ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງສອງສະຫະພັນແມ່ຍິງ

10:47 | 05/04/2023

ຍສໝ - ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ລາວ ​ໄດ້​ສະ​ເໜີ​ໃຫ້​ສະຫະພັນ​ແມ່ຍິງ​ຂອງ​ສອງ​ປະ​ເທດ ​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ສະມາຄົມ​ແມ່ຍິງ​ບັນດາ​ແຂວງ​ເຂດ​ຊາຍ​ແດນ ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ພັດທະນາ​ການທ່ອງທ່ຽວ.

ກວ໋າງນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ ກວ໋າງນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ
ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮັດວຽກຢູ່ລາວ, ໃນຕອນ​ເຊົ້າ​ວັນ​ທີ 4 ເມສາ, ທ່ານ​ນາງ​ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ຮ່າ​ທິ​ຫງາ ພ້ອມ​ດ້ວຍ​ຄະນະ ​ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ​ນາງ ປານີ ຢາ​ທໍ່​ຕູ້ - ຮອງ​ປະທານ​ປະ​ເທດລາວ.

ທ່ານ​ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້ສະແດງຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ຕໍ່​ທ່ານ​ນາງ​ຮອງ​ປະທານ​ປະ​ເທດລາວ ທີ່​ໄດ້​ສະຫລະ​ເວລາ​ມາ​ຕ້ອນຮັບ​ຄະນະ; ຂອບ​ໃຈ​ບັນດາ​ການ​ນຳ​ຂອງ​ພັກ ​ແລະ ລັດ​ລາວ, ​ໃນ​ນັ້ນ​ມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປານີ ຢາ​ທໍ່​ຕູ້ ​ທີ່ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ໜູນ​ຊ່ວຍ​ໃຫ້​ແກ່​ແມ່ຍິງ 2 ປະ​ເທດ; ປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ໄດ້ຮັບການຊີ້ນຳ, ໜູນຊ່ວຍເພື່ອໃຫ້ສະມາຄົມແມ່ຍິງ 2 ປະເທດ ຫວຽດນາມ ແລະ ລາວ ປະຕິບັດຂໍ້ຕົກລົງ ໄລຍະ 2023 – 2027 ທີ່ສອງຝ່າຍໄດ້ລົງນາມໃຫ້ເປັນຢ່າງດີ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງສອງສະຫະພັນແມ່ຍິງ

ສ່ວນທ່ານ​ນາງ​ຮອງ​ປະທານ​ປະ​ເທດລາວ ປານີ ຢາ​ທໍ່​ຕູ້ ໄດ້ສະແດງຄວາມຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ໝາກຜົນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງສະຫະພັນ​ແມ່ຍິງ 2 ປະ​ເທດ ແລະ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ສົງຄາມ, ແມ່ຍິງ​ລາວ ​ແລະ ຫວຽດນາມ ຍາມ​ໃດ​ກໍ່​​ຄຽງບ່າຄຽງໄຫຼ່, ແບ່ງທຸກແບ່ງສຸກ ​ເພື່ອ​ສັນຕິພາບ ​ແລະ ​ເອກະລາດ​ຂອງ​ສອງ​ປະ​ເທດ. ພາຍຫຼັງ​ປີ 1975 ​ແລະ​ ມາ​ຮອດ​ປະຈຸ​ບັນ, ​ແມ່ຍິງ​ສອງ​ປະ​ເທດໄດ້​ສືບ​ຕໍ່​ຊ່ວຍ​ເຫຼືອ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ທ່ານນາງ ປານີ ຢາທໍ່ຕູ້ ຕີລາຄາວ່າ ແມ່ຍິງຫວຽດນາມ ມີຮູບການດຳເນີນທຸລະກິດທີ່ຫຼາກຫຼາຍ ແລະ ປະສົບຜົນສຳເລັດ, ຕາມນັ້ນແລ້ວ ທ່ານນາງ ປານີ ຢາທໍ່ຕູ້ ປາດຖະໜາວ່າ ສະຫະພັນແມ່ຍິງ ຫວຽດນາມ ຈະສືບຕໍ່ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໜູນຊ່ວຍໃນການບຳລຸງສ້າງແມ່ຍິງຢູ່ຂັ້ນເມືອງ ແລະ ແຂວງ ເພື່ອໃຫ້ແມ່ຍິງລາວ ມີຄວາມກ້າວ​ໜ້າ​ໃນ​​ວຽກງານ​ຂອງ​ແມ່​ຍິງ ແລະ ຍັງເຮັດທຸ​ລະ​ກິດເກັ່ງ, ສ້າງຄວາມຮັ່ງມີໃຫ້ຕົນເອງ, ຄອບ​ຄົວ ແລະ ສັງ​ຄົມ.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 4 ເມສາ, ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໂດຍ​ທ່ານ​ນາງ ຮ່າ​ທິ​ຫງາ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ລາວ ​ໂດຍ​ທ່ານ​ນາງ ອິນ​ລາວັນ ​ແກ້ວ​ບຸນ​ພັນ ປະທານ​ສະຫະພັນ​ແມ່ຍິງລາວ ນຳໜ້າຄະນະ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.