ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໄດ້ຕີລາຄາສູງ ບັນດາໂຄງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ ລາວ, ເປັນຕົ້ນແມ່ນເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ລາວຢູ່ນະຄອນໂຮ່ຈີມິນ ໂດຍຄະນະກຳມະການປະຊາຊົນນະຄອນ ສົມທົບກັບສະຖານກົງສູນ ສປປ.ລາວ ປະຈຳ ນະຄອນໂຮ່ຈິມິນຈັດຂຶ້ນໃນຫວ່າງແລ້ວນີ້.
ໃນຊຸມວັນລະດູໜາວຢູ່ຮ່າໂນ້ຍ, ບັນດາເພື່ອນມິດລາວ ແລະ ຫວຽດນາມ ໄດ້ພົບປະກັນໃນພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ ໃນວັນທີ 13 ທັນວາ. ນະທີ່ນີ້, ບັນດາເລື່ອງລາວທີ່ຕື້ນຕັນໃຈ ຂອງເຂົາເຈົ້າ ໃນອະດີດໄດ້ເຊື່ອມຕໍ່ເຖິງປັດຈຸບັນ ແລະ ໄດ້ຈຸດປະກາຍແຈ້ງ, ມີຄວາມອົບອຸ່ນກວ່າອີກ ຍ້ອນບັນດາຄວາມດີໃຈ ແລະ ຮອຍຍິ້ມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ເຈົ້າຍິງ ສົ່ງເສີມວິສາຫະກິດ ແບນຊິກ ຍູ້ແຮງດ້ານການຄ້າ - ການລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າອີກ.
ພາຍຫຼັງໄດ້ຮັບການຈັດຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ມີການເຄື່ອນໄຫວດ້ວຍເປົ້າໝາຍ ແລະ ໜ້າທີ່ແມ່ນໂຄສະນາ, ຂົນຂວາຍ, ເຊື່ອມຕໍ່ການພົວພັນຊ່ວຍປະຊາຊົນແຂວງ ແທງຮວາ ແລະ ປະຊາຊົນຍີ່ປຸ່ນ ຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ແບບແຜນການດຳລົງຊີວິດດ້ານເສດຖະກິດ ສັງຄົມ, ວິທະຍາສາດ - ເຕັກນິກ ຂອງແຕ່ລະປະເທດ. ຜ່ານນັ້ນກໍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ຍສໝ - ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດປະເທດ ສ.ອິນໂດເນເຊຍ ແຕ່ວັນທີ 21-23 ທັນວາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດໄປ ອິນໂດເນເຊຍ ພາຍຫຼັງເວລາ 9 ປີ ແລະ ໃນສະພາບການ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ທີ່ການເຮັດວຽກ, ທ່ານ ລ້າຍວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນແຂວງທ໊າຍບິ່ງ ໄດ້ສັງເຂບລວມກ່ຽວກັບສະພາບການເສດຖະກິດສັງຄົມ, ວຽກງານການທູດປະຊາຊົນຂອງແຂວງ ທ໊າຍບິ່ງ. ໃນໄລຍະຜ່ານມາ, ການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງໄດ້ມີຄວາມເອົາໃຈໃສ່ຕິດຕາມກວດກາວຽກງານການທູດປະຊາຊົນແຂວງ ທ໊າຍບິ່ງ ຢ່າງໃກ້ຊິດ, ຊີ້ນຳນຳພາຢ່າງທັນການ, ສ້າງເງື່ອນໄຂການເຄື່ອນໄຫວຢ່າງມີປະສິດທິຜົນ.
ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 - 2026.
ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ນຄອນ La Haye, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວຈະແກ້ໄຂບັນດາການຂັດແຍ້ງສາກົນກັບບັນດາຄູ່ຮ່ວມມືຕ່າງປະເທດຢູ່ບັນດາອົງການເປັນກາງ, ໄກ່ເກ່ຍ ແລະ ເປັນກຳມະການສາກົນທີ່ເໝາະສົມກັບກົດໝາຍສາກົນ ແລະ ຮັບປະກັນຜົນປະໂຫຍດຂອງບັນດາຝ່າຍ...
ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.
ຍສໝ - ທີ່ຕັ້ງຂອງແມ່ຍິງຫວຽດນາມ ຢູ່ອັງກິດ ໄດ້ຮັບຄວາມຖືເປັນສຳຄັນທີ່ສຸດ ແລະ ມີຫຼາຍຄົນໄດ້ກາຍເປັນຈຸດພົ້ນເດັ່ນໃນສັງຄົມ ແລະ ບັນລຸໄດ້ຜົນສຳເລັດທີ່ເປັນໜ້ານັບຖື, ທ່ານນາງ ຮ່ວາງຫາຍຮ່າ ປະທານສະມາຄົມແມ່ນຍິງບັນດາປະເທດ ອັງກິດ - ຫວຽດນາມ ແບ່ງປັນກັບນັກຂ່າວວາລະສານຍຸກສະໄໝ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທ່າງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຝລັ່ງ, ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ.
ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງທາງການ ແລະ ຈົບງາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe ນັບແຕ່ວັນທີ 30 ພະຈິກ ຫາວັນທີ 6 ທັນວາ 2022.
ໄລ່ມາຮອດປັດຈຸບັນ, ແຂວງເງະອານ ແລະ 3 ແຂວງປະເທດລາວ ທີ່ມີເສັ້ນຊາຍແດນຮ່ວມກັນ ຈັດຕັ້ງການແຮກສ່ຽວໄດ້ 21 ຄູ່ ບ້ານ - ບ້ານ, ປ້ອມທະຫານຊາຍແດນ 8 ປ້ອມ ກັບບັນດາກອງຮ້ອຍ, ຄ້າຍຕຳຫຼວດ ກັບ 3 ແຂວງຫົວພັນ - ຊຽງຂວາງ - ບໍລິຄຳໄຊ.
ຕອນບ່າຍວັນທີ 5 ທັນວາ, ການນຳແຂວງ ເງະອານ ໄດ້ໃຫ້ການຕ້ອນຮັບທ່ານ Jaya Ratnam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ. ຜ່ານການພົບປະຄັ້ງນີ້, ການພົວພັນຮ່ວມມືລະຫວ່າງແຂວງເງະອານ ແລະ ສິງກະໂປ ຈະໄດ້ຮັບການຍົກລະດັບ.
ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ Fukuoka (AVF) ໄດ້ຈັດຕັ້ງການຖະແຫຼງຂ່າວປະກາດວັນບຸນ “ລະດູບານໃໝ່ບ້ານເກີດເມືອງນອນ 2023 - Vietnamese Lunar New Year Festival” ຢູ່ສຳນັກງານຫ້ອງການສະຖານກົງສູນໃຫຍ່ ແລະ ທາງໄກກັບບັນດາສະຖານທີ່ຖ່າຍທອດສົດຢູ່ຍີ່ປຸ່ນ ແລະ ຫວຽດນາມ.
ຍສໝ - “ນັບແຕ່ຫຼາຍປີມານີ້, ຈິດໃຈສະໜິດຕິດພັນ ແລະ ຮັກຫອມສັນຕິພາບ ໄດ້ກາຍເປັນມູນເຊື້ອຂອງ ຫວຽດນາມ. ມາຮອດປັດຈຸບັນ, ຈິດໃຈນັ້ນໄດ້ຫັນເປັນລະອຽດ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ມີປະສິດທິຜົນກ່ວາ…” ທ່ານ ເຈິ່ນດັກເລີຍ, ຮອງປະທານຄະນະກຳມະການສັນຕິພາບ ຫວຽດນາມ, ແບ່ງປັນກັບວາລະສານຍຸກສະໄໝເນື່ອງໃນເຫດການກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ທີ່ດຳເນີນຢູ່ ຫວຽດນາມ.
ຍສໝ - ທີ່ການຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ, ທ່ານລັດຖະມົນຕີຫວຽດນາມ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍລາວຢ່າງສຸດຂີດ ເພື່ອໃຫ້ລາວລາວ ປະສົບຜົນສຳເລັດໃນການດຳລົງບົດບາດເປັນປະທານອາຊຽນ ໃນປີ 2024.
ຍສໝ - ຫວ່າງແລ້ວນີ້, ຢູ່ເຮືອນຮັບແຂກລັດຖະບານ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ ຫວຽດນາມ - ລາວ ຄັ້ງທີ 7 ພາຍໃຕ້ການເປັນປະທານຮ່ວມຂອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຢ້ຽວ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໂພໄຊ ໄຂຄຳພິທູນ
ໃນຂອບເຂດການຢ້ຽມຢາມສ.ຟີລິບປິນຢ່າງເປັນທາງການ, ຕອນເຊົ້າວັນທີ 24 ພະຈິກ, ຢູ່ນະຄອນຫຼວງ ມານີລາ ໄດ້ດຳເນີນເວທີປາໄສການລົງທຶນ - ການຄ້າ ຫວຽດນາມ - ຟິລິບປິນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາສູງ ຟີລິບປິນ Juan Miguel Zubiri ໄດ້ເຂົ້າຮ່ວມເວທີປາໄສ.