ຫວຽດ​ນາມ ແລະ ສ. ເຊັກ​ໂກ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ

14:56 | 02/07/2022

ປັດຈຸບັນ, ພື້ນຖານເສດຖະກິດຂອງ ຫວຽດນາມ ແລະ ເຊັກໂກ ພວມພັດທະນາຕາມຈັ່ງຫວະຂະຫຍາຍຕົວສູງ ແລະ ພ້ອມກັນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ພາກພື້ນ.

ເພີ່ມ​ທະ​ວີການ​ເຊື່ອມຕໍ່ວິ​ສາ​ຫະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ເພີ່ມ​ທະ​ວີການ​ເຊື່ອມຕໍ່ວິ​ສາ​ຫະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ
ທີມ​ບານ​ເຕະ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ຊະ​ນະ​ເລີດ ໃນການແຂ່ງຂັນບານເຕະ ສະ​ພາ​ສູງ ເຊັກ​ໂກ ທີມ​ບານ​ເຕະ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ຊະ​ນະ​ເລີດ ໃນການແຂ່ງຂັນບານເຕະ ສະ​ພາ​ສູງ ເຊັກ​ໂກ
ຫວຽດ​ນາມ ແລະ ສ. ເຊັກ​ໂກ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ
ທ່ານ ດັ້ງຮວ່າງອານ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: VOV)

ວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ Praha ໄດ້ດຳເນີນກອງປະຊຸມຄັ້ງທີ VII - ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສ.ເຊັກໂກ ກ່ຽວກັບການຮ່ວມມືດ້ານເສດຖະກິດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດັ້ງຮວ່າງອານ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ຝ່າຍ ຫວຽດນາມ ເປັນຫົວໜ້າຄະນະ. ສ່ວນຄະນະຜູ້ແທນ ສ.ເຊັກໂກ ໂດຍທ່ານ Petr Tresnak, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊັກໂກ ເປັນຫົວໜ້າ.

ທ່ານຮອງລັດຖະມົນຕີ ດັ້ງຮວ່າງອານ ໃຫ້ຮູ້ວ່າ ປັດຈຸບັນ, ພື້ນຖານເສດຖະກິດຂອງ ຫວຽດນາມ ແລະ ເຊັກໂກ ພວມພັດທະນາຕາມຈັ່ງຫວະຂະຫຍາຍຕົວສູງ ແລະ ພ້ອມກັນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ພາກພື້ນ. ສິ່ງດັ່ງກ່າວໄດ້ສ້າງໂອກາດທີ່ດີແກ່ການພັດທະນາຮ່ວມມືສອງຝ່າຍກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ, ພິເສດໃນສະພາບທີ່ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ.

“ໃນໄລຍະຈະມາເຖິງ, ຖ້າຫາກວ່າ ພວກເຮົາສືບຕໍ່ຊຸກຍູ້ປະສິດທິຜົນສັນຍາການຄ້າເສລີ EVFTA, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ ໃນນັ້ນມີການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ແນ່ນອນວ່າ ຈະມີບາດກ້າວພັດທະນາໃໝ່. ຂ້າພະເຈົ້າຕັ້ງຄວາມຫວັງຕໍ່ອາຍຸການເປັນປະທານຄັ້ງນີ້ຂອງ ສ.ເຊັກໂກ ດ້ວຍຖານະເປັນປະເທດເພື່ອນມິດຂອງ ຫວຽດນາມ ຈະຊຸກຍູ້ການເຄື່ອນໄຫວຂອງສັນຍາການຄ້າສະບັບນີ້”.

ສອງຝ່າຍເນັ້ນໜັກວ່າ ກອງປະຊຸມຄັ້ງທີ VII ມີຄວາມໝາຍສຳຄັນເປັນພິເສດ ເພື່ອແນໃສ່ຊອກຫາທິດທາງຜັນຂະຫຍາຍຂໍ້ຕົກລົງຮ່ວມມືໃນສະພາບການໃໝ່, ແລກປ່ຽນມາດຕະການຕ່າງໆ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນການພົວພັນຮ່ວມມືສອງຝ່າຍ, ມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດດ້ານເສດຖະກິດຂອງກັນ.

​vovworld.vn

ເຫດການ
302 Found

Found

The document has moved here.