ກາລະໂອກາດເພື່ອໂຄສະນາຮູບພາບ ຫວຽດນາມ ໃຫ້ແກ່ປະຊາຄົມບັນດາປະເທດ ອາຊຽນ

16:53 | 27/01/2024

ຍສໝ - ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ Travex ປີ 2024 ຢູ່ ລາວ, ຮ້ານແນະນຳການທ່ອງ​ທ່ຽວ ຫວຽດນາມ ໄດ້ສົ່ງເສີມ, ​ໂຄສະນາ, ແນະນຳ​ຮູບ​ພາບ​ການທ່ອງທ່ຽວ, ປະ​ເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ; ຊຸກຍູ້ການ​ຍົກ​ສູງ​ເຄື່ອງໝາຍການຄ້າການ​ທ່ອງ​ທ່ຽວ ຫວຽດ​ນາມ “Vietnam - Timeless Charm” ດ້ວຍບັນດາຄຸນ​ຄ່າ​ທີ່​ພົ້ນ​ເດັ່ນ ແລະ ບັນດາກະແສ​ສິນ​ຄ້າ​ທ່ອງ​ທ່ຽວ​ທີ່​ເປັນເຈົ້າພາທາງ.

ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ
ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ງານຕະຫຼາດນັດການທ່ອງທ່ຽວສາກົນ TRAVEX 2024 ໄດ້ເປີດແຕ່ວັນທີ 24 ມັງກອນ ຢູ່ນະຄອນຫຼວງ ວຽງຈັນ (ລາວ). ນີ້​ແມ່ນ​ເຫດການ​ປະຈຳ​ປີ, ​ໄດ້​ຈັດ​ຕັ້ງ​ໜູນວຽນລະຫວ່າງ​ບັນດາ​ປະ​ເທດ ດ້ວຍ​ຂອບຂະຫນາດໃຫຍ່ທີ່ສຸດໃນພາກ​ພື້ນ ອາ​ຊຽນ ກ່ຽວກັບຂະແໜງການທ່ອງ​ທ່ຽວ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ, ປະຊາ​ຄົມ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ, ​ໂຮງ​ແຮມ ​ແລະ ບັນດາ​​ອົງການ​ສື່ສານ, ສື່ມວນຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ກາລະໂອກາດເພື່ອໂຄສະນາຮູບພາບ ຫວຽດນາມ ໃຫ້ແກ່ປະຊາຄົມບັນດາປະເທດ ອາຊຽນ


ຮ້ານແນະນຳການທ່ອງ​ທ່ຽວ​ ຫວຽດນາມ ຢູ່ງານຕະຫຼາດນັດ TRAVEX 2024

ປີ​ນີ້, ຮ້ານແນະນຳການທ່ອງ​ທ່ຽວ​ ຫວຽດນາມ ໂດຍກົມທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ ​ເປັນປະທານດ້ວຍການເຂົ້າຮ່ວມຂອງ 5 ທ້ອງ​ຖິ່ນ​ຄື ດ້ຽນບຽນ, ນິງບິ່ງ, ​ເງ້ອານ, ຮ່າ​ຕິ້ງ, ກວາງ​ບິ່ງ ​ແລະ 3 ວິ​ສາ​ຫະກິດ​ທ່ອງ​ທ່ຽວ.

ຮ້ານດັ່ງກ່າວ ໄດ້ສົ່ງເສີມ​, ໂຄ​ສະ​ນາ, ແນະ​ນຳ​ຮູບ​ພາບ​ການ​ທ່ອງ​ທ່ຽວ, ປະ​ເທດຊາດ, ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ ​ຫວຽດ​ນາມ; ຊຸກຍູ້ການຍົກສູງເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ “Vietnam - Timeless Charm” ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນ ແລະ ບັນດາກະແສສິນຄ້າທ່ອງທ່ຽວທີ່ເປັນເຈົ້າພາທາງ, ສົ່ງສານຂອງຫວຽດນາມ ທີ່ວ່າ ​ແມ່ນ​ຈຸດໝາຍປາຍທາງທີ່​ປອດ​ໄພ, ເປັນມິດ, ເປັນໜ້າສົນໃຈໄປສູ່ປະຊາ​ຄົມ​ບັນດາ​ປະ​ເທດ ອາ​ຊຽນ, ບັນດາ​ປະ​ເທດຄູ່​ຮ່ວມ​ມື ​ແລະ ​ເພື່ອນ​ມິດ​ສາກົນ.

ບັນດາ​ເນື້ອ​ໃນ​ໂຄສະນາ​ກ່ຽວ​ກັບ​ການທ່ອງທ່ຽວ ​ຫວຽດນາມ ມີເໝາະສົມກັບທ່າອຽງຂອງ​ທ້ອງຕະຫຼາດ​ໃນ​ສະພາບ​ການ​ໃໝ່, ​ເປີດ​ໄລຍະ​ພັດທະນາ​ໃຫ້​ການທ່ອງທ່ຽວ​ຫວຽດນາມ, ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ໂຄສະນາ, ສົ່ງເສີມ​ກ່ຽວ​ກັບ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ດ້ຽນບຽນ 2024 ທີ່ໄດ້ລົງທຶນປ່ຽນແປງໃໝ່ດ້ານ​ເນື້ອ​ໃນ​, ຮູບການ​ສະ​ແດງ​ອອກ​​. ​ເຂົ້າ​ຮ່ວມງານຕະຫຼາດນັດ ຍັງລວມມີບັນດາທ້ອງ​ຖິ່ນ ດ້ຽນບຽນ, ນິງບິ່ງ, ​ເງ້ອານ, ຮ່າ​ຕິ້ງ ​ແລະ ກວາງ​ບິ່ງ ​ແລະ ບາງ​ວິ​ສາ​ຫະກິດ​ນຳ​ໜ້າ​ຂອງ​ການທ່ອງທ່ຽວ ​ຫວຽດນາມ.

ໂດຍແລກປ່ຽນກັບສື່ມວນຊົນ, ທ່ານ​ນາງ​ຮອງ​ຜູ້ອຳນວຍການພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ດ້ຽນບຽນ ຫງວຽນທິແທງຈວຽນ ໃຫ້​ຮູ້​ວ່າ ມາທີ່​ງານ​ຕະຫຼາດນັດ TRAVEX ຄັ້ງນີ້, ຄະນະ​ ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂ່າວ​ແນະນຳ​ກ່ຽວກັບລາຍການປີທ່ອງທ່ຽວແຫ່ງຊາດ ດ້ຽນບຽນ 2024, ແນະນຳບັນດາຜະລິດຕະພັນການທ່ອງທ່ຽວຢູ່ຮ້ານແນະນຳການທ່ອງທ່ຽວ ຫວຽດນາມ, ແນະນຳກ່ຽວກັບປະຊາຊົນ, ດິນແດນ, ວັດທະນະທຳພື້ນເມືອງຂອງແຂວງ ດ້ຽນບຽນ ໃຫ້ແກ່ນັກທ່ອງທ່ຽວຈາກບັນດາປະເທດອາຊຽນ.

ທ່ານ​ນາງ ຈວຽນ ໄດ້ສະແດງຄວາມປາດ​ຖະໜາ​ວ່າ ໂດຍຜ່ານ​ງານ​ຕະຫຼາດນັດ TRAVEX ຄັ້ງນີ້, ນັກ​ທ່ອງ​ທ່ຽວ​ສາກົນ ​ຈະ​ໄດ້​ຮັບຮູ້​ກ່ຽວ​ກັບ​ນະຄອນ ດ້ຽນບຽນ ເວົ້າສະເພາະ ກໍຄືມາຫາປະເທດ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.