ຍສໝ - ຫວຽດນາມ ໄດ້ສຳເລັດການເຊື່ອມຕໍ່ລະບົບຊຳລະເງິນຂ້າມຊາຍແດນຜ່ານ QR Code ກັບໄທ ແລະ ກຳປູເຈຍ (ກຳລັງຜັນຂະຫຍາຍຕໍ່ກັບ ລາວ), ໃຫ້ປະຊາຊົນຢູ່ແຕ່ລະປະເທດສາມາດສະແກນ QR Code ເພື່ອຊຳລະສິນຄ້າ ແລະ ການບໍລິການຢ່າງປອດໄພ, ສະດວກໃນບັນດາປະເທດດັ່ງກ່າວ ດ້ວຍແອັບທະນາຄານຂອງ ຫວຽດນາມ ໃນໂທລະສັບ ແລະ ກົງກັນຂ້າມ.
ຍສໝ - ແບ່ງປັນຄວາມຫຍຸ້ງຍາກ, ຂອງການນຳແຂວງຫົວພັນ, ພ້ອມທັງວາງອອກບັນດາເປົ້າໝາຍ, ທິດທາງເປີດກວ້າງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ແຂວງ, ທ່ານ ຫງວຽນຟີລອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງ, ເລຂາພັກແຂວງ ເນັ້ນໜັກວ່າ: ດ້ວຍນ້ຳໃຈອ້າຍນ້ອງ ແລະເພື່ອນມິດສະຫາຍ “ຄອບຄົວດຽວກັນ” ທີ່ສະໜິດສະໜົມ, ຮວ່າບິ່ງ ແລະຫົວພັນ ສືບຕໍ່ສະໜັບສະໜູນ, ປຸກລະດົມ ແລະໜູນຊ່ວຍກັນກໍ່ສ້າງ 2 ປະເທດ ແລະ 2 ທ່ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງ.
ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນບ່າຍວັນທີ 29 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍທ່ານລັດຖະມົນຕີ ຮ່ວາງແທງດາດ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.
ຍສໝ - ໃນປີ 2024, ສະມາຄົມວາງເປົ້າໝາຍຮັບເອົາສະມາຊິກຕື່ມອີກຢ່າງໜ້ອຍສຸດແມ່ນ 70 ຄົນ, ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງປະຕິບັດໂຄງການ “ເສີມສ້າງສາຍພົວພັນມິດຕະພາບ” ຢ່າງມີປະສິດທິຜົນ, ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ມາຢ້ຽມຢາມແຂວງ ບັກຢາງ...
ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.
ຍສໝ - ແຕ່ລະປີ, ກົມກອງໄດ້ເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ, ຄະນະພັກເມືອງ ແລະຄະນະກໍາມະການປະຊາຊົນເມືອງແທງເຈືອງ ປະກາດໃຊ້ບັນດາເອກະສານຊີ້ນຳ ນຳພາການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ແລະຈັດຕັ້ງການປະຕິບັດບັນດາເນື້ອໃນຂອງສັນຍາ, ດຳລັດ. ຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງປ້ອງກັນຊາຍແດນຂອງລາວ, ຮັກສາວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ຮັກສາຊາຍແດນແຫ່ງຊາດເປັນປະຈໍາ.
ຍສໝ - ເຂົ້າຮ່ວມງານຕະຫຼາດນັດ Travex ປີ 2024 ຢູ່ ລາວ, ຮ້ານແນະນຳການທ່ອງທ່ຽວ ຫວຽດນາມ ໄດ້ສົ່ງເສີມ, ໂຄສະນາ, ແນະນຳຮູບພາບການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ; ຊຸກຍູ້ການຍົກສູງເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ “Vietnam - Timeless Charm” ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນ ແລະ ບັນດາກະແສສິນຄ້າທ່ອງທ່ຽວທີ່ເປັນເຈົ້າພາທາງ.
ຍສໝ - ໄປຮຽນກຽມພາສາຫວຽດນາມ ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ດານັງ, ບັນດານັກສຶກສາຕ່າງປະເທດ ໄດ້ຮັບການຝຶກອົບຮົມພ້ອມກັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ເຂົ້າຮ່ວມການໄປໄປລົງຕົວຈິງຫຼາຍຄັ້ງ... ໂດຍຜ່ານນັ້ນ ຈຶ່ງຊ່ວຍໃຫ້ບັນດານັກສຶກສາຕ່າງປະເທດມີຄວາມໝັ້ນໃຈຕົນເອງກ່ວາໃນການສື່ສານ ດ້ວຍພາສາຫວຽດນາມ.
ຍສໝ - ຫວຽດນາມ ແລະ ສ.ເກົາຫຼີ ມີຈຸດທີ່ຄ້າຍຄືກັນຫຼາຍດ້ານຄື ປະຫວັດສາດ, ວັດທະນະທຳ, ມີທີ່ຕັ້ງພູມສາດທີ່ສະໜິດສະໜົມ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພ້ອມກັນແບ່ງປັນຜົນປະໂຫຍດເຊິ່ງກັນ ແລະ ກັນ.
ຍສໝ - ທ່ານ ຫງວຽນວັນແຮງ, ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ຮ່າໂນ້ຍ ໃຫ້ຮູ້ຄືດັ່ງກ່າວທີ່ກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານການທູດປະຊາຊົນໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ ແລະ ໜ້າທີ່ 6 ເດືອນທ້າຍ ປີ 2024 ຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ເຊິ່ງໄດ້ດຳເນີນໃນວັນທີ 4 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 27 ພຶດສະພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ La Habana ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2024-2029, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບໍາລຸງສ້າງ ຫວຽດນາມ - ກູບາ.
ຍສໝ - ວັນທີ 2 ກໍລະກົດ, ເຫດການ “ວັນວັດທະນະທໍາ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ໄດ້ໄຂຂຶ້ນທີ່ໂຮງລະຄອນ Zaryadie ຢູ່ໃຈກາງນະຄອນຫຼວງ Moskva, ສະຫະພັນ ລັດເຊຍ, ດ້ວຍການເຄື່ອນໄຫວຫຼາຍຢ່າງໃນຕະຫຼອດອາທິດ.
ຍສໝ - ທ່ານເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ Uladzimir Baravikou ໃຫ້ຮູ້ຄືດັ່ງກ່າວເມື່ອແລກປ່ຽນກັບນັກຂ່າວຈາກ ວາລະສານຍຸກສະໄໝ ກ່ຽວກັບບັນດາໝາກຜົນແຫ່ງການພົວພັນປະຊາຊົນ ຫວຽດນາມ - ເບລາຣຸດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດ ເບລາຣຸດ (ວັນທີ 3 ກໍລະກົດ 1994 - ວັນທີ 3 ກໍລະກົດ 2024).
ຍສໝ - ທ່ານພັນເອກພິເສດ ເລກວາງເຮີບ, ຮອງຜູ້ອຳນວຍການໃຫຍ່ສູນການກະທຳຮັບມືກັບລູກລະເບີດ, ໝາກມິນແຫ່ງຊາດຫວຽດນາມ (VNMAC) ແບ່ງປັນວ່າ: ໃນຊຸມປີມໍ່ໆມານີ້, ຫວຽດນາມ ຍາມໃດກໍ່ຕັ້ງໜ້າ ແລະເປັນເຈົ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະມົນລະພິດຈາກລູກລະເບີດ, ໝາກມິນເວົ້າສະເພາະ ດ້ວຍຄວາມປາດຖະໜາຢາກເຮັດໃຫ້ຫວຽດນາມ ກາຍເປັນປະເທດປອດມົນລະພິດຈາກລູກລະເບີດ ແລະໝາກມິນ.
ຍສໝ - ໃນຊຸມປີຜ່ານມາ, ມະຫາວິທະຍາໄລ Nagasaki Prefectural (ຍີ່ປຸ່ນ) ສົ່ງນັກສຶກສາຝຶກງານ ແລະ ຄູອາຈານໄປຮ່ຳຮຽນ ແລະ ເຮັດວຽກຢູ່ນະຄອນ ດານັງ ໄດ້ບັນລຸໝາກຜົນອັນດີງາມຫຼາຍຢ່າງ.
ຍສໝ - ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານ ຫວູຫາຍຮ່າ ກຳມະການສູນກາງພັກ, ຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yamamoto Gosei ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ (NSHN) ຍີ່ປຸ່ນ - ຫວຽດນາມ.
ຍສໝ - ວັນທີ 3 ກໍລະກົດ, ຢູ່ນະຄອນ ດານັງ, ສູນກາງສະພາກາແດງ ຫວຽດນາມ ໂດຍໄດ້ຮັບການໜູນຊ່ວຍຈາກບໍລິສັດຫຸ້ນສ່ວນສົ່ງເສີມການລົງທຶນ ແລະ ການພັດທະນາແບບຍືນຍົງ (SIPCO) ຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ເຮັດວຽກກັບຄະນະປະຕິບັດງານຂອງອົງການກາແດງແຫ່ງຊາດ ລາວ.
ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນກຳມະບານ ລາວ (LFTU) ໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານ ລາວ ເປັນຫົວໜ້າຄະນະ.