ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

15:58 | 13/01/2023

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ, ສອງ​ຊາດ ຫວຽດ​ນາມ - ລາວ​ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ, ນ້ຳ​ໃຈ​ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ ຍາມ​ໃດ​ກໍ່​ໜູນ​ຊ່ວຍເຊິ່ງ​ກັນ​ແລະ​ກັນ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ໄລ​ຍະ​​ສ້າງສາ, ພັດ​ທະ​ນາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ​ທ່ານ ບໍ​ວຽງ​ຄຳ ວົງ​ດາ​ລາ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາ​ວ - ຫວຽດ​ນາມ (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ປະ​ເທດ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 11 ມັງ​ກອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ບໍ​ວຽງ​ຄຳ ວົງ​ດາ​ລາ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາ​ວ - ຫວຽດ​ນາມ ພ້ອມ​ກັບ​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫ​ວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ, ສອງ​ຊາດ ຫວຽດ​ນາມ - ລາວ​ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ, ນ້ຳ​ໃຈ​ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ ຍາມ​ໃດ​ກໍ່​ໜູນ​ຊ່ວຍເຊິ່ງ​ກັນ​ແລະ​ກັນ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ໄລ​ຍະ​ສ້າງສາ, ພັດ​ທະ​ນາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ 2022, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ, ສຶກ​ສາ, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ ແລະ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ໃນ​ປີ​ຜ່ານ​ມາ, ທ່ານ​ສະ​ເໜີ​ສ້າງ​ບັນ​ດາ​ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຢູ່​ບັນ​ດາ​ທ້ອງ​ຖິ່ນ, ພ້ອມ​ທັງ​ສື​ບ​ຕໍ່​ມີ​ບັ​ນ​ດາ​ຮູບ​ການ​ພົບ​ປະ​ແລກ​ປ່ຽນ​ໃໝ່, ລະ​ອຽດ​ແມ່ນ​ປະ​ດິດ​ຄິດ​ສ້າງ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບອັນ​ຍິ່ງ​ໃຫຍ່ ແລະ ຄ​ວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ບໍ​ວຽງ​ຄຳ ວົງ​ດາ​ລາ ສະ​ແດງ​ຄວາມ​ຍິນ​ດີ ແລະ ເປັນ​ກ​ຽດ​ທີ່​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ຍາມ​ໃດ​ກໍ່​ຈາ​ລຶກ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ພັກ, ລັດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່​ສະ​ຫງວນ​ໃຫ້​ແກ່​ລາວ ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ໃນ​ເມື່ອ​ກ່ອນ ແລະ ໃນ​ວິ​ວັດ​ການ​ພັດ​ທະ​ນາ, ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ, ທ່ານ​ກໍ່​ໃຫ້​ຮູ້​ວ່າ ສອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ໄດ້​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ລາວ ຫວຽດ​ນາມ, ຫວຽດ​ນາມ ລາວ 2022 ຄື ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ພົວ​ພັນ, ຈັດ​ຕັ້ງ​ການ​ປະ​ກວດບົດ​ກອນ ແລະ ບົດ​ຂຽນ, ຍ້ອງ​ຍໍ​ສັນ​ລະ​ເສີນ​ສ່ວນ​ບຸກ​ຄົນ​ທີ່​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ສະ​ມາ​ຄົມ.

ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ ສະ​ມາ​ຄົມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ໂຄ​ສະ​ນາ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ມີ​ການ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບອັນ​ຍິ່ງ​ໃຫຍ່, ນ້ຳ​ໃຈ​ສະ​ມັກ​ຄີ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊ​າ​ຊົນ​ສອງ​ປະ​ເທດ ລາວ - ຫວຽດ​ນາມ. ທ່ານ​ສະ​ແດງ​ຄວາມ​ຫວັງ​ຈະ​ມາ​ນະ​ພະ​ຍາ​ຍາມ​ເຮັດຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ສາ​ມັກ​ຄີ - ມິດ​ຕະ​ພາບ ລາວ - ຫວຽດ​ນາມ ໃຫ້​ຍືນ​ຍົງ​ຄົງ​ຕົວ​ຊົ່ວ​ກາ​ລະ​ນານ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.