ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄປຢ້ຽມຢາມທ່າກຳປັ່ນ ຫວູງອ໋າງ

17:33 | 30/03/2023

ຍສໝ - ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ລາວ ຮູ້ສຶກພາກພູມໃຈ ​ຍ້ອນ​ລະບົບ​ທ່າ​ກຳ​ປັ່ນ​ຂອງ​ ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ສາກົນ​ ລາວ - ຫວຽດນາມ ຢູ່ຮ່າ​ຕິ້ງ ມີ​ແຜນຜັງ​ທີ່​ທັນ​ສະ​ໄໝ, ມີ​ການ​ລົງທຶນ ​ແລະ ຂຸດ​ຄົ້ນ​ເປັນ​ຢ່າງ​ດີ.

ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ
ຍູ້ແຮງຜັນຂະຫຍາຍໂຄງການກໍ່ສ້າງທາງລົດໄຟ ທ່າແຂກ - ຫວູງອ໋າງ ຍູ້ແຮງຜັນຂະຫຍາຍໂຄງການກໍ່ສ້າງທາງລົດໄຟ ທ່າແຂກ - ຫວູງອ໋າງ

ຕອນ​ເຊົ້າ​ວັນ​ທີ 30 ມີນາ, ຄະ​ນະ​ຜູ້​ແທນ ຂອງ​​ກຳມາທິ​ການ​ການ​ຕ່າງ​ປະ​ເທດ​ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ນຳໂດຍ ​ທ່ານ​ຮອງປະທານ​ກຳ​ມາທິ​ການ​ການ​ຕ່າງ​ປະ​ເທດ ເລ​ແອັງ​ຕ໋ວນ ແລະ ກຳ​ມາທິການການ​ຕ່າງ​ປະ​ເທດ ​ສະ​ພາ​ແຫ່ງ​ຊາດ​ລາວ ນຳ​ໂດຍ ​ທ່ານ​ຮອງປະທານກຳ​ມາທິ​ການ​ການ​ຕ່າງ​ປະ​ເທດລາວ ນາງ ວັນ​ດີ ບຸດທະ​ສະ​ວົງ ​ໄດ້​ລົງ​ສຳ​ຫຼວດ​ຢູ່​ທ່າ​ກຳ​ປັ່ນທີ 1, 2, 3 ຂອງ​ທ່າ​ກຳ​ປັ່ນຫວູງອ໋າງ.

ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄປຢ້ຽມຢາມທ່າກຳປັ່ນ ຫວູງອ໋າງ

ທີ່​ຫວູງອ໋າງ, ​ຜູ້ຕາງໜ້າ​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ສາກົນ ລາວ - ຫວຽດນາມ ໄດ້ແນະນຳກັບບັນດາຜູ້ແທນກ່ຽວ​ກັບ​ຂອບຂະໜາດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທ່າ​ກຳ​ປັ່ນ.

ບໍລິສັດຫຸ້ນສ່ວນທ່າກຳປັ່ນ ຫວຸງອ໋າງ ລາວ - ຫວຽດນາມ ໄດ້ສ້າງຕັ້ງຂຶ້ນໂດຍມີ 4 ຜູ້ຖືຫຸ້ນ , ໃນນັ້ນ, ບໍລິສັດປະສົມລາວພັດທະນາທ່າ​ກຳ​ປັ່ນຫວູງອ໋າງ (ສປປ ລາວ) ຖຶ 20% ຂອງຈຳນວນທຶນທັງໝົດ. ໃນວັນ​ທີ 15 ທັນວາ 2017, ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ ຫວູງອ໋າງ ຫວຽດ - ລາວ ​ໄດ້​ປ່ຽນ​ຊື່​ເປັນ​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ສາກົນ​ ລາວ - ຫວຽດນາມ.

​ເພື່ອ​ໜູນ​ຊ່ວຍ​ລາວ ​ພັດທະນາ​ໃນ​ໄລຍະ​ຍາວ, ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ເທດລາວ ​ນຳ​ໃຊ້​ທ່າ​ກຳ​ປັ່ນ ຫວູງອ໋າງ ທີ 1, 2, 3.

ໃນນັ້ນ, ທ່າກຳປັ່ນທີ 1 ໄດ້ດຳເນີນມາແຕ່ປີ 2001, ທ່າກຳປັ່ນທີ 2 ນັບແຕ່ປີ 2008 ດ້ວຍປະລິມານສິນຄ້າຜ່ານ 2 ທ່າເຮືອ ໄດ້ບັນລຸ 3,5 ລ້ານໂຕນ/ປີ. ທ່າ​ກຳ​ປັ່ນທີ 3 ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 1.000 ຕື້​ດົ່ງ, ໄດ້​ອອກ​ແບບ​ດ້ວຍ​ກຳລັງສະມັດຕະພາບ​ການ​ຂົນ​ສົ່ງ​ສິນຄ້າ​ເກືອບ 2 ລ້ານ​ໂຕນ/ປີ, ຄວາມ​ສາມາດ​ຮັບ​ກຳ​ປັ່ນ​ໄດ້​ເຖິງ 45.000 DWT ເຊິ່ງພວມ​ສຸມໃສ່ກໍ່ສ້າງ, ​ສຳ​ເລັດ ​ແລະ ຄາດ​ວ່າ​ຈະ​ນຳເຂົ້າເຄື່ອນໄຫວໃນ​ທ້າຍ​ປີ 2023.

ຄຽງ​ຄູ່​ກັບ​ລະບົບ​ທ່າ​ກຳ​ປັ່ນ​ຫວູງອ໋າງ, ຫວຽດນາມ ​ແລະ ລາວ ກໍ່ພວມ​ຊຸກຍູ້ ​ແລະ ຊອກ​ຫາ​ບັນດາ​ແຫຼ່ງ​ເງິນ​ລົງທຶນ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ເຊື່ອມ​ຕໍ່ການ​ຄົມມະນາຄົມ​ລະຫວ່າງ 2 ປະ​ເທດ.

ຜ່ານ​ການ​ລົງ​ສຳ​ຫຼວດ​ຕົວຈິງ, ຄະນະ​ຜູ້​ແທນ​ຂອງ​ສອງ​ປະ​ເທດ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ດີ​ໃຈ​ຍ້ອນ ​ລະບົບ​ທ່າ​ກຳ​ປັ່ນຂອງບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ສາກົນ ​ລາວ - ຫວຽດນາມ ​ນັບ​ມື້​ນັບ​ແຜນຜັງທີ່​ທັນ​ສະ​ໄໝ, ມີ​ການ​ລົງທຶນ ​ແລະ ການ​ຂຸດ​ຄົ້ນ​ເປັນ​ຢ່າງ​ດີ.

ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ການ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ດ້ານ​ການ​ເມືອງ, ສະ​ແດງ​ໃຫ້​ເຫັນ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນຂອງ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ລົງທຶນ ​ແລະ ພັດທະນາ​ທີ່​ສອງ​ປະ​ເທດ​ຫວຽດນາມ - ລາວ ທີ່ໄດ້ລົງ​ນາມ​ໃນ​ໄລຍະ​ຜ່ານ​ມາ. ເຊື່ອ​ໝັ້ນ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ທ່າ​ກຳ​ປັ່ນ ຫວູງອ໋າງ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຊຸກຍູ້, ປະກອບສ່ວນ​ເຂົ້າໃນການພັດທະນາ​ຂອງ​ແຂວງ ຮ່າ​ຕິ້ງ ​ແລະ ຂອງ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.