ຝຸ​ອຽນ: ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ກ​ຳ​ປູ​ເຈຍ

07:54 | 23/12/2022

ຍ​ສ​ໝ- ຫວ່າງ​ແລ້ວ​ນີ້, ສະ​ມາ​ຄົມ​ມິດ​ຕິ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແຂວງ ຝຸ​ອຽນ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ III ອາ​ຍຸ​ການ 2022 – 2027 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນທາງ​ການ 250 ທ່ານ ທີ່​ເປັນ​ຜູ້​ຕາງ​ໜ້າ​ສະ​ມາ​ຊິກ 950 ຄົນ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ພະ​ນົມ​ເປັນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ພະ​ນົມ​ເປັນ
ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ
ຝຸ​ອຽນ: ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ກ​ຳ​ປູ​ເຈຍ
​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ III ອາ​ຍຸ​ການ 2022 – 2027ສະ​ມາ​ຄົມ​ມິດ​ຕິ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແຂວງ ຝຸ​ອຽນ (ພາບ: phuyen.gov.vn)

ຕ​າມ​ບົດ​ລາຍ​ງານ​ຢູ່ກອງ​ປະ​ຊຸມ​ໃຫຍ່, ໃນ​ອາ​ຍຸ​ການຜ່ານ​ມາ, ກອງ​ປະ​ຊຸມ​ໄດ້​ສ້າ​ງ​ສະ​ໜາມ​ໃຫ້​ແກ່​ອະ​ດີດ​ນັກ​ຊ່ຽວ​ຊານ, ນັກ​ຮົບ​ເກົ່າ​ຂຶ້ນ​ກັບ​ບັນ​ດາກອງ​ພົນຫຼັກ​ແຫ່ງຂອງ​ທະ​ຫານ​ເຂດ 5 ແລະ ບັນ​ດາ​ໜ່ວຍ​ງານ​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ, ເຊື່ອມ​ຕໍ່​ນ້ຳ​ໃຈ​ສາ​ມັກ​ຄີຂອງ​ຜູ້​ທີ່​ຮ່ວມຂຸມ​ຄອງ, ມີ​ຄວາມ​ຊົງ​ຈຳຫຼາຍ​ຢ່າງ​ທີ່​ສະ​ໜິດ​ຕິດ​ພັນ​ກັບ​ປະ​ເທດ​ຊາດ ແລະ ຊາວ​ກຳ​ປູ​ເຈຍ.

ຜ່ານ​ນັ້ນ, ກໍ່ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແນວ​ທາງ​ການ​ທູດ​ປະ​ຊາ​ຊົນ, ປັບ​ປຸງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ ເພື່ອ​ແນ​ໃສ່​ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ສາ​ປະ​ເທດ​ຊາດ.

ຢູ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ຮອງ​ປະ​ທານ​ປະ​ເທດ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ດ່າວ​ມີ ກໍ່​ຢັ້ງ​ຢືນ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕິ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ຂອງແຂວງໃນ​ອາ​ຍຸ​ການ​ຜ່ານ​ມາ. ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ຄວາມ​ຮັບ​ຜິດ​ຊອບ​ຊອງ​ສະ​ມາ​ຄົມ​ແມ່ນ​ປັບ​ປຸງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ. ສະ​ມາ​ຊິກ​ແຕ່​ລະ​ຄົນ​ຂອງ​ສະ​ມາ​ຄົມ​ຕ້ອງ​ປະ​ກອບ​ເຫື່ອ​ແຮງ, ສຸດ​ຈິດ​ສຸດ​ໃຈ​ປະ​ກອບ​ສ່ວນ​ສ້າງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ຂອງແຂວງ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງກ່ວາເກົ່າ, ມີ​ຄວາມ​ສາ​ມັກ​ຄີກ່ວາເກົ່າ​.

ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ, ການ​ນຳ​ແຂວງ​ກໍ່​ສະ​ເໜີ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕິ​ພາບ​ແຂວງ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ແລະ ກົມ​ກອງ​ທີ່​ກ່ຽວ​ຂ້ອງ​ເອົາ​ໃຈ​ໃສ່​ກ່​ວາອີກ, ໜູນ​ຊ່ວຍ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ​ຂອງແຂວງ ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ, ເພື່ອ​ສະ​ມາ​ຄົມ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ແມ່ນ​ຮັກ​ສາ ແລະ ເພີ່ມ​ພູນ​ຄູ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ ແລະ ກ​ານ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.