ຍສໝ - ລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ.
ຍສໝ - ປະຈຸບັນ, ຢູ່ແຂວງແທັງຮວາ ມີນັກສຶກສາລາວ ກວ່າ 500 ຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນແຫ່ງຕ່າງໆ ຄື: ມະຫາວິທະຍາໄລຮົ່ງດຶກ; ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ວິທະຍາໄລການແພດ; ວິທະຍາໄລອຸດສາຫະກໍາແທັງຮວາ. ໃນນັ້ນມີນັກສຶກສາເກືອບ 200 ຄົນ ໄດ້ຮັບທຶນສຶກສາຂອງແຂວງ, ສ່ວນຍັງເຫຼືອແມ່ນນັກສຶກສາດ້ວຍທຶນຕົນເອງ.
ຍສໝ - ພາຍຫຼັງລົງກວດກາວຽກງານກະກຽມທຸກດ້ານຢູ່ບັນດາສະຖານທີ່, ກິດຈະກຳຮັບໃຊ້ໃຫ້ການພົບປະແລກປ່ຽນ, ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລາຍການພົບປະແລກປ່ຽນ, ພົນຈັດຕະວາ ຮວ່າງຮືວຈ໊ຽນ ໄດ້ຊາບຊຶມ, ຮຽກຮ້ອງພາກສ່ວນຮັບໃຊ້ລາຍການພົບປະແລກປ່ຽນຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບ, ກວດກາຄືນຢ່າງຮີບດ່ວນ, ປະຕິບັດສໍາເລັດບາງກິດຈະກຳຍ່ອຍທີ່ຄວນເພີ່ມເຕີມເຊິ່ງຄະນະປະຕິບັດງານໄດ້ຍົກອອກ.
ຍສໝ - ໃນປີຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກັບກົມທະຫານຊາຍແດນ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບກັນໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ...
ຍສໝ - ລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ຈະຫັນການຮ່ວມມືລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບ ແລະເປີດກວ້າງໃນວຽກງານອຸປະຖຳໜຸູນຊ່ວຍສັງຄົມ, ເບິ່ງແຍງດູແລເດັກ, ໜູນຊ່ວຍຄົນພິການ ແລະຜູ້ອາຍຸສູງ... Hai Bộ trưởng khẳng định sẽ đa dạng hóa và mở rộng hợp tác giữa hai nước trong công tác bảo trợ xã hội, bảo vệ và chăm sóc trẻ em, hỗ trợ người khuyết tật, người cao tuổi...
ຍສໝ - ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນລາວ ບັນລຸໄດ້, ເສດຖະກິດເຕີບໂຕພໍສົມຄວນ. ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງຢ່າງເຂັ້ມງວດ, ກະກຽມໃຫ້ການພົບປະການນໍາຂັ້ນສູງ ແລະກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ໃຫ້ເປັນຢ່າງດີ.
ຍສໝ - ທ່ານ ຫງວຽນດັກວິງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາວັດທະນະທຳ ແລະການສຶກສາ, ໃນນັ້ນ ການສຶກສາຍາມໃດກໍ່ໄດ້ຮັບການກຳນົດວ່າແມ່ນນະໂຍບາຍແຖວໜ້າຂອງຊາດ; ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ເປັນເປົ້າໝາຍ ແລະເປັນກຳລັງໜູນໃຫ້ການພັດທະນາແບບຍືນຍົງຂອງປະເທດຊາດ.
ຍສໝ - ລາຍການ "ວັນບຸນນ້ຳໃຈໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023" (ວັນບຸນ) ໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ຈັດຕັ້ງດ້ວຍເປົ້າໝາຍຍູ້ແຮງການເຄື່ອນໄຫວການສື່ສານການຕ່າງປະເທດ.
ຍສໝ - ຄະນະຜູ້ແທນກະຊວງປ້ອງກັນປະເທດ 3 ປະເທດ ໄດ້ລົງກວດກາວຽກງານກະກຽມ ແລະກວດຜ່ານບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນຢູ່ບາງສະຖານທີ່ຄື: ເຂດຫຼັກໝາຍສາມແຍກຊາຍແດນ; ການຝຶກຊ້ອມຮ່ວມດ້ານການແພດທະຫານຢູ່ເຂດສາມແຍກປ້ອມເກັບຄ່າທຳນຽມ ຢູ່ດ່ານສາກົນເບີ່ອີ; ...
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກອອກມາດຕະການແກ້ໄຂລະອຽດ, ເພື່ອເປັນພື້ນຖານແກ່ການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດໃຫ້ບັນລຸປະສິດທິຜົນ.
ຍສໝ - ການພົບປະແລກປ່ຽນ ແລະເຮັດວຽກລະຫວ່າງພະນັກງານຍິງ ຂອງວິທະຍາຄານການແພດທະຫານ ກັບພະນັກງານຍິງ ຂອງກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນເລິກເຊິ່ງ, ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີທີ່ສະໜິດຕິດແໜ້ນຂອງສອງຊາດ ເວົ້າລວມ, ຂອງພະນັກງານຍິງ ສອງກອງທັບ ເວົ້າສະເພາະ.
ຍສໝ - ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ; ວຽກງານສ້າງແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການປະສານງານ ແລະມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມຮັບໃຊ້ ແລະປ້ອງກັນຢູ່ຕາມສະຖານທີ່ດໍາເນີນການເຄື່ອນໄຫວພົບປະແລກປ່ຽນ; ...
ຍສໝ - ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ.
ຍສໝ - ສອງຝ່າຍຕັດສິນໃຈປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມເປັນຢ່າງດີ; ຜັນຂະຫຍາຍໝາກຜົນແຫ່ງການພົບປະເຈລະຈາຜ່ານມາລະຫວ່າງສະຫາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະສະຫາຍປະທານສູນກາງແນວລາວສ້າງຊາດ..., ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ
ຍສໝ - ຄະນະພະນັກງານຂອງລາວ ໄດ້ຕີລາຄາສູງຕໍ່ວິທີຊີ້ນຳ, ການຈັດຕັ້ງການຖະແຫຼງຂ່າວ, ສື່ສານ ຂອງສູນການສື່ມວນຊົນ ແຂວງກວາງນິງ. ບັນດາບົດຮຽນປະສົບການ ແລະຜົນສຳເລັດຂອງສູນການສື່ມວນຊົນ ແຂວງກວາງນິງ ກໍ່ຈະແມ່ນບົດຮຽນ ເພື່ອຊ່ວຍໃຫ້ຄະນະ ຍົກສູງວຽກງານຄຸ້ມຄອງສື່ມວນຊົນ, ເພື່ອເປົ້າໝາຍພັດທະນາປະເທດຊາດ.
ຍສໝ - ງານວາງສະແດງຮູບພາບທີ່ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023” ໄດ້ວາງສະແດງຮູບພາບກວ່າ 200 ແຜ່ນ, ແບ່ງອອກເປັນ 4 ຫົວຂໍ້, ລວມມີ: ປະຫວັດສາດ 61 ປີແຫ່ງການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ຫວຽດນາມ ແລະລາວ ບເສັ້ນທາງແຫ່ງການພັດທະນາ; ຜົນງານພົ້ນເດັ່ນກ່ຽວກັບການຮ່ວມມືຫວຽດນາມ-ລາວ ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ; ເທື່ອທຽນເຫວ້ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ.
ຍສໝ - ທີ່ການເຮັດວຽກ, ຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ແລະບັນດາສະຫາຍການນໍາແຂວງ ບິ່ງທ້ວນ ໄດ້ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ; ບົດບາດຂອງຂັ້ນຕາແສງໃນລະບົບການເມືອງ ແລະບົດຮຽນໃນການກໍ່ສ້າງຊົນນະບົດໃໝ່...
ຍສໝ - ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງທ້ອງຖິ່ນ; ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ.
ຍສໝ - ວັນບຸນປີນີ້ລວມມີບັນດາເຫດການ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ງານວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະຄໍ່າຄືນພົບປະແລກປ່ຽນສິລະປະຫວຽດນາມ-ລາວ.
ຍສໝ - ວັນທີ 10 ພະຈິກ, ທະຫານຊາຍແດນ 2 ທ້ອງຖິ່ນຊາຍແດນ ແຂວງກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ກຳລັງທະຫານປ້ອງກັນຊາຍແດນ, ຄູອາຈານ, ນັກຮຽນ 2 ແຂວງຊາຍແດນ.