ຫວຽດ​ນາມ - ສ.ເຊັກ​ໂກ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ​ລົດ​ໂອ​ໂຕ

11:58 | 18/11/2021

ຍ​ສ​ໝ - ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື​ສອ​ງ​ຝ່າຍ ລະ​ຫວ່າງ ຫວຽດ​ນາມ ແລະ ສ​າ​ທາ​ລະ​ນະ​ລັດ ເຊັກ​ໂກ ມີ​ກາ​ນ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ນັບ​ແຕ່​ເວ​ລາ​ສົນ​ທິ​ສັນ​ຍາ​ການ​ຄ້າ ເສ​ລີ ຫວຽດ​ນາມ - EU (EVFTA) ມີ​ຜົນ​ສັກ​ສິດ, ໄດ້​ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ ບັນ​ດາ​ຂົງ​ເຂດ​ໃໝ່. ໃນ​ນັ້ນ, ການ​ຜະ​ລິດ​ລົດ​ໂອ​ໂຕ ຫວັງ​ວ່າ​ຈະ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ຈຸດ​ສຸມ ລະ​ຫວ່າງ​ສອ​ງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19
ນັກ​ການ​ທູດ ສ.ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ເທດ​ອຸດ​ສາ​ຫະ​ກຳ 4.0 ຂອງ ຫວຽດ​ນາມ ນັກ​ການ​ທູດ ສ.ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ເທດ​ອຸດ​ສາ​ຫະ​ກຳ 4.0 ຂອງ ຫວຽດ​ນາມ
ຫວຽດ​ນາມ - ສ.ເຊັກ​ໂກ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ​ລົດ​ໂອ​ໂຕ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໂດ​ທັ້ງຫ໋າຍ (ພາບ: congthuong.vn)

ຫວ່າງແລ້ວນີ້, ຢູ່​ສຳ​ນັກ​ງານ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໂດ​ທັ້ງ​ຫ໋າຍ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vítězslav Grepl ແລະ ກຸ່ມ​ບໍ​ລິ​ສັດ Skoda Auto ສາ​ທາ​ລະ​ນະ​ລັດ ເຊັກ​ໂກ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໂດ​ທັ້ງຫ໋າຍ ໄດ້​ເນັ້ນ​ໜັກ​ວ່າ ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ, ພິ​ເສດ​ແມ່ນ​ໃນ​ການ​ພົວ​ພັນ​ດ້ານ​ການ​ເມືອງທີ່​ດີ​ງາມ ກັບ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ທຸກ​ຂັ້ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ​້​ສ້າງ​ທ່ວງທ່າ​ພັດ​ທະ​ນາ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ເຖິງວ່າ ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ, ແຕ່​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ເຊັກ​ໂກ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ຢ່າງ​ດີ, ໂຄງ​ປະ​ກອບ​ສິນ​ຄ້າ ໄດ້​ຮັບ​ການ​ເປີດກວ້າງ, ພິ​ເສດ​ການ​ສົ່ງ​ອອກ​ແຕ່​ເຊັກ​ໂກ ໄປ​ຍັງ ຫວຽດ​ນາມບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ທີ່​ເປັນ​ໜ້າ​ຊື່ມ​ຊົມ, ເຊິ່ງສະແດງໃຫ້ເຫັນ​ວ່າ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ພິ​ເສດ​ແມ່ນວິ​ສາ​ຫະ​ກິດ​ເຊັກ​ໂກ ພວມ​ຍາດ​ແຍ່ງໂອກາດຈາກ​ສັນ​ຍາ EVFTA ໄດ້ເປັນ​ຢ່າງ​ດີ​. ພ້ອມ​ທັງ​ກໍ່​ຢັ້ງ​ຢືນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ສອງ​ປະ​ເທດ ມີ​ລັກ​ສະ​ນະ​ໜູນ​ຊ່ວຍ​ເຊິ່​ງ​ກັນ​ແລະ​ກັນ​ສູງ ແລະ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນໃນ​ການ​ພັດ​ທະ​ນາຫຼາຍ​ຢ່າງ.

ທ່ານ​ຮອງ​ລັດ​ຖ​ະ​ມົນ​ຕີ ໂດ​ທັ້ງ​ຫ໋າຍ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ເລື່ອງ ບໍ​ລິ​ສັດ​ຫ​ຸ້ນ​ສ່ວນ Skoda ຂອງ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ, Skoda ແມ່ນ​ຍີ່ຫໍ້​ລົດ​ທີ່ມີມາເປັນເວລາດົນ​ນານ​ ຢູ່ ສ.ເຊັກ​ໂກ ແລະ ເປັນທີ່ຮູ້ຈັກຂອງຊາວ​ຫວຽດ​ນາມ ແລະ ຕີ​ລາ​ຄາ​ສູງ. “ດັ່ງ​ນັ້ນ, ເລື່ອງ​ລົດ Skoda ບັນດາ​ລຸ້ນ ມີ​ໜ້າ​ຢູ່ ຫວຽດ​ນາມ ຈະ​ຊ່ວຍ​ຫັນ​ຕະຫຼາດ​ໂອ​ໂຕ​ເປັນຫຼາຍ​ຮູບ​ແບບ ແລະ ມີ​ແງ່​ຫວັງ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ເປັນ​ອະ​ນາ​ຄົດ”. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ​ໂດ​ທັ້ງ​ຫ໋າຍ ​ເນັ້ນ​ໜັກ.

ສ່ວນ​ຝ່າຍ​ ສ.ເຊັກ​ໂກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vítezslav Grepl ກໍ່​ຕັ້ງ​ຫວັງ​ໃນ​ອະ​ນາ​ຄົດ, ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ​ໂອ​ໂຕ ກໍ່​ຈະ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຈຸດ​ສຸມ ລະ​ຫວ່າງ​ສອງ​ປະ​ເທດ.

ທີ່​ການ​ຕ້ອນ​ຮັບ, ທ່ານ Ondrej Cerny - ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ຫຸ້ນ​ສ່ວນ Skoda ຂອງ ສ.ເຊັກ​ໂກ ໃຫ້​ຮູ້​ວ່າ: ບໍ​ລິ​ສັດ​ຄາດ​ວ່າ ຈະ​ລົງ​ທຶນ​ລະ​ບົບຜ​ະ​ລິດ, ກໍ່​ສ້າງ​ໂຮງ​ງານ​ຜະ​ລິດ​ລົດ​ໂອ​ໂຕ ຢູ່ ກ໋​ວາງ​ນິງ ແລະ ອາດ​ຈະ​ເລີ່ມ​ຜະ​ລິດ​ໂອ​ໂຕ​ໃນ​ປີ 2023. ເພື່ອ​ໃຫ້ໂຄງ​ການ​ບັນ​ລຸ​ໄດ້​ຕາມແຜນ​ການ ແລະ ມີ​ປະ​ສິດ​ທິ​ຜົນ​ຕາມ​ຄວາມ​ຫວັງ, ບໍ​ລິ​ສັດ​ມີ​ຄວາມ​ປາດ​ຖະ​ໜາຢ​າກໃຫ້ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ອົງ​ການ​ຂອງ ຫວຽດ​ນາມ ໜູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂສະດວກຕື່ມອີກ.

ໂດຍຮັບ​ຮູ້​ຂໍ້​ສະ​ເໜີ​ຂອງ ສ.ເຊັກ​ໂກ, ທ່ານ​ຮອງ​ລັດ​ຖ​ມະ​ນ​ຕີ ໂຕ​ທັ້​ງ​ຫ໋າຍ ໄດ້​ມອບ​ໃຫ້​ບັນ​ດາ​ໜ່ວຍ​ງານ​ວິ​ຊາ​ການ​ຂອງ ກະ​ຊວງ​ອຸດ​ສາ​ຫະ​ກຳ ສືບ​ຕໍ່​ສົມ​ທົບ​ກັບ​ຝ່າຍ​ເພື່ອນ​ຢ່າ​ງ​ແໜ້ນ​ແຟ້ນ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ ຫວຽດ​ນາມ ໄດ້​ລົງ​ນາມ​ສັນ​ຍາ​ການ​ຄ້າເສ​ລີ (FTA) ກັບ​ບັນ​ດາ​ປະ​ເທດທັງ​ຢູ່​ພາຍ​ໃນ ແລະ ຢູ່ນອກ​ພາກ​ພື້ນ 14 ສະ​ບັບ, ພິ​ເສດ​ແມ່ນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ອາ​ຊຽນ, CPTPP, EVFTA ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ລົດ​ໂອ​ໂຕ. ດັ່ງ​ນັ້ນ, ຝ່າຍ ເຊັກ​ໂກ ຄວນ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດບັນດາ​ຄຳ​ໝັ້ນ​ສັນ​ຍາສາ​ກົນຂອງ ຫວຽດ​ນາມ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ ເພື່ອ​ປະ​ຕິ​ບັດ​ການ​ລົງ​ທຶນ, ບົນ​ພື້ນ​ຖານ​ແກ້ງ​ແຍ້ງ​ຢ່າງ​​ສະ​ເໝີ​ພາບ ຢູ່​ຕະຫຼາດ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.