ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ

15:27 | 11/04/2023

ຍສໝ - ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ໃນການເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ
ຍູ້ແຮງການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ ຍູ້ແຮງການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ

ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ໃນການເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ການນຳ 2 ທ່ານໄດ້ເຫັນດີສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ປີ 2023, ຂໍ້ຕົກລົງກ່ຽວກັບຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025; ເຫັນດີສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນໄລຍະ 2021 – 2025; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາ; ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ຄື: ການສຶກສາ - ບຳລຸງສ້າງ, ວິທະຍາສາດ, ການຫັນເປັນດີຈີຕອນ…

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ

ທ່ານ​ປະ​ທານ​ປະ​ເທດ ຫວູ​ວັນ​ເຖືອງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສອນ​ໄຊ ສີ​ພັນ​ດອນ

ທີ່ການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ທ່ານປະທານປະເທດ ຫວໍວັງເຖືອງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະໜູນຊ່ວຍ ລາວ ປະຕິບັດສຳເລັດບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດສຳຄັນໃນໄລຍະຈະມາເຖິງ, ໃນນັ້ນມີກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ (ຄາດວ່າຈະຈັດຂຶ້ນຢູ່ ລາວ ໃນປີ 2023) ແລະ ການຮັບດຳລົງຕຳແໜ່ງປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ປີ 2024 ໃຫ້ບັນລຸຜົນສຳເລັດ.

ຕອນບ່າຍວັນດຽວກັນຢູ່ນະຄອນຫຼວງວຽງຈັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.

ຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັງເຖືອງ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຕ່າງໆຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນເລື່ອງ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2026. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສູນກາງແນວລາວສ້າງຊາດ ຈົ່ງສົມທົບກັບຝ່າຍ ຫວຽດນາມ ຢ່າງແໜ້ນແຟ້ນ ປະຕິບັດບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຂອງແນວໂຮມ, ການຂົນຂວາຍປະຊາຊົນ, ສາສະໜາ, ຊົນເຜົ່າ ແລະ ຍູ້ແຮງການໂຄສະນາໃນປະຊາຊົນທຸກຊັ້ນວັນນະກ່ຽວກັບມູນເຊື້ອປະຫວັດສາດຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.