ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ

16:33 | 10/04/2023

ຍສໝ - ໃນວັນທີ 8 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຟ້ານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ພົບປະສົນທະນາກັບທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ

ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້ ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້
ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ການ​ປົກປ້ອງ​​ປ່າ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ການ​ປົກປ້ອງ​​ປ່າ

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານຟານວັນມ໊າຍ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວໃນການພັດທະນາ, ທ່ານຫວັງວ່າສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ, ເພີ່ມທະວີບັນດາໂຄງການຮ່ວມມືດ້ານເສດຖະກິດ - ການຄ້າ - ການທ່ອງທ່ຽວ, ພ້ອມກັນຄົ້ນຄ້ວາ, ຊອກຫາມາດຕະການລະອຽດ ເພື່ອແກ້ໄຂຂໍ້ຕິດຂັດ, ຍູ້ແຮງການຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືສຳຄັນເພື່ອແນໃສ່ສ້າງກຳລັງໜູນໃໝ່ຊ່ວຍໃຫ້ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ລາວນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ

ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ທີ່ການພົບປະສົນທະນາ ລະຫວ່າງ ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ຄະນະຜູ້ແທນນະຄອນຫຼວງ ວຽງຈັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຍູ້ແຮງການຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມື, ເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາໂຄງການເຄື່ອນໄຫວ, ເພີ່ມທະວີການພົວພັນທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນ, ດຳເນີນທຸລະກິດ ຂອງແຕ່ລະຝ່າຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.