ມີ​ນັກ​ສຶກ​ສາ​ລາວ, ກ​ຳ​ປູ​ເຈຍ​ເກືອບ 100 ຄົນ​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ປະ​ຕິ​ວັດ ຫວຽດ​ນາມ

09:27 | 06/04/2023

ຍ​ສ​ໝ - ທີ່​ລາຍ​ການ, ນ້ອງໆ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໄດ້​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ອຸ​ມົງ​ອາ​ວຸດ​ທະ​ຫານ​ພິ​ເສດ​ໄຊ​ງ່ອນ, ກ່ອງ​ຈົດ​ໝາຍ​ລັບ ແລະ ອຸ​ມົງ​ໜ້າ​ດິນ ທະ​ຫານ​ພິ​ເສດ​ໄຊ​ງອນ ແລະ ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ພິ​ເສດ​ໄຊ​ງ່ອນ..

ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ
ກອງ​ປະ​ຊຸມ​ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ: ການ​ທູດ​ປະ​ຊາ​ຊົນປະຈັນບານ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ຢ່າງ​ສຸດ​ຂ​ີດ ກອງ​ປະ​ຊຸມ​ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ: ການ​ທູດ​ປະ​ຊາ​ຊົນປະຈັນບານ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ຢ່າງ​ສຸດ​ຂ​ີດ
ມີ​ນັກ​ສຶກ​ສາ​ລາວ, ກ​ຳ​ປູ​ເຈຍ​ເກືອບ 100 ຄົນ​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ປະ​ຕິ​ວັດ ຫວຽດ​ນາມ
ມີ​ນັກ​ສຶກ​ສາ​ລາວ, ກ​ຳ​ປູ​ເຈຍ​ເກືອບ 100 ຄົນ​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ປະ​ຕິ​ວັດ ຫວຽດ​ນາມ (ພາບ: ອົງ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ)

ວັນ​ທີ 2 ເມ​ສາ, ຢູ່​ສະ​ຫະ​ພັນ​ບັນ​ດ​າອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ຂະ​ບວນ​ການ ​ເດີນ​ຕາມ​ກະ​ແສ​ປະ​ຫວັດ​ສາດ - ທະ​ຫານ​ພິ​ເສດໄຊງ່ອນ ໃຫ້​ແກ່​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ເກືອບ 100 ຄົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງ​ການ​ບຸກ​ໂຈມ​ຕີ​ທົ່ວ​ປະ​ເທດ ແລະ ລູກ​ຮື້​ຂຶ້ນ ລະ​ດູ​ບານ​ໃໝ່ ປີວອກ ປີ 1968.

ທີ່​ລາຍ​ການ, ນ້ອງໆ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໄດ້​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ອຸ​ມົງ​ອາ​ວຸດ​ທະ​ຫານ​ພິ​ເສດ​ໄຊ​ງ່ອນ, ກ່ອງ​ຈົດ​ໝາຍ​ລັບ ແລະ ອຸ​ມົງ​ໜ້າ​ດິນ ທະ​ຫານ​ພິ​ເສດ​ໄຊ​ງອນ ແລະ ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ພິ​ເສດ​ໄຊ​ງ່ອນ.

ນະທີ່​ນີ້, ນ້ອງໆ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ຍັງ​ໄດ້​ຮັບ​ຊົມ​ເຂົ້າ​ເຕິມ ​ດ້າຍ​ຮ່ານ, ກາ​ເຟ​ເວິດ... ຢູ່​ຮ້ານ​ກາ​ເຟ ໂດ​ຝູ, ເຊິ່ງ​ແມ່ນ​ຮ່ອງ​ຮອຍ​ປະ​ຫວັດ​ສາດກ່ອງ​ຈົດ​ໝາຍ​ລັບ ແລະ ອຸ​ມົງ​ໜ້າ​ດິນ​ຂອງ ທະ​ຫານ​ພິ​ເສດ​ໄຊ​ງ່ອນ. ໃນ​ສະ​ໄໝ​ປະ​ຕິ​ວັດ. ທ່ານ ນຳ​ລາຍ​ ໃນ​ນາມ​ແມ່ນ​ນາຍ​ທຶນ​ຄົນ​ໜຶ່ງ ທີ່​ເຮັດອາຊີບຕົກແຕ່ງພາຍ​ໃນ​ ໄດ້​ຊື້​ເຮືອ​ນຫຼັງ​ນີ້​ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​ທົ່ວ​ປະ​ເທດ ແລະ ລູກ​ຮື້​ຂຶ້ນ​ລະ​ດູ​ບານ​ໃໝ່ ປີວອກ 1968.

ຢູ່ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ພິ​ເສດ​ໄຊ​ງ່ອນ​ ເຮືອນ​ເລກ​ທີ 145, ຖະ​ໜົນ ​ເຈິ່ນກວາງ​ຂາຍ, ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ​ໄດ້​ລອງ​ຕົວຈິງກັບເຕັກ​ໂນ​ໂລ​ຢີ virtual ເມື່ອ​ຢ້ຽມ​ຊົມ ແລະ ຊອກ​ຮູ້​ກ່ຽວ​ກັບໄຊຊະນະຂອງ​ກຳ​ລັງ​ທະ​ຫານ​ພິ​ເສດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.