ມອບຫຼຽນໄຊມິດຕະພາບຂອງລັດ ລາວ ໃຫ້ແກ່ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລທ໊າຍງວຽນ
ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ ໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ.
ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ ໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ.
ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂອງສອງກະຊວງກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບກັນ, ຄວາມຮູ້ກ່ຽວກັບການຄຸ້ມຄອງ ແລະ ສ້າງນະໂຍບາຍດ້ານຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ.
ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ທ່ານໂຕເລີ່ມ, ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ແລະ ທ່ານວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນປະທານຮ່ວມກອງປະຊຸມສະຫຼຸບການປະຕິບັດແຜນການຮ່ວມມືປີ 2022; ລົງນາມແຜນການຮ່ວມມືປີ 2023 ລະຫວ່າງສອງກະຊວງ.
ທ່ານພົນຕີ ຄຳກິ່ງ ຜຸຍລະມະນີວົງ ໃຫ້ຮູ້ວ່າປະຈຸບັນ, ຄວາມຫຍຸ້ງຍາກກ່ຽວກັບຢາເສບຕິດ ແລະ ການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດ, ພິເສດແມ່ນຢູ່ເສັ້ນຊາຍແດນສອງປະເທດ ຍັງຜັນແປຢ່າງສັບສົນ.
ຕອນບ່າຍວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວນຳໜ້າຄະນະຜູ້ແທນກະຊວງຕຳຫຼວດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຕອນບ່າຍວັນທີ 22 ຕຸລາ, ພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອລາວ: ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນໍ້າທາ, ບໍ່ແກ້ວ ຈັດຕັ້ງກອງປະຊຸມຕີລາຄາໝາກຜົນ 1 ປີ ແລະປຶກສາຫາລືມາດຕະການຜັນຂະຫຍາຍການປະຕິບັດບົດບັນທຶກການຮ່ວມມື ໄລຍະ 2021-2023.
ເດືອນກັນຍາ 2022, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ຈັດຕັ້ງຊຸດຝຶກອົບຮົມດ້ານວິຊາການ ໃຫ້ແກ່ພະນັກງານປົກປັກຮັກສາຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ຂອງປະເທດລາວ. ພາຍຫຼັງໄດ້ຮັບການບໍາລຸງກໍ່ສ້າງ, ພະນັກງານຫຼາຍຄົນ ຂອງປະເທດເພື່ອນ ໄດ້ເສີມຂະຫຍາຍຄວາມຮູ້, ທັກສະທີ່ໄດ້ຮໍ່າຮຽນມາ ເພື່ອໝູນໃຊ້ເຂົ້າໃນການປະຕິບັດງານ, ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາ.
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍແຜນນະໂຍບາຍຍົກລະດັບກົນໄກຮ່ວມມືຂັ້ນສະພາແຫ່ງຊາດ 3 ປະເທດ ແລະ ຖືວ່າ, ໝາກຜົນນີ້ບໍ່ພຽງແຕ່ຊ່ວຍໃຫ້ການພົວພັນສອງຝ່າຍຂອງແຕ່ລະປະເທດດີງາມກ່ວາອີກ ຫາກຍັງເພີ່ມທະວີຊ່ອງທາງການຮ່ວມມືລັດຖະສະພາກ່ວາອີກ.
ປະຈຸບັນການລົງທຶນຂອງຫວຽດນາມ ຢູ່ລາວ ພວມຢູ່ໃນທ່າພັດທະນາ ແລະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ເຖິງວ່າດ້ານການຄ້າ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ.
ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ແລະລາວ ຢູ່ເຂດຊາຍແດນ, ກົມໃຫຍ່ການທ່ອງທ່ຽວ ຖືວ່າ ຕ້ອງສົມທົບກັນພັດທະນາການທ່ອງທ່ຽວຕິດພັນກັບການພັດທະນາເສດຖະກິດບັນດາທ້ອງຖິ່ນຢູ່ເຂດຊາຍແດນ.
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.
ໂດຍສະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025, ທ່ານ ແສງເພັດ ຮຸ່ງບຸນຢວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ໃຫ້ສໍາພາດກັບວາລະສານ ຍຸກສະໄໝ ເຊິ່ງໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ສະແດງຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການຮັບປະກັນສິດທິມະນຸດໃນພາກພື້ນ ແລະ ສາກົນ.
ຍສໝ - ໃນຊຸມປີຕໍ່ສູ້ກູ້ຊາດ ຮ່ວມທຸກຮ່ວມສຸກ, ເສຍສະຫຼະຊີວິດຂອງການປະຕິວັດ ລາວ, ມີສະຫາຍການນຳຂັ້ນສູງຫຼາຍທ່ານ, ຫຼາຍເຫດການທີ່ຍິ່ງໃຫຍ່ແຫ່ງຊາດຂອງລາວ ໄດ້ຮັບການເບິ່ງແຍງດູແລ, ຈັດຕັ້ງ…ໃນອ້ອມແຂນແຫ່ງໄມຕີຈິດມິດໃຈຂອງປະເທດຊາດ ແລະ ຊາວຫວຽດນາມ. ແລະບັນດາບ່ອນນີ້ໄດ້ກາຍເປັນອະນຸສອນສະຖານປະຫວັດສາດທີ່ສັກກະລະບູຊາອັນດີງາມ.
ຍອດວົງເງິນນຳເຂົ້າ-ສົ່ງອອກ ຂອງຫວຽດນາມ-ລາວ ໃນ 9 ເດືອນ ຂອງປີ 2022 ບັນລຸ 1,22 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ຍສໝ - ທ່ານ ຫງວຽນວັນເຟືອງ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ສະແດງຊົມເຊີຍ ທ່ານ ສຸພັນ ຫາດາວເຮືອງ ມາຮັບໜ້າທີ່ໃໝ່; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານ ສຸພັນ ຫາດາວເຮືອງ ຈະປະຕິບັດສຳເລັດໜ້າທີ່ໃນອາຍຸການຂອງຕົນ.
ຍສໝ - ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະ ບັນດາ ອົງການ ຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ.
ຍສໝ - ທ່ານພົນຈັດຕະວາ, ປອ ຫງວຽນວັນຈິ໊ງ, ຮອງຫົວໜ້າຫ້ອງການຄະນະພັກການທະຫານສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: ຊຸດຝຶກອົບຮົມແນໃສ່ຊ່ວຍໃຫ້ພະນັກງານກະຊວງປ້ອງກັນປະເທດ ລາວ ກໍາແໜ້ນຄວາມຮູ້, ທັກສະພື້ນຖານກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານ ຫ້ອງການ.
ຍສໝ - ດ້ວຍບົດບາດເປັນນັກຊ່ຽວຊານການແພດທີ່ເຮັດວຽກຢູ່ໂຮງໝໍກອງທັບ 103 - ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເປັນເວລາ 3 ເດືອນ, ຄະນະປະຕິບັດງານຂອງໂຮງໝໍ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາ ເພື່ອນມິດລາວ, ເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວກັນ, ຢູ່ບ້ານເກີດເມືອງ ນອນດຽວກັນ.
ຫວ່າງແລ້ວນີ້, ທີ່ແຂວງກວ໋າງບິ່ງ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງກວ໋າງບິ່ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ໄດ້ຈັດຕັ້ງການພົບປະເຈລະຈາ ແລະລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໄລຍະ 2022 – 2024.
ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.