ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

14:17 | 05/07/2024

ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນກຳມະບານ ລາວ (LFTU) ໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານ ລາວ ເປັນຫົວໜ້າຄະນະ.

ອົງການກຳມະບານກວາງນາມ ມີຄວາມສົນໃຈຕໍ່ວຽກງານການຕ່າງປະເທດ
ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

ທີ່​ການ​ພົບ​ປະ, ທ່ານ​ ຫງວຽນ​ດິ່ງ​ຄາງ ​ໄດ້​ສົ່ງ​ຄຳ​ຢື້ຢາມຖາມຂ່າວ ​ແລະ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະພັນ​ກຳມະບານ​ ລາວ ກ່ອນ​ວັນ​ສະເຫຼີມສະຫຼອງ 47 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ ປີ 1977 - ວັນທີ 18 ກໍລະກົດ ປີ 2024).

ທ່ານ​ ຫງວຽນ​ດິ່ງ​ຄາງ ​ເນັ້ນ​ໜັກ​ວ່າ: ການພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ​ໃນ​ຕະຫຼອດ 60 ປີຜ່ານມາ ​ຍາມໃດກໍ່ໄດ້​ຮັບ​ການ​ຮັກສາ ແລະ ເສີມຂະຫຍາຍ​ຈາກ​ການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ​ໃນ​ດ້ານ​ການ​ຕ່າງປະ​ເທດ, ທ່ານ​ປະທານ​ສະຫະພັນໃຫຍ່​ແຮງ​ງານ ​ຫວຽດນາມ ຢືນຢັນ​ວ່າ: ອົງການກຳມະບານ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ LFTU ​ແມ່ນ​ບຸລິມະສິດ​ແຖວໜ້າ.

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

ຫຼາຍ​ເນື້ອ​ໃນ​ຂອງການ​ຮ່ວມ​ມື​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຈາກ​ສອງ​ຝ່າຍ​ທີ່​ກອງ​ປະ​ຊຸມ

​ໂດຍການແບ່ງປັນ​ຂໍ້​ມູນ, ທ່ານ​ປະທານ​ສະຫະພັນ​ໃຫຍ່ແຮງ​ງານ ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, 5 ອົງການກຳມະບານຂະແໜງ​ສູນ​ກາງ, 2 ຫົວໜ່ວຍ​ຂຶ້ນກັບ​ສະຫະພັນ​ໃຫຍ່ ​ແລະ 15 ສະຫະພັນ​ແຮງ​ງານ​ຂອງ​ບັນດາ​ແຂວງ, ນະຄອນຂຶ້ນກັບ​ສູນ​ກາງຂອງ ​ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ສອງຝ່າຍ​ກັບບັນດາອົງການກຳມະບານຂອງ ​ລາວ, ໃນນັ້ນ ບັນດາ​ແຂວງ​ຢູ່ເຂດ​ຊາຍ​ແດນລ້ວນແຕ່ມີການສ້າງຕັ້ງສາຍ​ພົວພັນ​. ​ໃນ​ຂະບວນ​ການ​ປະຕິບັດ​ສັນຍາການ​ຮ່ວມ​ມື​ໄລຍະ ປີ 2023-2028, 2 ຝ່າຍ​ໄດ້​ປະຕິບັດ 25 ​ການ​ເຄື່ອນ​ໄຫວ​ແລກປ່ຽນບັນດາ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໃນ​ນັ້ນ​ມີ 15 ຄະນະ​ອອກໄປປະຕິບັດງານ​ດ້ວຍຈຳນວນ 67 ເທື່ອຄົນ, 4 ຄະນະ​ເຂົ້າມາເຮັດວຽກ​ດ້ວຍຈຳນວນ 15 ເທື່ອຄົນ, ​ຈັດຕັ້ງ 4 ຫ້ອງຝຶກອົບຮົມໄລຍະສັ້ນດ້ວຍຈຳນວນສຳມະນາກອນລາວ 159 ຄົນເຂົ້າຮ່ວມ...

ທ່ານປະທານ​ ຫງວຽນ​ດິ່ງ​ຄາງ ​ກໍ່ໄດ້​ຕີ​ລາຄາ​ຢ່າງສູງ​ບັນດາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ LFTU ​ໂດຍ​ການ​ນຳ​ພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ ​ລາວ ​ແລະ ຢືນຢັນ​ວ່າ: “ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືສອງຝ່າຍ​ລະຫວ່າງ​ອົງການກຳມະບານ ​ຫວຽດນາມ ແລະ ສະຫະພັນ​ກຳມະບານ​ ລາວ ​ພວມໄດ້​ຮັບ​ການ​ປະຕິບັດ ​ແລະ ນຳ​ມາ​ເຊິ່ງປະສິດທິຜົນ​ຢ່າງແທດ​ຈິງ”.

ທີ່​ການ​ເຮັດວຽກ, ທ່ານ ​ເລັ​ດ ​ໄຊ​ຍະ​ພອນ - ປະທານ LFTU ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະຊາຊົນ​ສອງ​ປະ​ເທດ ລາວ - ຫວຽດນາມ ​ເວົ້າ​ລວມ ​ແລະ ​ ຂອງອົງການກຳມະບານ​ສອງ​ປະ​ເທດ ​ລາວ - ຫວຽດນາມ ເວົ້າ​ສະ​ເພາະ​. ທ່ານ ​ເລ​ັດ ​ໄຊ​ຍະ​ພອນ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ LFTU ​ແລະ ສະຫະພັນ​ໃຫຍ່ແຮງ​ງານ​ ຫວຽດນາມ ຈະ​ແມ່ນ​ກຳລັງ​ແຮງ, ຊຸກຍູ້​ຂະບວນການການ​ເຄື່ອນ​ໄຫວ​ຂອງ​ອົງການກຳມະບານສອງປະເທດ ລາວ - ຫວຽດນາມ ​ເພື່ອ​ພ້ອມ​ກັນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ.

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

ທ່ານ​ປະທານ LFTU ​ໃຫ້​ຮູ້​ວ່າ: LFTU ທຸກ​ຂັ້ນ​ໄດ້​ສຸມ​ໃສ່​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້ແທນອົງການກຳມະບານແຫ່ງ​ຊາດ​ ຄັ້ງ​ທີ 8 ​ແລະ ​ແຜນການ​ພັດທະນາ​ວຽກ​ງານ​ກຳມະບານ ຄັ້ງ​ທີ 4 ​ໂດຍ​ສຸມ​ໃສ່ 9 ​ໂຄງການ​ໄລຍະ ປີ 2021 – 2025 ​ແລະ ​ວິ​ໄສ​ທັດ​ຮອດ ​ປີ 2030. ໃນນັ້ນ ສູ້​ຊົນ​ພັດທະນາ​ບັນດາ​ອົງການ​ກຳມະບານພາກ​ວິ​ສາ​ຫະກິດ​ເອກະ​ຊົນ​ໃຫ້​ບັນລຸ 65%, ສະມາຊິກ​ກຳມະບານຂັ້ນ​ຮາກ​ຖານ​ໃຫ້​ບັນລຸ 20% ​ແລະ ຂົງ​ເຂດ​ການ​ລົງທຶນ​ຕ່າງປະ​ເທດ​ໃຫ້​ບັນລຸ 10% (ຂອງຍອດຈຳນວນຜູ້ອອກ​ແຮງງານຄົນລາວ); ຊຸກຍູ້​ການ​ເຈລະຈາ​ເພື່ອ​ສ້າງ​ສັນຍາ​​ແຮງ​ງານລວມໝູ່​ ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ບັນຫາເງິນເດືອນ, ເງິນ​ບຳເນັດ, ກຳເວລາ​ເຮັດ​ວຽກ, ເວລາ​ພັກຜ່ອນ ​ແລະ ບັນຫາ​ຄວາມ​ປອດ​ໄພ​ດ້ານ​ສຸຂະ​ອະນາ​ໄມ​ຂອງ​ແຮງ​ງານ ​ໂດຍ​ມີ​ເປົ້າ​ໝາຍ​ສູ້​ຊົນ​ໃຫ້​ບັນລຸ​ເຖິງ 55% ຂອງ​ບັນດາ​ຫົວໜ່ວຍ​ແຮງ​ງານທີ່ມີຄົບເງື່ອນໄຂຕາມຂໍ້​ກໍາ​ນົດ​ຂອງ​ກົດ​ຫມາຍ​.

ທ່ານ ເລ​ັດ​ ໄຊ​ຍະ​ພອນ ຍັງ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ສອງ​ຝ່າຍ ບົນ​ພື້ນຖານ​ການ​ປະຕິບັດ​ສັນຍາ​ຮ່ວມ​ມື (MOU) ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂັ້ນທ້ອງ​ຖິ່ນ.

8 ບັນຫາຂອງສະມາຊິກໃນຄະນະ, ຄົນງານ ແລະ ອົງການກຳມະບານໃດ້ສະເໜີຕໍ່ພັກ ແລະ ລັດ 8 ບັນຫາຂອງສະມາຊິກໃນຄະນະ, ຄົນງານ ແລະ ອົງການກຳມະບານໃດ້ສະເໜີຕໍ່ພັກ ແລະ ລັດ

ຍສໝ - ໃນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງອົງການກຳມະບານ ຫວຽດນາມ ວັນ​ທີ 2 ທັນວາ, ຢູ່​ ຮ່າ​ໂນ້ຍ ຄະນະ​ປະຕິບັດສູນກາງສະຫະພັນແຮງງານ ຫວຽດນາມ ໄດ້​ສັງ​ລວມ, ຄັດ​ເລືອກ 8 ບັນຫາ​ໃຫຍ່​ເພື່ອ​ລາຍ​ງານ​ຕໍ່​ການ​ນຳ​ພັກ ​ແລະ ລັດ.

ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ

ຍສໝ - ຕອນ​ບ່າຍ​ວັນ​ທີ 1 ທັນວາ, ຢູ່​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງ​​ອົງການກຳມະບານ ລາວ ​ແລະ ສູນຜູ້ແຮງ​ງານ ກູ​ບາ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​​ອົງການກຳມະບານຫວຽດນາມ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ ຫງວຽນ​ດິງ​ແຄງ ຢືນຢັນ​ຫຼັກ​ໝັ້ນ​ຂອງ​​ອົງການກຳມະບານ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ: ສືບ​ຕໍ່​ຮັກສາ, ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລາວ ​ແລະ ກູ​ບາ ...

ມິງດຶກ

ເຫດການ
302 Found

Found

The document has moved here.