ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ກ໋​ວາງ​ນາມ ແລະ ສ.ເກົາຫຼີ

09:07 | 04/01/2023

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ໃຫຍ່, ທ່ານ ​ຟານ​ທ໊າຍ​ບິ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ຄະ​ນະ​ພັກ​ແຂວງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ແຂວງ ໃຫ້​ຮູ້​ວ່າ ອາ​ຍຸ​ການ​ນີ້ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ ແລະ ບັນ​ດາ​ສາ​ຂາ​ຂຶ້ນ​ກັບ​ສະ​ມາ​ຄົມ ໄດ້​ຕັ້ງ​ໜ້າ​ພ້ອມ​ກັບບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ໃນ​ແຂວງ ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ກັບ ສ​.ເກົາຫຼີ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ທີ່​ສຸດ​ໃນ​ບາງ​ຂົງ​ເຂດ.

ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ກ໋​ວາງ​ນາມ ແລະ ສ.ເກົາຫຼີ
ທ່ານ ​ຟານ​ທ໊າຍ​ບິ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ຄະ​ນະ​ພັກ​ແຂວງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ແຂວງ

ຕອນ​ເຊົ້າ​ວັນ​ທີ 27 ທັນ​ວາ ​ຢູ່​ແຂວງ​ກ໋​ວາງ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ແຂວງ ກ໋​ວາງ​ນາມ (ສະ​ມາ​ຄົມ) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ສະ​ມາ​ຄົມ ຊຸດ​ທີ III ອາ​ຍຸ​ການ 2022 – 2027. ທ່ານ ຟ້ານ​ທ໊າຍ​ບິ່ງ ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ອາ​ຍຸ​ການ 2022 - 2027

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ແຂວງ​ກ໋​ວາງ​ນາມ ໄດ້​ຮັບ​ກາ​ນ​ສ້າງ​ຕັ້ງຕາມ​ຂໍ້​ຕົກ​ລົງ​ສະບັບເລກ​ທີ 4446/QĐ-UB ລົງວັ​ນ​ທີ 14 ຕຸ​ລາ ປີ 2003 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ນາມ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໂດຍ​ໄດ້​ຮັບ​ຄວາມເອົາ​ໃຈໃສ່​ຈາກ​ການ​ຊີ້​ນຳ​ຂອງ​ການ​ນຳ​ແຂວງ ກ໋​ວາງ​ນາມ, ໜູນ​ຊ່ວຍ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ ພິ​ເສດ​ແມ່ນ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ກ໋​ວາງ​ນາມ, ສະ​ມາ​ຄົມ​ໄດ້​ຕັ້ງ​ໜ້າ​ເຄື່ອນ​ໄຫວ ແລະ ບັນ​ລຸ​ໄດ້​ບາງ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ໃຫຍ່, ທ່ານ ​ຟານ​ທ໊າຍ​ບິ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ຄະ​ນະ​ພັກ​ແຂວງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ແຂວງ ໃຫ້​ຮູ້​ວ່າ ອາ​ຍຸ​ການ​ນີ້ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ ແລະ ບັນ​ດາ​ສາ​ຂາ​ຂຶ້ນ​ກັບ​ສະ​ມາ​ຄົມ ໄດ້​ຕັ້ງ​ໜ້າ​ພ້ອມ​ກັບບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ໃນ​ແຂວງ ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ກັບ ສ​.ເກົາຫຼີ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ທີ່​ສຸດ​ໃນ​ບາງ​ຂົງ​ເຂດ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນແມ່ນ​ການ​ພົວ​ພັນ​ແຮກ​ສ່ຽວ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງກວາງ​ນາມ ​ຄື ຕາມ​ກີ, ນາມ​ຈ່າ​ມີ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ສ.ເກົາຫຼີ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ແຂວງ​ຢ່າງ​ມີ​ໄຊ, ເພີ່ມ​ທະ​ວີ​ການ​ພົວພັນ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ສ.ເກົາຫຼີ, ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ການຮ່ວມ​ມື ຫວຽດ​ນາມ - ສ.ເກົາຫຼີ ນັບ​ມື້​ນັບ​ເຂົ້​າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຕາມ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່, ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ສະ​ມາ​ຄົມ​ໄດ້​ສົມ​ທົບ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ກ໋​ວາງ​ນາມ ຂົນ​ຂວາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ເກືອບ 10 ອົງ​ການ ສ.ເກົາຫຼີ ອຸ​ປະ​ຖຳ ກ່​ວາ 30 ໂຄງ​ການ, ລາຍ​ການທີ່​ແຂວງ ກ໋​ວາ​ງ​ນາມ ດ້ວຍຍອດ​ເງິນ​ກ່​ວາ 12,223 ຕື້ ດົ່ງ ກ່ຽວ​ກັບ​ຂົງ​ເຂດ​ອຸ​ປະ​ຖຳ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ເມດ​ຕາ, ເດີ່ນຫຼິ້ນ​ໃຫ້​ແກ່​ໂຮງ​ຮຽນ, ທຶນ​ການ​ສຶກ​ສາ, ລົດ​ຖີບ, ວັດ​ຖຸ​ອຸ​ປະ​ກອນ​ການ​ຮຽນ, ນ້ຳ​ປະ​ປາ​ໃນ​ໂຮງ​ຮຽນ.

ໂດຍຕີ​ລາ​ຄາ​ຢູ່ກອງ​ປະ​ຊຸມ​ໃຫຍ່, ບັນ​ດາ​ຜູ້​ແທນ​ລ້ວ​ນ​ແຕ່​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ວ່າ ອາ​ຍຸ​ການ​ຜ່ານ​ມາ, ສະ​ມາ​ຄົມ ແລະ ສາ​ຂາ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບໃນ​ວັນ​ສຳ​ຄັນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ​ - ສ.ເກົາຫຼີ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ການ​ເຄື່ອນ​ໄຫວ​ອຸ​ປະ​ຖຳ​ບໍ່​ຂຶ້ນ​ກັ​ລ​ລັດ​ຖະ​ບານ​ໂດຍ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ ແລະ ວິ​ສາ​ຫະ​ກິດ​ ສ.ເກົາຫຼີ​ ອຸ​ປະ​ຖຳ ເຖິງວ່າຫຼຸດ​ລົງ​ແຕ່ຍັງໄດ້ຮັບການ​ຮັກ​ສາຢ່າງ​ເປັນ​ປະ​ຈຳ ແລະ ສຸມ​ໃສ່​ປະ​ຕິ​ບັດ​ໂຄງ​ການ​ອຸ​ປະ​ຖຳ​ມະ​ນຸດ​ສະ​ທຳ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ວຽກ​ງານ​ໜູນ​ຊ່ວຍ​ສັງ​ຄົມ​ໃນ​ບໍ​ລິ​ເວນ​ແຂວງ​ໃຫ້​ເປັນ​ຢ່າງ​ດີ.

ໃນ​ເງື່ອນ​ໄຂທີ່​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ​ແຂວງ ກ໋​ວາງ​ນາມ​ໄດ້​ຕັ້ງ​ໜ້າ​ສູ້ຊົນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ຍຸກສະ​ໄໝ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວາງ​ຂວາງ, ປະ​ກອບ​ສ່ວນ​ເປີດກວ້າງ ແລະ ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ພົບ​ປະ​ແລກ​ປ່ຽນ​ປ​ະ​ຊາ​ຊົນ, ຂົນ​ຂວາຍ​ການ​ໜູນ​ຊ່ວຍ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ ສ.ເກົາຫຼີ ຢູ່​ແຂວງ ກວາງ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.