ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ

07:44 | 01/06/2024

ຍສໝ - ຫວຽດນາມ ​ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ລະບົບ​ຊຳລະ​ເງິນ​ຂ້າມ​ຊາຍ​ແດນ​ຜ່ານ QR Code ກັບ​ໄທ ​ແລະ ກຳປູ​ເຈຍ (ກຳລັງຜັນຂະຫຍາຍຕໍ່​ກັບ ​ລາວ), ​ໃຫ້​ປະຊາຊົນ​ຢູ່​ແຕ່ລະ​ປະ​ເທດ​ສາມາດ​ສະແກນ QR Code ​ເພື່ອ​ຊຳລະ​ສິນຄ້າ ​ແລະ ການ​ບໍລິການ​ຢ່າງ​ປອດ​ໄພ, ​ສະດວກໃນ​ບັນດາ​ປະ​ເທດ​ດັ່ງກ່າວ ​ດ້ວຍ​ແອັບທະນາຄານຂອງ ຫວຽດນາມ ໃນໂທລະສັບ ແລະ ກົງກັນຂ້າມ.

ນະຄອນໂຮ່ຈິມິນ ລາວ-ໄທ ຄະນະພົວພັນຕ່າງປະເທດ: ເອກອັກຄະລັດຖະທູດວັດທະນະທຳ ເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ.
9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

ການຫັນເປັນດິຈິຕອນຂອງຂະແໜງການທະນາຄານ ບໍ່ພຽງແຕ່ເປັນທ່າອ່ຽງ ຫາກຍັງເປັນບາດກ້າວທີ່ສໍາຄັນໄປສູ່ອະນາຄົດທາງດ້ານການເງິນທີ່ທັນສະໄຫມ ແລະ ມີໄຫວພິບ. ໄລຍະທີ່ຜ່ານມາ, ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ໄດ້​ອອກ​ແຜນການ ​ແລະ ​ໂຄງການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ລະບົບ​ທະນາຄານ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ຊຸກຍູ້​ການ​ຫັນ​ເປັນ​ດິ​ຈິ​ຕອນ, ສະໜອງ​ການ​ບໍລິການ​ທີ່​ປອດ​ໄພ ​ແລະ ສະດວກ​ສະບາຍ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ມາ​ຮອດ​ທ້າຍ​ເດືອນ ​ພະຈິກ ປີ 2023, ທົ່ວ​ທ້ອງຕະຫຼາດ​​ມີ​ຕູ້ ATM ຫຼາຍກວ່າ 21,000 ຕູ້ ແລະ 513,000 POS; 77,41% ຂອງ​ຜູ້​ເຖິງກະສຽນຊາວ​ ຫວຽດ​ນາມ ມີ​ບັນ​ຊີ​ຊຳ​ລະ​ເງິນ​ຢູ່​ທະ​ນາ​ຄານ ຫຼື ສະຖາບັນ​ອື່ນໆ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ. ເຄືອຂ່າຍການຍອມຮັບການຊຳລະ (POS/QR Code) ກວມເອົາຮາກຖານທຸລະກິດສ່ວນໃຫຍ່, ຮ້ານອາຫານ, ໂຮງແຮມ, ຮ້ານສະດວກຊື້ ແລະ ຄ່ອຍຂະຫຍາຍໄປສູ່ຮາກຖານທາງການແພດ, ໂຮງໝໍ ແລະ ໂຮງຮຽນ.

ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ

ການຫັນເປັນດິຈິຕອນຂອງຂະແໜງການທະນາຄານ ບໍ່ພຽງແຕ່ເປັນທ່າອ່ຽງເທົ່ານັ້ນ ຫາກຍັງເປັນບາດກ້າວທີ່ສຳຄັນໄປສູ່ອະນາຄົດທາງການເງິນທີ່ທັນສະໄໝ ແລະ ມີໄຫວພິບ (ພາບປະກອບ: KT)

ພິເສດ, ຮອດທ້າຍ ປີ 2023, ຫວຽດນາມ ໄດ້ສຳເລັດການເຊື່ອມຕໍ່ລະບົບຊຳລະເງິນຂ້າມຊາຍແດນຜ່ານ QR Code ກັບ ໄທ ແລະ ກຳປູເຈຍ (ກຳລັງຜັນຂະຫຍາຍຕໍ່ກັບ ລາວ), ໃຫ້ປະຊາຊົນໃນແຕ່ລະປະເທດສາມາດສະແກນ QR Code ເພື່ອຊຳລະຄ່າສິນຄ້າ ແລະ ການບໍລິການຢ່າງປອດໄພ, ສະດວກໃນ​ບັນດາ​ປະ​ເທດ​ດັ່ງກ່າວ ​ດ້ວຍ​ແອັບທະນາຄານຂອງ ຫວຽດນາມ ໃນໂທລະສັບ ແລະ ກົງກັນຂ້າມ.

ທ່ານຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ນາງ ຫງວຽນ​ທິຮົ່ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ຜັນ​ຂະຫຍາຍ​ລະບົບ QR code ໄປສູ່​ຕ່າງປະ​ເທດ​ “ຫວຽດນາມ ​ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​​ການ​ຊຳລະ​ເງິນ​ຂ້າມ​ຊາຍ​ແດນ​ຜ່ານ​ລະຫັດ Qr code ກັບ ​ໄທ ​ແລະ ກຳປູ​ເຈຍ ​ແລະ ກຳລັງຜັນຂະຫຍາຍຕໍ່ກັບ ​ລາວ, ຄາດ​ວ່າ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍຕໍ່​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ພາຍນອກ​ພາກ​ພື້ນ ​ອາ​ຊຽນ. ນອກຈາກນັ້ນ, ທະນາຄານຍັງໄດ້ສົມທົບຢ່າງເຂັ້ມງວດກັບກະຊວງຕຳຫຼວດໃນການປ້ອງກັນອາດຊະຍາກໍາ, ໂດຍສະເພາະໃນການປະຕິບັດໜ້າທີ່ຢູ່ໃນແຜນຮ່າງເລກທີ 06, ສູນຂໍ້ມູນພົນລະເມືອງ ເພື່ອເຮັດໃຫ້ຂໍ້ມູນໂປ່ງໃສ ແລະ ການກວດສອບຢັ້ງຢືນຂໍ້ມູນລູກຄ້າທີ່ຖືກຕ້ອງ, ສະຫນັບສະຫນູນການກູ້ຢືມຂອງຜູ້ບໍລິໂພກໃນຊ່ອງທາງເອເລັກໂຕນິກ, ການຄໍ້າປະກັນທາງເອເລັກໂຕນິກ ພ້ອມທັງປະກອບສ່ວນຮັບປະກັນການເຄື່ອນໄຫວຂອງທະນາຄານ”.

ລະບົບນິເວດຜະລິດຕະພັນ, ການບໍລິການດິຈິຕອນຂອງຂະແໜງການທະນາຄານດ້ວຍວິທີການຊໍາລະທີ່ທັນສະໄໝ ແລະ ສະດວກທີ່ໄດ້ເຊື່ອມຕໍ່ກັນ, ປະສົມປະສານຢ່າງລຸລ່ວງກັບບັນດາຂະແໜງການ ແລະ ຂົງເຂດອື່ນໆ: ບັນດາການບໍລິການໃນປະຕູຖານບໍລິການສາທາລະນະແຫ່ງຊາດ, ການບໍລິການພົນລະເຮືອນເຊັ່ນ: ການຊຳລະເງິນຄ່າໄຟຟ້າ, ນ້ໍາປະປາ, ໂທລະຄົມ, ສາທາລະນະສຸກ, ການສຶກສາ, ສິນຄ້າໃນຊ່ອງການຄ້າເອເລັກໂຕນິກ, ການບໍລິການຈອງລົດ, ການຈອງຮ້ານອາຫານ ແລະ ການທ່ອງທ່ຽວໃນຊ່ອງທາງດິຈິຕອນ... ລ້ວນແລ້ວແຕ່ຖືກຍົກຂຶ້ນ ຫຼື ເຊື່ອມຕໍ່ກັບແອັບມືຖືຂອງທະນາຄານ, ຈັດຕັ້ງຕົວກາງການຊຳລະເງິນ, ບໍລິການ Mobile – Money ອະນຸຍາດໃຫ້ປະຊາຊົນ ແລະ ວິສາຫະກິດພົວພັນຊື້, ຂາຍ, ຊຳລະເງິນຢ່າງປອດໄພ, ສະດວກ, ປະຢັດເວລາ ແລະ ຈ່າຍໃນແອັບ, ໂປຼແກມດິຈິຕອນທີ່ລື້ງເຄີຍໃນຊີວິດປະຈຳວັນ. ຜົນສຳເລັດທີ່ຕັ້ງໜ້າຈາກນະວັດຕະກໍານີ້ ໄດ້ປ່ຽນແປງວິທີທີ່ປະຊາຊົນ ແລະ ວິສາຫະກິດພົວພັນກັບທະນາຄານ, ໃນຂະນະທີ່ເປີດໂອກາດໃຫມ່ ແລະ ສ້າງສະພາບແວດລ້ອມທາງດ້ານການເງິນທີ່ປອດໄພ ແລະ ສະດວກສະບາຍ.

ທ່ານ ຫວູແທ່ງຈູງ, ສະມາຊິກຄະນະບໍລິຫານງານ, ຜູ້ຮັບຜິດຊອບທະນາຄານດິຈິຕອນຂອງທະນາຄານ MB ໃຫ້ຮູ້ວ່າ: "ເຕັກໂນໂລຢີແມ່ນສາມາດຕອບສະຫນອງຄວາມຕ້ອງການປ່ຽນແປງໃນຊີວິດປະຈໍາວັນຂອງລູກຄ້າ, ຢາກເຮັດໄດ້ແນວນັ້ນ ການລົງທຶນໃຫ້ຊັບພະຍາກອນມະນຸດແມ່ນມີຄວາມສໍາຄັນຫຼາຍ, ພວກຂ້າພະເຈົ້າມີວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານ 10,000 ຄົນ, ຮັບປະກັນການປ່ຽນແປງປະຈໍາວັນ, ປະຈໍາອາທິດ. ອັນທີສອງ, ພວກຂ້າພະເຈົ້າອອກແບບໂປູແກູມທີ່ຫຼາກຫຼາຍສໍາລັບບັນດາກຸ່ມຂະແໜງການທີ່ແຕກຕ່າງກັນ, ດ້ວຍໜ້າທີ່ຊຳລະເງິນຄືກັນ ແຕ່ການຂາຍຍ່ອຍຈະແຕກຕ່າງກັບການຂາຍຍົກ, ການຂົນສົ່ງຈະແຕກຕ່າງກັນ".

ແທນ​ທີ່​ຈະ​ຖືກ​ປິດ​ ແລະ ​ບໍ່​​ແບ່ງ​ປັນ​ຂໍ້ມູນກັບລູກ​ຄ້າ, ທະນາຄານໄດ້ເປີດ - Open Banking ກຳລັງຈະກາຍ​ເປັນ​ທ່າ​ອ່ຽງ​ທີ່​ມີ​ຄວາມ​ນິ​ຍົມ​ຫຼາຍ​ຂຶ້ນ​ຢູ່​ ຫວຽດ​ນາມ. ບໍລິສັດ​ເຕັກ​ໂນ​ໂລ​ຊີ FPT ກໍ່​ກຳລັງຊຸກຍູ້​ Open Banking ​ຢູ່ ຫວຽດນາມ ​ແລະ ​ເຊື່ອມ​ໂຍງ​ເສດຖະກິດ​ດີ​ຈີ​ຕອນ​ທົ່ວ​ໂລກ, ຄົ້ນຄວ້າ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ດ້ານ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຊ່ວຍ​ແກ້​ໄຂ​ບັນດາ​ບັນຫາ​ເຊື່ອມ​ໂຍງ ​ແລະ ມີຂັ້ນຕອນທີ່ເໍື່ອມຕໍ່ກັນລະຫວ່າງ​ລະບົບ​ທະນາຄານ.

ທ່ານ ຫວູ​ແອງ​ດຶກ, ຮອງ​ຜູ້​ອຳ​ນວຍ​ການ​ສູນໂປູແກູມ​ ​ແລະ ການຢັ້ງຢືນຕົວຕົນດິ​ຈິ​ຕອນ, ບໍ​ລິ​ສັດ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ FPT ໃຫ້ຮູ້ວ່າ: "ໃນປັດຈຸບັນເມື່ອໂອນ 10 ລ້ານ, ບໍ່ຈໍາເປັນຕ້ອງມີການກວດກາຢັ້ງຢືນ, ແຕ່ຫຼັງຈາກວັນທີ 1 ເດືອນ ກໍລະກົດ, ເມື່ອໂອນ 10 ລ້ານ, ພວກເຮົາຈະນໍາໃຊ້ຊີວະມິຕິ. ປົກກະຕິແລ້ວ ພວກເຮົາຈໍາເປັນຕ້ອງຈື່ລະຫັດຜ່ານ, ແຕ່ໃນປັດຈຸບັນພວກເຮົາຈະບໍ່ຈໍາເປັນຕ້ອງຈື່ຈຳ, ພວກເຮົາຈະນໍາໃຊ້ຮູບຫນ້າຂອງພວກເຮົາສໍາລັບແຕ່ລະການພົວພັນແລກປ່ຽນ, ແນວນັ້ນຈະມີຜົນປະໂຫຍດຫຼາຍຕໍ່ຜູ້ນຳໃຊ້ ແລະ ສັງຄົມໃນດ້ານການປ້ອງກັນການສໍ້ໂກງ ກໍຄືການນຳມາເຊິ່ງຄວາມປອດໄພດ້ານຮັກສາຄວາມລັບ”.

ຄຽງຂ້າງນັ້ນ, ບັນດາອົງການສິນເຊື່ອກໍາລັງສົມທົບຢ່າງຕັ້ງໜ້າກັບບັນດາວິສາຫະກິດທີ່ໄດ້ຮັບອະນຸຍາດຈາກກະຊວງຕຳຫຼວດ ເພື່ອສະຫນອງມາດຕະການການກວດກາຢັ້ງຢືນຜູ້ນຳໃຊ້ດ້ວຍບັດປະຈໍາຕົວພົນລະເມືອງທີ່ຕິດຊິບໃສ່ ເພື່ອຈັດຕັ້ງປະຕິບັດມາດຕະການການກວດກາຢັ້ງຢືນລູກຄ້າ. ໃນນັ້ນ, ອົງການສິນເຊື່ອຫຼາຍແຫ່ງໄດ້ລົງນາມໃນສັນຍາ ແລະ ພວມປະຕິບັດຕົວຈິງຄື: 48 ອົງການສິນເຊື່ອໄດ້ຈັດຕັ້ງປະຕິບັດການຢັ້ງຢືນລູກຄ້າດ້ວຍບັດປະຈຳຕົວພົນລະເມືອງທີ່ຕິດຊິບໃສ່ ຜ່ານແອັບໃນໂທລະສັບ; 60 ອົງການສິນເຊື່ອໄດ້ຈັດຕັ້ງປະຕິບັດການຢັ້ງຢືນລູກຄ້າດ້ວຍບັດປະຈຳຕົວພົນລະເມືອງທີ່ຕິດຊິບໃສ່ ຜ່ານອຸປະກອນທີ່ເຄົາເຕີ.

ກ່ຽວກັບການເຮັດຂໍ້ມູນໃຫ້ໂປ່ງໃສ: 24 ອົງການສິນເຊື່ອໄດ້ລົງນາມກັບກົມຕໍາຫຼວດຄຸ້ມຄອງການບໍລິຫານຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ - ກະຊວງຕໍາຫຼວດ C06 ເພື່ອປະຕິບັດການເຮັດໃຫ້ຂໍ້ມູນລູກຄ້າໂປ່ງໃສຕາມວິທີ offline; 19 ອົງການສິນເຊື່ອກໍາລັງຜັນຂະຫຍາຍທົດສອບແອັບບັນຊີຢັ້ງຢືນລູກຄ້າ ແລະ ຢັ້ງຢືນເອເລັກໂຕຣນິກ (VNeID) ໃນການດໍາເນີນງານດັ່ງຕໍ່ໄປນີ້: ການເປີດບັນຊີຊໍາລະ; ຢັ້ງຢືນການພົວພັນແລກປ່ຽນການຊຳລະເງິນ; ປຽບທຽບ ແລະ ຢັ້ງຢືນຂໍ້ມູນລູກຄ້າ.

ທ່ານ ຫງວຽນ​ຢຸ່ຍຫງອກ, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ໄດ້​ແບ່ງປັນ​ກ່ຽວ​ກັບ​ມາດຕະການ​ການ​ຢັ້ງຢືນ​​ໂດຍ​ໃຊ້​ບັດ​ປະຈຳ​ຕົວ​ພົນລະ​ເມືອງຕິດຊິບ​ວ່າ: “ມາດຕະການຈັດຕັ້ງປະຕິບັດ​ການ​ຢັ້ງຢືນໂດຍນຳ​ໃຊ້​ບັດ​ປະຈຳ​ຕົວ​ພົນລະ​ເມືອງທີ່ຕິດຊິບ​​ແມ່ນວ່ອງ​ໄວ ແລະ ປອດ​ໄພ. ຮອດປະຈຸບັນ, ພວກຂ້າພະເຈົ້າໄດ້ນຳເຂົ້າສູ່ໜ້າທີ່ຫຼັກ ເພື່ອຢັ້ງຢືນຊື່ຢ່າງມີປະສິດທິຜົນ 1,5 ລ້ານເທື່ອຂອງການນໍາໃຊ້ບໍລິການ, ໂດຍສະເລ່ຍຕໍ່ເດືອນ ຫຼາຍກວ່າ 300.000 ເທື່ອການໃຊ້ບໍລິການ, ຄຸນນະພາບການບໍລິການທີ່ໄດ້ຖືກອ່ານ ແລະ ຢືນຢັນຜົນສໍາເລັດດ້ວຍບັນດາຫົວອ່ານໃນເວລາຫນ້ອຍກວ່າ 2 ວິນາທີ, ໃນໂທລະສັບຈາກ 3-5 ວິນາທີ, ພວກເຮົາສາມາດໄວ້ວາງໃຈໃນມາດຕະການນີ້ ເພື່ອຄ່ອຍປ່ຽນແທນວິທີການແບບດັ້ງເດີມ, ລົບລ້າງອົງປະກອບທາງອາດຊະຍາກຳຂອງຄວາມປອດໄພດ້ານການເງິນ”.

ທ່ານ ຟ້າ​ມແອງ​ຕັວນ, ຫົວໜ້າ​ກົມ​ຊຳລະ​ເງິນ (ທະນະຄານແຫ່ງລັດ) ​ໃຫ້​ຮູ້​ວ່າ: ປະຕິບັດ​ບັນດາ​ນະ​ໂຍບາຍ, ທິດ​ທາງ​ຂອງ​ພັກ ​ແລະ ລັດຖະບານ​ໃນການປະຕິວັດ​ອຸດສາຫະກຳ 4.0 ​ແລະ ການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ, ຂະແໜງການ​ທະນາຄານ​ທັງ​ໝົດ​ໄດ້​ຕັ້ງໜ້າ​ປະຕິບັດ​ບັນດາ​ໜ້າ​ທີ່​ໃນ​ແຜນການ​ຫັນ​ເປັນ​ດິຈິ​ຕອນ. ນັບ​ຕາມ​ການ​ສະ​ເລ່ຍ​ຂອງ​ຂະແໜງການທັງໝົດ, ຫຼາຍ​ເປົ້າ​ຫມາຍ​ໄດ້​ເຂົ້າ​ເຖິງ ​ຫຼື ​ເກີນ​ເປົ້າ​ຫມາຍ​ທີ່​ກໍາ​ນົດ​ໄວ້​ໃນ​ປີ 2025​.

ລະອຽດ ຢູ່ທະນາຄານແຫ່ງລັດ, 100% ຂອງລະບຽບການບໍລິຫານແມ່ນພຽງພໍໃຫ້ຄວາມຮຽກຮ້ອງທີ່ໄດ້ສະໜອງພາຍໃຕ້ຮູບແບບການບໍລິການສາທາລະນະຄົບວົງຈອນ ແລະ ປະສົມປະສານຢູ່ປະຕູຖານບໍລິການສາທາລະນະແຫ່ງຊາດ; ຫຼາຍກວ່າ 90% ຂອງສຳເນົາເອກະສານການເຮັດວຽກແມ່ນໄດ້ຮັບການຈັດການ ແລະ ເກັບຮັກສາໄວ້ໃນສະພາບແວດລ້ອມດິຈິຕອນ (ຍົກເວັ້ນສຳເນົາເອກະສານວຽກງານທີ່ເປັນຄວາມລັບຂອງລັດ). ໃນທ້າຍປີ 2023, 87% ຂອງຜູ້ທີ່ເຖິງກະສຽນອາຍຸ, ທຽບເທົ່າກັບ 182 ລ້ານບັນຊີຊໍາລະ, ເກີນແຜນການທີ່ໄດ້ວາງອອກໄວ້ໃນມະຕິຕົກລົງເລກທີ 1813/QD-TTg ຂອງນາຍົກລັດຖະມົນຕີ.

ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ” ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ”

ຍສໝ - ຕອນ​ບ່າຍ​ວັນ​ທີ 17 ມັງກອນ 2024 (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່ Davos ປະ​ເທດ​ສະ​ວິດ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມ​ມິ​ງຈິງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາໄສ ດ້ວຍຖານະນັກປາຖະກະຖາຫຼັກທີ່​ກອງ​ປະຊຸມ​ປຶກສາ​ຫາລື “ບົດຮຽນ​ຈາກ ອາ​ຊຽນ” ​ໃນ​ຂອບ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 54 ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) Davos ປີ ...

ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ  ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ໄດ້​ຂຶ້ນ​ສູ່​ອັນ​ດັບ 15 ປະ​ເທດ​ກ້າວໜ້າ​ທີ່​ສຸດ​ໃນ​ອາຊີ, ອີງ​ຕາມ​ການ​ຕີ​ລາຄາ​ຂອງ​ເວັບ​ໄຊ​ຂ່າວ​ການ​ເງິນ Insider Monkey. ນອກຈາກຫວຽດນາມແລ້ວ, ອາຊີຕາເວັນອອກສ່ຽງໃຕ້ຍັງລວມມີສິງກະໂປ, ໄທ ແລະມາເລເຊຍ.

ມິງດຶກ

ເຫດການ
302 Found

Found

The document has moved here.