ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ

15:48 | 11/01/2023

ຍ​ສ​ໝ - ນີ້​ແມ່ນ​ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ທີ່​ສຸດ ຍ້ອນ​ວ່າ​ທັງ​ເປັນ​ການ​ຢ້ຽມ​ຢາມ​ລາວ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃນ​ຖາ​ນະ​ເປັນ​ຜູ້​ນຳ​ລັດ​ຖະ​ບານ ຫວຽດ​ນາມ, ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 45 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ລາວ - ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ພິ​ທີ​ສະຫຼຸບ​ປີ​ມິດ​ຕະ​ພາບ​ສາ​ມັກ​ຄີ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022. ສາມ​ເຫດ​ການ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ປະ​ເທດ, ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຕໍ່​ປະ​ເທດ​ລາວ.

ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ
ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ
ທ່​ານ​ນາ​ຍົ​ກ​ລັດ​ຖ​ມະ​ນ​ຕີ ສອ​ນໄຊ ສີ​ພັນ​ກອນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ (ພາບ: /baotintuc.vn)
ທ່​ານ​ນາ​ຍົ​ກ​ລັດ​ຖ​ມະ​ນ​ຕີ ສອ​ນໄຊ ສີ​ພັນ​ກອນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ (ພາບ: /baotintuc.vn)

ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ​ ຢ່າງ​ບໍ່​ຢຸດ​ຢັ້ງ

ນີ້​ແມ່ນ​ການ​ຢ້ຽມ​ຢາມທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ຍ້ອນ​ວ່າ​ທັງ​ເປັນ​ການ​ຢ້ຽມ​ຢາມ​ລາວ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃນ​ຖາ​ນະ​ເປັນ​ຜູ້​ນຳ​ລັດ​ຖະ​ບານ ຫວຽດ​ນາມ, ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 45 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມືທະວີພາຄີ​ລະ​ຫວ່າງ​ລັດ​ຖະ​ບານ ລາວ - ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ພິ​ທີ​ສະຫຼຸບ​ປີ​ມິດ​ຕະ​ພາບ​ສາ​ມັກ​ຄີ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022. ສາມ​ເຫດ​ການ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ປະ​ເທດ, ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຕໍ່​ກັບ​ລາວ.

​ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໄດ້​ໄປຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ, ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 45 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ແລະ ອັດ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022, ໃນ​ລະ​ຫວ່າງວັນ​ທີ 11 – 12 ມັງ​ກອນ. ການ​ຢ້ຽມ​ຢາມ​ໄດ້​ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອ​ງ​ລັດ​ຖະ​ບານ ຫວຽດ​ນາມ - ລາ​ວ ​ໃນ​ອາ​ຍຸ​ການ​ໃໝ່.

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່ມີ​ຄວາມ​ໝາຍ​ທີ່​ສຸດ ຍ້ອນ​ວ່າ​ທັງ​ເປັນ​ການ​ຢ້ຽມ​ຢາມ​ລາວ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃນ​ຖາ​ນະ​ເປັນ​ຜູ້​ນຳ​ລັດ​ຖະ​ບານ ຫວຽດ​ນາມ, ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 45 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມືທະວີພາຄີ​ລະ​ຫວ່າງ​ລັດ​ຖະ​ບານ ລາວ - ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ພິ​ທີ​ສະຫຼຸບ​ປີ​ມິດ​ຕະ​ພາບ​ສາ​ມັກ​ຄີ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022. ສາມ​ເຫດ​ການ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ປະ​ເທດ, ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຕໍ່​ກັບລາວ.

ກຳ​ລັງ​ໜູນ​ໃຫ້​ແກ່​ພາລະກິດແຫ່ງການ​ປ່ຽນ​ແປງ​ໃໝ່ ແລະ ເຊື່ອມ​ໂຍງ​ຢູ່​ແຕ່​ລະ​ປະ​ເທດ

ໃນ​ສອງວັນ​ຢ້ຽມ​ຢາມ​ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ຈະ​ພົບ​ປະ, ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ, ພົບ​ປະໍກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ທີ່​ສຸດ​ຂອງລາວ. ນີ້​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ກັນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ພ້ອມ​ທັງ​ພ້ອມ​ກັນ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການທີ່​ເໝາະ​ສົມ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່​ງ​ທ້າ​ທາຍ​ທີ່​ເກີດ​ຂຶ້ນ​ຢູ່​ແຕ່​ລະ​ປະ​ເທດ, ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ແລະ​ກໍ່​ໃນ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ພົ​ບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ, ຢັ້ງ​ຢືນ​ຄວາມ​ເອົາ​ໃຈ​ໃສ່, ຄວາມ​ເຂົ້າ​ໃຈ, ການ​ແບ່ງ​ປັນ​ຂອງ​ພັກ, ລັດ ຕໍ່​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ປະ​ກອບ​ສ່ວ​ນ​ປັບ​ປຸງ, ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ກຳ​ລັງ​ແຮງ​ທົ່ວ​ຊາດ. ການ​ຢ້ຽມ​ຢາມ​ໄດ້​ຮັບ​ການ​ຄາດ​ຫວັງ​ວ່າ​ຈະ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ​ໃນ​ຂະ​ແໜງການ​ຮ່ວມ​ມື​ຕ່າງໆ​ລະ​ຫວ່າງ ຫວຽດ​ນາມ - ລາວ ດ້ວຍ​ຈຸ​ດ​ພົ້ນ​ເດັ່ນ​ຄື ການ​ພົວ​ພັນ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ເມືອງ - ການ​ທູດ, ເສດ​ຖະ​ກິດ. ພ້ອມກັນນັ້ນ ກໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໂດຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ. ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ; ຢັ້ງຢືນການສະໜັບສະໜູນຂອງຫວຽດນາມຕໍ່ກັບລາວ ໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງຂອງລາວ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ສະ​ເຫຼີມ​ໄຊ ກົມ​ມະ​​ສິດ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລາວ - ຫວຽດ​ນາມ, ອີກ​ຄັ້ງ​ໜຶ່ງໄດ້​ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ທີ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຕໍ່​ລາວ. ທ່ານ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ສຳ​ລັບ​ຫວຽດ​ນາມ, ການ​ຢ້ຽມ​ຢາມ​ໄດ້​ປະ​ກອບ​ສ່ວນ​ໃນການປະ​ຕິ​ບັດ​ແນວ​ທາງ ແລະ ບັນ​ດາ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ ທີ່​ໄດ້​ສະ​ເໜີ​ຢູ່ກອງ​ປະ​ຊຸມ​ໃຫຍ່ທົ່ວ​ປະ​ເທດ​ຄັ້ງ​ທີ 13 ​ຂອງ​ພັກ, ຊຸກ​ຍູ້​ການ​ຕ່າງ​ປະ​ເທດ​ນັບ​ທັງ​ການ​​ພົວພັນຕ່າງ​ປະ​ເທດ​ພັກ, ການ​​ຕ່າງ​ປະ​ເທດ ລັດ ແລະ ການ​ທູດ​ປະ​ຊາ​ຊົນ, ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່​ຢ່າງ​ແທດ​ຈິງ.

ບັນ​ດາ​ຂີດ​ໝາຍ​ພົ້ນ​ເດັ່ນ​ໃນ​ປີ 2022

ປີ 2022, ການ​ພົວ​ພັນ​ສອງ​ປະ​ເທດ​ມີ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ສົນ​ໃຈຫຼາຍ​ຢ່າງ. ສອງ​ຝ່າຍ​ໄດ້​ຮັກ​ສາ​ການ​ພົບ​ປະ, ແລກ​ປ່ຽນ​ຂັ້ນ​ສູງ​ເປັນ​ປະ​ຈຳ ໃນ​ທຸກ​ຊ່ອງ​ທາງ. ພົ້ນ​ເດັ່ນ​ແມ່ນ​ສອງ​ຝ່າຍ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ສຳ​ເລັດ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022 ດ້ວຍ​ຈຸດ​ພົ້ນ​ເດັ່ນ​ແມ່ນ ພິ​ທີ​ສະ​ເຫຼີມ​ສະຫຼອງ​ຢ່າງ​ສົມ​ກຽດ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (5/9/1962) ແລະ 45 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ (18/7/1977), ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຕ່າງໆ​ຢູ່​ນະ​ຄອນຫຼວງ ແລະ ບັນ​ດາ​ແຂວງ, ນະ​ຄອນ​ຂອງ​ແຕ່​ລະ​ປະ​ເທດ. ສອງ​ຝ່າຍ​ໄດ້​ສືບ​ຕໍ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍທີ່​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ມີກ​ານ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ​ຄັ້ງ​ທີ 44 ຂອງ​ຄະ​ນ​ະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ (ເດືອນ​ມັງ​ກອນ 2022). ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ແຕ່​ລະ​ປະ​ເທດ ແລະ ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊຸກ​ຍູ້. ປີ 2022 ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ ຄາດ​ວ່າ ບັນ​ລຸ 1,63 ຕື້ USD, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ກັບ​ປີ 2021. ປັດ​ຈຸ​ບັນ ຫວຽດ​ນາມ ມີ​ໂຄງ​ການ​ລົງ​ທຶນ​ທີ່​ຍັງ​ມີ​ຜົນ​ສັກ​ສິດ​ຢູ່​ລາວ 238 ແຫ່ງ, ຍອດ​ທຶນ​ຈົດ​ທະ​ບຽນ​ປະ​ມານ 5,34 ຕ​ື້ USD, ສືບ​ຕໍ່​ແມ່ນ​ປະ​ເທດ​ລົງ​ທຶນ​ໃຫຍ່​ອັນ​ດັບ​ທີ 3 ຢູ່​ລາວ.

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມທະວີ, ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ສອງ​ປະ​ເທດສາມາດ​ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19, ເປີດ​ປະ​ຕູ​ຄືນ​ໃໝ່. ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ທີມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ, ພິ​ເສດ​ແມ່ນ​ໃນ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເບິ່ງ​ແຍງ​ດູ​ແລ​ທາງ​ການ​ແພດ, ບຳ​ລຸງ​ສ້າງ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ເຂດ​ຊາຍ​ແດນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.