ການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ-ບຳລຸງສ້າງ

14:10 | 06/12/2023

ການຮ່ວມມທລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ-ກໍ່ສ້າງ

ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ
ອາ​ເມ​ລິ​ກາ ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ການ​ປະຕິບັດ​ກົດໝາຍ​ໃຫ້​ກໍາລັງກວດກາປ່າໄມ້ຫວຽດນາມ ອາ​ເມ​ລິ​ກາ ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ການ​ປະຕິບັດ​ກົດໝາຍ​ໃຫ້​ກໍາລັງກວດກາປ່າໄມ້ຫວຽດນາມ

ຕອນຄ່ຳວັນທີ 4 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ, ທ່ານ ຫງວຽນດັກວິງ ປະທານກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາງ ທຸມມະລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດລາວ.

ການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ-ບຳລຸງສ້າງ

ທ່ານ ຫງວຽນດັກວິງ ປະທານກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: TTXVN

ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບການເຄື່ອນໄຫວຂອງແຕ່ລະຄະນະກໍາມາທິການ ແລະລັດຖະນະໂຍບາຍສຳຄັນຂອງສະພາແຫ່ງຊາດສອງປະເທດ ທີ່ກ່ຽວຂ້ອງເຖິງຂົງເຂດຮັບຜິດຊອບຂອງສອງກໍາມາທິການ ໃນໄລຍະຜ່ານມາ.

ການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ-ບຳລຸງສ້າງ

ບັນຍາກາດທີ່ການເຮັດວຽກ. ພາບ: TTXVN

ທ່ານ ຫງວຽນດັກວິງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາວັດທະນະທຳ ແລະການສຶກສາ, ໃນນັ້ນ ການສຶກສາຍາມໃດກໍ່ໄດ້ຮັບການກຳນົດວ່າແມ່ນນະໂຍບາຍແຖວໜ້າຂອງຊາດ; ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ເປັນເປົ້າໝາຍ ແລະເປັນກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.

ປະທານກຳມາທິການທັງສອງທ່ານ ເຫັນດີເປັນເອກະສັນນໍາກັນວ່າ ຄວນເພີ່ມທະວີການເຄື່ອນໄຫວຮ່ວມມືລະຫວ່າງກຳມາທິການວັດທະນະທຳ ແລະການສຶກສາ ແລະ ກຳມາທິການວັດທະນະທຳ-ສັງຄົມ ໃນຂົງເຂດວັດທະນະທຳ, ການສຶກສາ, ສືບຕໍ່ຈັດຕັ້ງການເຄື່ອນໄຫວແລກປ່ຽນ ແລະແບ່ງປັນບົດຮຽນ, ເປັນຕົ້ນແມ່ນບົດຮຽນປະສົບການໃນການສ້າງກົດໝາຍ ຂອງແຕ່ລະປະເທດກ່ຽວກັບຂົງເຂດດັ່ງກ່າວ.

ການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ-ບຳລຸງສ້າງ

ທ່ານນາງ ທຸມມະລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: TTXVN

ສອງຝ່າຍຍັງແລກປ່ຽນກ່ຽວກັບການສົມທົບກັນຊຸກຍູ້ ແລະຍົກສູງຄຸນນະພາບການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດຢູ່ຂັ້ນສູນກາງ ແລະທ້ອງຖິ່ນ; ສົມທົບກັນຈັດຕັ້ງການຕິດຕາມກວດກາການປະຕິບັດບັນດາສັນຍາ, ຂໍ້ຕົກລົງລະຫວ່າງສອງປະເທດໃນຂົງເຂດການສຶກສາ, ບຳລຸງສ້າງນັກຮຽນ, ນັກສຶກສາ, ບຳລຸງສ້າງພະນັກງານລະຫວ່າງສອງປະເທດ, ການປະຕິບັດໂຄງການ ແລະການເຄື່ອນໄຫວລົງທຶນ ຫຼືການຊ່ວຍເຫຼືອໃນຂົງເຂດວັດທະນະທຳ ແລະການສຶກສາ.

ສອງຝ່າຍເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືລະຫວ່າງສາມກໍາມາທິການຂອງສະພາແຫ່ງຊາດ ຫວຽດນາມ - ລາວ - ກໍາປູເຈຍ ເພື່ອຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ໃນການປະຕິບັດຂໍ້ຕົກລົງລະຫວ່າງສາມປະເທດໃນເຂດສາມຫຼ່ຽມພັດທະນາໃຫ້ມີປະສິດທິຜົນ. ໃນນັ້ນ, ສອງຝ່າຍຍັງແລກປ່ຽນກ່ຽວກັບການຄົ້ນຄວ້າ ແລະສະເໜີສ້າງຕັ້ງກຳມາທິການຮ່ວມມືດ້ານວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດສາມປະເທດ ເພື່ອແນໃສ່ຊຸກຍູ້ການຮ່ວມມື ໃນຂົງເຂດດັ່ງກ່າວໃຫ້ມີປະສິດທິຜົນກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.