ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດຈາກລູກລະເບີດໝາກມິນ

14:29 | 06/03/2024

ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດລະເບີດຈາກລູກລະເບີດໝາກມິນ

ຄວາມມານະພະຍາຍາມຕອບສະໜອງຂໍ້ສະເໜີ ຂອງວິສາຫະກິດຫວຽດນາມ ແລະ ລາວ ຢູ່ປະເທດປະຈຳຖິ່ນ ຄວາມມານະພະຍາຍາມຕອບສະໜອງຂໍ້ສະເໜີ ຂອງວິສາຫະກິດຫວຽດນາມ ແລະ ລາວ ຢູ່ປະເທດປະຈຳຖິ່ນ
ທ່ານປະທານ EC ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ກ່ຽວກັບການຕ້ານການຫາປາ IUU ທ່ານປະທານ EC ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ກ່ຽວກັບການຕ້ານການຫາປາ IUU

ເຖິງວ່າສົງຄາມໄດ້ສິ້ນສຸດລົງເປັນເວລານັບສິບປີແລ້ວກໍ່ຕາມ, ແຕ່ລູກລະເບີດ, ລູກປືນ ແລະທາດພິດເຄມີຍັງຄົງຢູ່ຫຼາຍ. ທ່ານພັນເອກພິເສດ ເລກວາງເຮີບ, ຮອງຜູ້ອຳນວຍການໃຫຍ່ສູນການກະທຳຮັບມືກັບລູກລະເບີດ, ໝາກມິນແຫ່ງຊາດຫວຽດນາມ (VNMAC) ແບ່ງປັນວ່າ: ໃນຊຸມປີມໍ່ໆມານີ້, ຫວຽດນາມ ຍາມໃດກໍ່ຕັ້ງໜ້າ ແລະເປັນເຈົ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະມົນລະພິດຈາກລູກລະເບີດ, ໝາກມິນເວົ້າສະເພາະ ດ້ວຍຄວາມປາດຖະໜາຢາກເຮັດໃຫ້ຫວຽດນາມ ກາຍເປັນປະເທດປອດມົນລະພິດຈາກລູກລະເບີດ ແລະໝາກມິນ.

ນັກຂ່າວ: ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາມົນລະພິດຈາກລູກລະເບີດ, ໝາກມິນສູງໃນໂລກ. ທ່ານສາມາດເວົ້າແຈ້ງກວ່າກ່ຽວກັບລະດັບມົນລະພິດຈາກລູກລະເບີດ ແລະໝາດມິນຢູ່ຫວຽດນາມ?

ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດຈາກລູກລະເບີດໝາກມິນ

ທ່ານພັນເອກພິເສດ ເລກວາງເຮີບ. ພາບ: VNMAC

ທ່ານພັນເອກພິເສດ ເລກວາງເຮີບ: ຄາດວ່າ, ຈຳນວນລະເບີດ ແລະລູກປືນທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ມີປະມານ 800.000 ໂຕນ, ເນື້ອທີ່ມົນລະພິດ ແລະສົງໃສຖືກມົນລະພິດຈາກລູກລະເບີດ ແລະໝາກມິນແມ່ນປະມານ 6,1 ລ້ານເຮັກຕາ, ກວມເອົາ 18,82% ເນື້ອທີ່ທັງໝົດຂອງທົ່ວປະເທດ. ຈຳນວນລູກລະເບີດ, ໝາກມິນ, ວັດຖຸລະເບີດທິີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ 63 ແຂວງ, ນະຄອນ, ສ່ວນຫຼາຍແມ່ນຢູ່ພາກກາງ-ໄຕຫງວຽນ ແລະທິດຕາເວັນອອກພາກໃຕ້. ຕາມຕົວເລກສະຖິຕິ, ຮອດປີ 2023, ພາຍຫຼັງຫຼາຍສິບປີທີ່ດຳເນີນການເກັບກູ້ທໍາລາຍລູກລະເບີດ ແລະໝາກມິນ, ປະຈຸບັນ, ເນື້ອທີ່ຖືກມົນລະພິດຍັງມີປະມານ 5,6 ລ້ານກວ່າເຮັກຕາ, ເທົ່າກັບ 17,71%. ຕົວເລກນີ້ສະແດງໃຫ້ເຫັນວ່າຍັງຕ້ອງໃຊ້ເວລາຫຼາຍ ແລະແຫຼ່ງກໍາລັງອັນໃຫຍ່ຫຼວງ ເພື່ອລ້າງມົນລະພິດໃຫ້ໝົດກ້ຽງ, ນໍາເອົາສີຂຽວມາໃຫ້ເຂດດິນທີ່ຖືກມົນລະພິດ ແລະຮັບປະກັນຄວາມປອດໄພໃຫ້ຊີວິດການເປັນຢູ່ຂອງປະຊາຊົນ.

ປະຈຸບັນ, ທົ່ວປະເທດມີຄົນພິການຫຼາຍກວ່າ 7 ລ້ານຄົນ, ໃນນັ້ນ ມີຫຼາຍໝື່ນຄົນແມ່ນຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນ ແລະຕິດແປດທາດພິດສີສົ້ມ/ດີໂອຊິນ. ນັບແຕ່ປີ 1975 ຮອດປະຈຸບັນ, ລູກລະເບີດ, ໝາກມິນທີ່ຍັງຕົກຄ້າງໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 40.000 ຄົນ ແລະ 60.000 ຄົນຖືກບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນຜູ້ອອກແຮງງາຫນຫຼັກໃນຄອບຄົວ ແລະເດັກນ້ອຍ. ຢູ່ບາງແຂວງພາກກາງ, ຄື: ກວາງບິ່ງ, ບິ່ງດິງ, ເງະອານ, ຮ່າຕິງ, ກວາງຈີ, ເທື່ອທຽນເຫ້ວ ແລະກວາງຫງາຍ, ມີປະຊາຊົນກວ່າ 22.800 ຄົນແມ່ນຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນໃນການດໍາລົງຊີວິດປະຈໍາວັນ, ໃນການທຳການຜະລິດ, ໃນນັ້ນ ຜູ້ເສຍຊີວິດມີ 10.540 ຄົນ ແລະຜູ້ຮັບບາດເຈັບ 12,260 ຄົນ.

ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດຈາກລູກລະເບີດໝາກມິນ
ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດຈາກລູກລະເບີດໝາກມິນ. ພາບ: daidoanket

ນັກຂ່າວ: ຂໍຮຽນທ່ານ, ໃນ 10 ປີແຫ່ງການເຄື່ອນໄຫວ, VNMAC ໄດ້ມີການເຄື່ອນໄຫວໃດແດ່ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລູກລະເບີດ ແລະໝາກມິນ?

ທ່ານພັນເອກພິເສດ ເລກວາງເຮີບ: ສຳລັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ໝາກມິນພາຍຫຼັງສົງຄາມນັ້ນ, ພັກ ແລະລັດເຮົາຖືເປັນວຽກງານສຳຄັນ, ຮີບດ່ວນ ແລະຍາວນານ, ເພື່ອຮັກສາຄວາມປອດໄພໃຫ້ປະຊາຊົນ ແລະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ. ໃນໄລຍະ 10 ປີຜ່ານມາ, VNMAC ໄດ້ປະຕິບັດບົດບາດໜ້າທີ່ຂອງອົງການປະສານງານແຫ່ງຊາດ ກ່ຽວກັບການເຄື່ອນໄຫວການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະໝາກມິນຢູ່ຫວຽດນາມ. VNMAC ໄດ້ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດຫວຽດນາມ ປະຕິບັດສຳເລັດໂຄງການ “ກວດກາ, ສຳຫຼວດສ້າງແຜນທີ່ມົນມະພິດຈາກລູກລະເບີດ, ໝາກມິນ ແລະວັດຖຸລະເບີດໃນທົ່ວປະເທດ” ຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ ແລະຈັດຕັ້ງການປະກາດໃນເດືອນມີນາ 2018; ສົມທົບກັບຫຼາຍໂຄງການຂະໜາດໃຫຍ່, ປະກອບສ່ວນພ້ອມກັບກຳລັງຕ່າງໆໃນທົ່ວປະເທດຜັນຂະຫຍາຍການສຳຫຼວດ ແລະເກັບກູ້ທໍາລາຍລູກລະເບີດ, ໝາກມິນ ແລະວັດຖຸລະເບີດ ໄລຍະ 2010-2023 ໃນເນື້ອທີ່ 500.000 ກວ່າເຮັກຕາ... VNMAC ກໍ່ເຂົ້າຮ່ວມບາງໂຄງການພົ້ນເດັ່ນກ່ຽວກັບທຶນ ODA ຊ່ວຍເຫຼືອລ້າຂອງລັດຖະບານປະເທດຕ່າງໆ, ເຊັ່ນ: ຍີ່ປຸ່ນ ໜູນຊ່ວຍ 2 ໂຄງການເກັບກູ້ລະເບີດ, ໝາກມິນຢູ່ ກວາງຈີ ແລະຮ່າຕິ້ງ ແລະໄດ້ສຳຫຼວດ ແລະເກັບກູທໍາລາຍໃນເນື້ອທີ່ 3.240 ເຮັກຕາ; ສ.ເກົາຫຼີ ໜູນຊ່ວຍໂຄງການ “ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນພາຍຫຼັງສົງຄາມ” (KVMAP) ດ້ວຍມູນຄ່າທັງໝົດ 33 ລ້ານໂດລາສະຫະລັດ, ໃນນັ້ນ ທຶນຊ່ວຍເຫຼືອລ້າແມ່ນ 20 ລ້ານໂດລາສະຫະລັດ, ໂດຍຜັນຂະຫຍາຍຢູ່ 2 ແຂວງກວາງນາມ ແລະບິ່ງດິງ. ກໍ່ສ້າງຖານຂໍ້ມູນ, ຜັນຂະຫຍາຍວຽກງານສຶກສາສະກັດກັ້ນອຸບັດຕິເຫດຈາກລູກລະເບີດ, ໝາກມິນດ້ວຍ 4 ໂຄງການ ແລະ 292 ເຫດການ, ຄົນພິການ ແລະຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນ 6.000 ກວ່າຄົນໄດ້ຮັບການໜູນຊ່ວຍຜ່ານຫຼາຍຮູບການ ແລະຈັດຕັ້ງການສຳຫຼວດເຕັກນິກ ແລະເກັບກູ້ທໍາລາຍລູກລະເບີດ ແລະໝາກມິນໄດ້ໃນເນື້ອທີ່ 16,800 ກວ່າເຮັກຕາ.

VNMAC ໄດ້ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນຈາກໂຄງການ KVMAP, ຕາມຕົວເລກສະຖິຕິຈຳນວນຜູ້ຖືກເຄາະຮ້າຍຈາກລະເບີດ, ໝາກມິນຢູ່ແຂວງ ກວາງບິ່ງ ແລະບິ່ງດິງ ເກືອບ 47.000 ຄົນ. ໃນປີ 2020, VNMAC ໄດ້ສ້າງຕັ້ງ ແລະເປີດນຳໃຊ້ຖານຂໍ້ມູນຂ່າວສານເອເລັກໂຕນິກ ເພື່ອຮັບໃຊ້ວຽກງານສື່ສານ ແລະຂົນຂວາຍການຊ່ວຍເຫຼືອຈາກສາກົນ, ຜ່ານນັ້ນ ກໍ່ເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນ, ສະກັດກັ້ນອຸບັດຕິເຫດຈາກລູກລະເບີດ ແລະໝາກມິນໃຫ້ປະຊາຊົນ 3 ກວ່າລ້ານຄົນ.

ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດຈາກລູກລະເບີດໝາກມິນ

ເກັບກູ້ທໍາລາຍລູກລະເບີດ, ໝາກມິນຢູ່ບ້ານເຕີນຫາຍ, ຕາແສງ ງືທຸຍບັກ, ເມືອເລະຖູຍ, ແຂວງກວາງບິ່ງ. ພາບ: VNMAC

ນັກຂ່າວ: ໃນໄລຍະຈະມາເຖິງ, VNMAC ຈະຜັນຂະຫຍາຍການເຄື່ອນໄຫວໃດແດ່ເພື່ອເລັ່ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນ, ເພື່ອໃຫ້ຫວຽດນາມ ກາຍເປັນປະເທດປອດມົນລະພິດຈາກລູກລະເບີດ, ໝາກມິນໂດຍໄວ?

ທ່ານພັນເອກພິເສດ ເລກວາງເຮີບ: ໃນໄລຍະຈະມາເຖິງ, VNMAC ຈະສືບຕໍ່ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ແລະຍື່ນສະເໜີຕໍ່ລັດຖະບານ, ສະພາແຫ່ງຊາດສ້າງລັດຖະບັນຍັດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນພາຍຫຼັງສົງຄາມ; ຈັດຕັ້ງການສະຫຼຸບໂຄງການກະທຳແຫ່ງຊາດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະໝາກມິນ ໄລຍະ 2010-2025 ແລະສະເໜີໂຄງການເຄື່ອນໄຫວແຫ່ງຊາດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະໝາກມິນໄລຍະໃໝ່; ຍູ້ແຮງການເຄື່ອນໄຫວຄົ້ນຄວ້າ ແລະພັດທະນາ ໂດຍສະເພາະແມ່ນກໍ່ສ້າງບັນດາຂັ້ນຕອນ, ມາດຕະຖານ, ການຮ່ວມມືສາກົນໃນການສຳຫຼວດ ແລະເກັບກູ້ທໍາລາຍລະເບີດ ແລະໝາກມິນ ແລະປັບປຸງລະບົບຖານຂໍ້ມູນແຫ່ງຊາດ, ຈາກນັ້ນ ກໍ່ຍູ້ແຮງຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຈາກລູກລະເບີດ ແລະໝາກມິນ. ຜັນຂະຫຍາຍສໍາເລັດໂຄງການ “ການກະທຳຮັບມືກັບລູກລະເບີດ ແລະໝາກມິນເພື່ອໝູ່ບ້ານສັນຕິພາບ ຫວຽດນາມ - ສ.ເກົາຫຼີ” ໂດຍລັດຖະບານ ສ.ເກົາຫຼີ ຢູ່ 3 ແຂວງ ຄື: ແຂວງເທື່ອທຽນເຫ້ວ, ກວາງຫງາຍ, ບິ່ງດິງ ແລະບັນດາໂຄງການອື່ນໂດຍລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານອຸປະຖຳ...

ຂໍຂອບໃຈທ່ານ!

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.