ຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ

16:10 | 19/01/2024

ຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງ

ອອກບັດໃຫ້ປະຊາຊົນເຂົ້າອອກຕະຫຼາດຊາຍແດນຫວຽດນາມ-ລາວ ເປັນຄັ້ງທຳອິດ ອອກບັດໃຫ້ປະຊາຊົນເຂົ້າອອກຕະຫຼາດຊາຍແດນຫວຽດນາມ-ລາວ ເປັນຄັ້ງທຳອິດ
ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ. ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ.

ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງບັກຢາງ ໄດ້ສະຫຼຸບວຽກງານການທູດປະຊາຊົນ ແລະການເຄື່ອນໄຫວ ໃນປີ 2023, ວາງອອກໜ້າທີ່ຈຸດສຸມໃນປີ 2024.

ຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ

ນັກສຶກສາລາວ ຮັບຟັງການນຳສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງບັກຢາງ ແນະນຳກ່ຽວກັບໝາກລີນຈີ່ລູກງ້ານ. ພາບ: baobacgiang.com.vn

ປີກາຍນີ້, ສະມາຄົມໄດ້ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາ; ຈັດຕັ້ງຫຼາຍກິດຈະກຳເຄື່ອນໄຫວພົບປະແລກປ່ຽນການທູດປະຊາຊົນ; ຍູ້ແຮງການເຄື່ອນໄຫວການກຸສົນ. ສະມາຊິກຂອງສະມາຄົມຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຢູ່ທ້ອງຖິ່ນ.


ພະນັກງານ, ສະມາຊິກຂອງສະມາຄົມໄດ້ບໍລິຈາກເງິນໜູນຊ່ວຍນັກຮົບເກົ່າລາວ ທີ່ປະສົບກັບຄວາມຫຍຸ້ງຍາກ; ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ເຂົ້າຮ່ວມຄະນະປະຕິບັດງານຢ້ຽມຢາມແຂວງ ໄຊສົມບູນ; ລົງນາມໃນບົດບັນທຶກຊ່ວຍຈໍາການເຄື່ອນໄຫວລະຫວ່າງສອງສະມາຄົມໄລຍະ 2023-2025.

ໂດຍປະຕິບັດຂະບວນການ “ເສີມສ້າງສາຍພົວພັນມິດຕະພາບ”, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ບັກຢາງ ໄດ້ສົມທົບກັນຕ້ອນຮັບຄະນະນັກຮຽນໂຮງຮຽນມິດຕະພາບ 80 (T80, ຮ່າໂນ້ຍ) ມາຢ້ຽມຢາມສະຖານທີ່ທ່ອງທ່ຽວຕ່າງໆຂອງແຂວງ.

ໃນປີ 2024, ສະມາຄົມວາງເປົ້າໝາຍຮັບເອົາສະມາຊິກຕື່ມອີກຢ່າງໜ້ອຍສຸດແມ່ນ 70 ຄົນ, ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງປະຕິບັດໂຄງການ “ເສີມສ້າງສາຍພົວພັນມິດຕະພາບ” ຢ່າງມີປະສິດທິຜົນ, ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ມາຢ້ຽມຢາມແຂວງ ບັກຢາງ, ສືບຕໍ່ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະຕິບັດວຽກງານໂຄສະນາກ່ຽວກັບສາຍພົວພັນອັນຍິ່ງໃຫຍ່ແບບພິເສດລະຫວ່າງຫວຽດນາມ - ລາວ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.