ສົມ​ທົບ​ກັນ​ປະ​ຕິ​ບັດ​ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ

11:05 | 31/03/2023

ຍ​ສ​ໝ - ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ລາວ ພສ 2566, ປ້ອມ​ປ້ອງ​ກັນ​ຊາຍແດນດ່ານ​​ສາກົນ ​ໄຕ​ຈາງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດ້ຽນບຽນ ​ໄດ້​ມອບ​ຂອງຂວັນ ​ແລະ ອວຍພອນ​ປີ​ໃໝ່​ໃຫ້​ພະນັກງານ, ລັດຖະກອນປ້ອມ​ປ້ອງ​ກັນ​ຊາຍແດນ 162 (ກອງບັນຊາການທະຫານແຂວງຫຼວງພະບາງ).

ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄປຢ້ຽມຢາມທ່າກຳປັ່ນ ຫວູງອ໋າງ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ລາວ ໄປຢ້ຽມຢາມທ່າກຳປັ່ນ ຫວູງອ໋າງ
ໄຟ​ໄໝ້​ປ່າ ແລະ ມົນ​ລະ​ພິດ​ທາງອາ​ກາດທີ່ຮ້າຍ​ແຮງ​ຢູ່ ລາວ ໄຟ​ໄໝ້​ປ່າ ແລະ ມົນ​ລະ​ພິດ​ທາງອາ​ກາດທີ່ຮ້າຍ​ແຮງ​ຢູ່ ລາວ
ສົມ​ທົບ​ກັນ​ປະ​ຕິ​ບັດ​ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ
ສອງ​ປະ​ເທດ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ຕໍ່​ໝາກ​ຜົນ​ຂອງ​ການ​ລາດ​ຕະ​ເວນ (ພາບ:TTXVN)

​ໂດຍປະຕິບັດ​ຕາມບົດ​ບັນທຶກ​​ຂໍ້ຕົກລົງ​ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດ້ຽນບຽນ ​ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ ຫຼວງ​ພະ​ບາງ (ລາວ), ຕາມ​ນັ້ນ​ແລ້ວ, ປ້ອ​ມ​ປ້ອງ​ກັນ​ຊາຍ​ແດນດ່ານ​ສາກົນ ​ໄຕ​ຈາງ (ກອງ​ບັນຊາ​ການ​ປ້ອງ​ກັນ​ຊາຍ​ແດນແຂວງ ດ້ຽນບຽນ) ​ແລະ ກອງ​ຮ້ອຍ​ທະ​ຫານ​ປ້​ອງ​ກັນ​ຊາຍ​ແດນ 162 (ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ) ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ສອງ​ປະ​ເທດ​ຢູ່​ເສັ້ນ​ຊາຍ​ແດນ ​ຫວຽດນາມ-ລາວ ​ແຕ່​ຫຼັກ​ໝາຍ​ແຫ່ງ​ຊາດທີ 119 ຫາ​ຫຼັກ​ໝາຍ​ແຫ່ງ​ຊາດທີ 121, ດ້ວຍ​ຄວາມ​ຍາວ​ເສັ້ນຊາຍ​ແດນ 5 ກິ​ໂລ​ແມັດ.

ກອງລາດຕະ​ເວນ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ກວດກາ​ລະບົບ​ຊາຍ​ແດນ, ຫຼັກ​ໝາຍ​ແຫ່ງ​ຊາດ ​ແລະ ​ແລກປ່ຽນ​ສະພາບ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ; ພ້ອມ​ກັນ​ນັ້ນ, ກໍ່​ຈັດ​ຕັ້ງ​ບຸກ​ເບີກ​ເສັ້ນທາງ​ລາດຕະ​ເວນ​ຊາຍ​ແດນ, ​​ອະນາໄມ​ເຂດ​ອ້ອມ​ແອ້ມຫຼັກ​ໝາຍ​​ຊາຍ​ແດນ ​ແລະ ​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ສອງ​ຟາກຊາຍ​ແດນ ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຊາຍ​ແດນ ​ແລະ ​ຜື​ນ​ແຜ່ນ​ດິນ, ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ ​ແລະ ​ເຂດ​ແດນ​ຂອງ​ຊາດ.

ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ລາວ ພສ 2566, ປ້ອມ​ປ້ອງ​ກັນ​ຊາຍແດນດ່ານ​​ສາກົນ ​ໄຕ​ຈາງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດ້ຽນບຽນ ​ໄດ້​ມອບ​ຂອງຂວັນ ​ແລະ ອວຍພອນ​ປີ​ໃໝ່​ໃຫ້​ພະນັກງານ, ລັດຖະກອນປ້ອມ​ປ້ອງ​ກັນ​ຊາຍແດນ 162 (ກອງບັນຊາການທະຫານແຂວງຫຼວງພະບາງ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.