ປັບ​ປຸງ ແລະ ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ແຂວງ ດັກ​ນົງ ແລະ Mondulkiri (ກຳ​ປູ​ເຈຍ)

08:29 | 16/01/2023

ຍ​ສ​ໝ - ຢູ່​ນະ​ຄອນ ຢາ​ເງ້ຍ, ສອງ​ແຂວງ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື​ໄປເຖິງການ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ລົງ​ນາມ ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ດັກ​ນົງ, ຫວຽດນ​າມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ແຂວງ Mondulkiri (ກຳ​ປູ​ເຈຍ) ໄລ​ຍະ 2023 – 2026 ໃນ​ບັນ​ດາ​ຂົງ​ເຂດ.

ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ
ປັບ​ປຸງ ແລະ ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ແຂວງ ດັກ​ນົງ ແລະ Mondulkiri (ກຳ​ປູ​ເຈຍ)
ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ລະ​ຫວ່າງ​ສອງ​ແຂວງ ດັກ​ນົງ ແລະ Mondulkiri ໄລ​ຍະ 2021 – 2023, ພ້ອມ​ທັງ​ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ພັດ​ທະ​ນາ​ໄລ​ຍະ 2023 – 2026

ປັບ​ປຸງ ແລະ ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ແຂວງ ດັກ​ນົງ ແລະ Mondulkiri (ກຳ​ປູ​ເຈຍ)

ວັນ​ທີ 11 ມັງ​ກອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ນົງ ແລະ ແຂວງ Mondulkiri (ກຳ​ປູ​ເຈຍ) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ລະ​ຫວ່າງ​ສອງ​ແຂວງ ດັກ​ນົງ ແລະ Mondulkiri ໄລ​ຍະ 2021 – 2023, ພ້ອມ​ທັງ​ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ພັດ​ທະ​ນາ​ໄລ​ຍະ 2023 – 2026 ເພື່ອ​ແນ​ໃສ່​ປັບ​ປຸງ ແລະ ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ສອງ​ແຂວງ.

ຢູ່​ນະ​ຄອນ ຢາ​ເງ້ຍ, ສອງ​ແຂວງ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ, ປຶກ​ສາ​ຫາ​ລືໄປເຖິງການເຫັນ​ດີ​ເປັນ​ເອ​ກະ​ພາບ​ລົງ​ນາມ ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ດັກ​ນົງ, ຫວຽດນ​າມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ແຂວງ Mondulkiri (ກຳ​ປູ​ເຈຍ) ໄລ​ຍະ 2023 – 2026 ໃນ​ບັນ​ດາ​ຂົງ​ເຂດ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ຮ່ວມ​ມືກັນ​ກໍ່​ສ້າງ, ຍົກ​ລະ​ດັບ​ດ່ານ​ຊາຍ​ແດນ ດັກ​ເປີ, ເມືອງ​ດັກ​ມິວ (ແຂວງ​ດັກ​ນົງ) - ບູ​ຊາ​ຣາ ແຂວງ Petchanda (Mondulkiri) ກາ​ຍ​ເປັນ​ດ່ານ​ຊາຍ​ແດນ​ສາ​ກົນ, ຮ່ວມ​ມືດ້ານການ​ລົງ​ທຶນ, ການ​ຄ້າ, ການ​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ, ເຄື່ອງ​ປາ​ຂອງ​ດົງ, ປົກ​ປັກຮັກສາ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ. ພ້ອມ​ທັງ ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ພົບ​ປະ​ແລກປ່ຽນປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ແຂວງ, ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

ສ່ວນ​ແຂວງ Mondulkiri ກໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ອົງ​ການ​ການ​ເມືອງ​ສັງ​ຄົມ, ສະ​ມາ​ຄົມ​ການ​ກຸ​ສົນ​ຂອງ​ແຂວງ ດັກ​ນົງ​ ມາ​ຢື້ຢ​າມ, ໜູນ​ຊ່ວຍ, ຮັບ​ປະ​ກັນ​ບັນ​ດາ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳຂອງ​ຊາວ​ເຊື້​ອ​ຊາດ ຫວຽດ​ນາມ ທີ່ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່​ແຂວງ Mondulkiri. ສອງ​ຝ່າຍ​ໄດ້​ສົມ​ທົບ​ກັນ​ໃນ​ວຽກ​ງານ​ແບ່ງເສັ້ນ​ຊາຍ​ແດນ, ປັກຫຼັກ​ໝາຍ​ຊາຍ​ແດນ, ເພີ່ມ​ທະ​ວີ​ການ​ຊີ້​ນຳ​ຂອງ​ບັນ​ດາ​ອົງ​ການ​ທີ່ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍໃນ​ການ​ແລກ​ປ່ຽນ ແລະ ສະ​ໜອງ​ຂໍ້​ມູນ​ຮ່ວ​ມມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ຝ່າຍຢ່າງ​ເປັນ​ປະ​ຈຳ.

ກ່າວ​ຄຳ​ເຫັນ​ທີ່​ກ່ອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ດັກ​ນົງ ໂຮ່​ວັນ​ເມື່ອຍ ແລະ ທ່ານ ເຈົ້າ​ແຂວງ Mondulkiri ລ້ວນ​ແຕ່​ຢັ້ງ​ຢືນ​ວ່າ ໃນ​ຊຸມ​ປີ​ຜ່ານ​ມາ, ສອງ​ແຂວງ​ໄດ້​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃນ​ການ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ແຂວງ ແລະ ປັບ​ປຸງ, ພັດ​ທະ​ນາ​ກາ​ນ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ.

ໂດຍເສີມ​ຂະ​ຫຍາຍ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ສອງ​ແຂວງ​ຈະ​ສືບ​ຕໍ່ຮັກ​ສາ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃຈ​ໂຄງ​ການ​ຮ່ວມ​ມື​ໄລ​ຍະ 2023 – 2026 ທີ່​ຫາ​ກໍ່​ໄດ້​ລົງ​ນາມຢ່າງ​ມີ​ປະ​ສິດ​ທິ​ຜົນ​ ເພື່ອ​ປັບ​ປຸງ ແລະ ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ແຂວງ​ດັກ​ນົງ ແລະ Mondulkiri.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.