“Vietnam Stories” ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ

11:49 | 16/08/2021

ຍ​ສ​ໝ - ສະ​ພາ​ນະ​ຄອນ Plzeň ຫາ​ກໍ່​ສົມ​ທົບ​ກັບ​ໜ່ວຍ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Plzeň ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ແນະ​ນຳ​ໄປສູ່​ມະ​ຫາ​ຊົນ​ໃນ​ແງ່​ມູ​ມທີ່​ແທດ​ຈິງ ແລະ ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ ເຊັກ​ໂກ ຜ່ານ​ຮູບ​ພາບ 50 ຮູບ ຂອງ​ນັກ​ຖ່າຍ​ຮູບ​ອາ​ວຸ​ໂສ​ຊາວ​ເຊັກ​ໂກ Jindřich Štreit.

ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ຢຶ້​ຢາມ​ຖາມ​ຂ່າວ, ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ​າ​ທາ​ລະ​ນະ​ລັດເຊັກ​ໂກ ​ທີ່​ຖືກ​ຜົນ​ກະ​ທົບ​ຈາກພາ​ຍຸ​ລູກໝູນຢ່າງ​ທັນ​ການ ຢຶ້​ຢາມ​ຖາມ​ຂ່າວ, ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ​າ​ທາ​ລະ​ນະ​ລັດເຊັກ​ໂກ ​ທີ່​ຖືກ​ຜົນ​ກະ​ທົບ​ຈາກພາ​ຍຸ​ລູກໝູນຢ່າງ​ທັນ​ການ
“Vietnam Stories”  ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ
ງານ​ວາງ​ສະ​ແດງ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊົມ​ເປັນ​ຈຳ​ນວນຫຼາຍ

ພາບ​ຖ່າຍ 500 ຮູ​ບ​ໄດ້​ຮັບ​ການ​ວາງ​ສະ​ແດງ​ຢູ່ງານ​ວາ​ງ​ສະ​ແດງ​ທີ່​ໄດ້​ຄັດ​ເລືອກ​ຈາກ​ຊຸດສະ​ສົມ​ພາບ​ຖ່າຍ​​ເປັນ​ຈຳ​ນວນຫຼາຍ​ຂອງ​ນັກ​ຖ່າຍ​ຮູບ ແລະ ກໍ່​ແມ່ນ​ຄູ​ສອນ Jindřich Štreit, ຜູ້​ທີ່​ມີ​ຊື່​ສຽງ​ຈາກ​ສາງ​ເອ​ກະ​ສານ​ພາບ​ຖ່າຍ​ທີ່​ອຸ​ດົມ​ສົມ​ບູນ ເປັນຫຼາຍ​ຮູບ​ແບບກ່ຽວ​ກັບ​ບັນ​ດາ​ແງ່​ມມູມ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ເທດ ເຊັກ​ໂກ​ແຫ່ງ​ຄວາມ​ສະ​ຫງົ​ບ​ສຸກ ແລະ ສວຍ​ງາມ. ບັນ​ດາ​ພາບ​ຖ່າຍນີ້​ໄດ້​​ທຳ​ການ​ຖ່າຍ​ໃນ​ເວ​ລາ 1 ປີ.

““Vietnam Stories” ແມ່ນ​ບັນ​ດາ​ເລື່ອງລາວ ດ້ວຍ​ຮູບ​ພາບ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ປະ​ຈຳ​ວັນຂອງ​ບັນ​ດາ​ປະ​ຊາ​ຄົມ ແລະ ຄອບ​ຄົວຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຊັກ​ໂກ ກໍ່​ຄື​ບັນ​ດາ​ຮີດຄອງ​ປະ​ເພ​ນີ​ຂອງ ຫວຽດ​ນາມ ທີ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຊັກ​ໂກ ​ພວມ​ໄດ້ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄື​ ວັນ​ບຸນ​ເຕັດ, ວັນ​ຄ້າຍ​ວັນ​ເກີດ...

​ທ່ານ Jindřich Štreit ເກີດ​ວັນ​ທີ 5 ເດືອນ​ກັນ​ຍາ ປີ 1946 ຢູ່ Vsetin ແມ່ນ​ນັກ​ຖ່າຍ​ຮູບ​ເອ​ກະ​ສານ​ຊາວ​ເຊັກ​ໂກ, ຄູ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ, ຜູ້​ຮັບ​ຜິດ​ຊອບ ແລະ ຜູ້​ຈັດ​ຕັ້ງ​ດ້ານຊີ​ວິດ​ການ​ເປັນ​ຢູ່​ທາງ​ວັດ​ທະ​ນະ​ທຳ. ທ່ານ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ສ່ອງ​ແສງ​ຊີ​ວິດ​ການ​ເປັນ​ຢູ່ ຢູ່​ຊົນ​ນະ​ບົດ ແລະ ເຂ​ດ​ຊຸມ​ຊົນ​ຂອງ​ບັນ​ດາ​ໝູ່​ບ້ານ​ຢູ່​ເຊັກ​ໂກ. ຫວ່າງ​ມໍ່ໆ​ມານີ້, ທ່ານ​ໄດ້​​ເຮັດ​ຫຼາຍ​ຫົວ​ຂໍ້​ສັງ​ຄົມ​ກ່ຽວ​ກັບ​ຜູ້​ຕິດ​ຢາ​ເສບ​ຕິດ, ຄົນ​ພິ​ການ, ​ຄົນ​ຕາ​ບອດ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.