ຍູ້ແຮງການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ

09:42 | 10/04/2023

ຍສໝ - ຕາມ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຈະ​ມາ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 10-11 ເດືອນເມສາ 2023.

ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນສປປ.ລາວ ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນສປປ.ລາວ
ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ

ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ສປປ.ລາວ ທອງ​ລຸນ ສີ​ສຸ​ລິດ.

ຄາດ​ວ່າ​ໃນ​ໄລຍະ​ຢ້ຽມຢາມ​​ປະ​ເທດ ລາວ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ຈະ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ມີການພົບປະເຈລະຈາ ແລະ ພ້ອມ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື; ພົບປະກັບນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດລາວ; ຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ, ປະທານສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ; ເຂົ້າຮ່ວມພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢ່າງເປັນທາງການ; ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ​ປະຈຳ​ລາວ ​ແລະ ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ຂອງ​ປະຊາ​ຄົມ​ຊາວ​​ຫວຽດນາມ​ຈຳນວນ​ໜຶ່ງ.

ຍູ້ແຮງການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ
ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ດັ່ງກ່າວ ຈະ​ຊ່ວຍ​ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ ​ໃນ​ທຸກ​ຊ່ອງ​ທາງ ​ແລະ ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື; ປະກອບສ່ວນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ ​ແລະ ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ລາວ ໄລຍະ 2021-2030 ​ແລະ ສັນຍາ​ຮ່ວມ​ມື​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໄລຍະ 2021-2025.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນບ໊າຮຸ່ງ ​ໄດ້​ໃຫ້​ສຳພາດ​ກ່ຽວ​ກັບ​ຄວາມ​ໝາຍຂອງ​ການ​ຢ້ຽມຢາມ​ລາວ ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ວັນທີ 10 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວຢ່າງເປັນທາງການໃນເວລາ ສອງວັນ.

ຍູ້ແຮງການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນບ໊າຮຸ່ງ

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຫງວຽນບ໊າຮຸ່ງ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມດຳເນີນໃນສະພາບການພົວພັນລະຫວ່າງ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາຢ່າງດີງາມ. ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ, ບັນດາສັນຍາຮ່ວມມືສອງຝ່າຍພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າລະຫວ່າງສອງປະເທດ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນທຸກຂົງເຂດ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ກໍ່ຜົນປະທົບຫຼາຍແງ່ມູມຕໍ່ການພົວພັນລະຫວ່າງ ຫວຽດນາມ - ລາວ. ໃນສະພາບການນັ້ນ, ການຢ້ຽມຢາມລາວຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມໝາຍສຳຄັນທີ່ສຸດ, ສ້າງກຳລັງໜູນຢ່າງແຮງຕໍ່ການເພີ່ມທະວີປະສິດທິຜົນ ແລະ ຄວາມໝັ້ນຄົງຂອງການຮ່ວມມືສອງຝ່າຍ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ມີປະສິດທິຜົນກ່ວາອີກ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.