ.

ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ຂໍ້​ກຳ​ນົດ​ທີ່​ພວມ​ໄດ້​ຮັບ​ການ​ປະ​ຊາດ​ໃຊ້​ຄື​ໃນ​ປັດ​ຈຸ​ບັນ, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະແລະສັງ​ຄົມໄດ້​ຜ່ອນ​ຜັນ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຫຼຸດ​ຜ່ອນ​ອັດ​ຕາ​ແຮງ​ງານ​ທີ່ຕ້ອງ​ຢຸດ​ຕິ​ການ​ເຮັດ​ວຽກ, ໂຈະ​ສັນ​ຍາແຮງ​ງານ, ພັກ​ເຮັດ​ວຽກ​ໂດຍ​ບໍ່​ມີ​ເງິນ​ເດືອນ​ແຕ່ 20% ລົງ​ເຫຼືອ 10%.

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕາມ​ນັ້ນ​ແລ້ວ, ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ກໍ່ສະ​ເໜີ​ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ຜູ້​ອອກ​ແຮງ​ງານ​ທີ່ຕ້ອງ​ຢຸດ​ເຮັດ​ວຽກ ຍ້ອນ​ແມ່ນ​ເປົ້າ​ໝາຍ​ຕ້ອງແຍກ​ປ່ຽວ 14 ວັນ​ຂຶ້ນ​ໄປ ຢູ່​ສະ​ຖານ​ທີ່ແຍກ​​ຕົວ​ລວມ​ໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່​​ເຮືອນ (ກໍລະນີ F2) ຫຼື​ໃນ​ບັນ​ດາ​ເຂດທີ່​ຖືກຈຳກັດການເຂົ້າອອກ​ຕາມ​ຄຳ​ຮຽກ​ຮ້ອງຂອງ​ອົງ​ການ​ແຫ່ງ​ລັດ ທີ່​ມີ​ສິດ​ອຳ​ນາດ ແມ່ນ​ໜູນ​ຊ່ວຍ​ເງິນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານທີ່​ຕ້ອງ​ຢຸດ​​ເຮັດ​ວຽກ​ໃນ​ເວ​ລາ 14 ວັນ, ແຕ່​ເງິນ​ເດືອນ​ຢຸດງານ​ຕ່ຳ​ກ່​ວາ​ເງິນ​ເດືອນຕ່ຳ​ສຸດໃນເຂດ.

vovworld.vn

ເຫດການ
302 Found

Found

The document has moved here.