ຂີດໝາຍ 10 ປີແຫ່ງການປະຕິບັດສັນຍາຮ່ວມມືດ້ານແຮງງານ ຫວຽດນາມ-ລາວ

18:59 | 07/12/2023

ຂີດໝາຍ 10 ປີແຫ່ງການປະຕິບັດສັນຍາຮ່ວມມືດ້ານແຮງງານຫວຽດນາມ-ລາວ

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ວັນທີ 5 ທັນວາ, ຢູ່ນະຄອນຫຼວງພະບາງ, ປະເທດລາວ, ໄດ້ດໍາເນີນກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8. ກອງປະຊຸມໂດຍທ່ານນາງ ຄໍາໃບ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ກັບທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ເປັນປະທານຮ່ວມ.

ຂີດໝາຍ 10 ປີແຫ່ງການປະຕິບັດສັນຍາຮ່ວມມືດ້ານແຮງງານ ຫວຽດນາມ-ລາວ

ທ່ານນາງ ຄໍາໃບ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ກັບທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ລົງນາມການຮ່ວມມືລະຫວ່າງສອງກະຊວງ ໄລຍະ 2023-2025. ພາບ: vov.vn

ທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອັກຢຸງ ໄດ້ສະເໜີໃຫ້ ລາວ ສືບຕໍ່ສ້າງເງື່ອນໄຂເພື່ອຮັບເອົາແຮງງານຫວຽດນາມ ມາເຮັດວຽກຢູ່ໂຄງການລົງທຶນ, ໂຄງການກໍ່ສ້າງຢູ່ ລາວ. ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເນື້ອໃນຂອງສັນຍາ, ເພີ່ມທະວີການຈັດຕັ້ງກອງປະຊຸມເຕັກນິກກ່ຽວກັບເນື້ອໃນລະອຽດເພື່ອສາມາດແລກປ່ຽນຢ່າງລະອຽດກວ່າ, ຮັບໃຊ້ໃຫ້ແກ່ວຽກງານສ້າງກົດໝາຍ ແລະນະໂຍບາຍຂອງສອງປະເທດ. ບັນດາຫົວໜ່ວຍຂອງສອງກະຊວງ, ພະແນກແຮງງານທະຫານເສຍອົງຄະ ແລະສັງຄົມ ແລະໂຮງຮຽນ... ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການລະດົມແຫຼ່ງກໍາລັງແນໃສ່ເພີ່ມທະວີພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ສາມາດຕອບສະໜອງຕາມມາດຕະຖານຂອງພາກພື້ນ ແລະສາກົນ.

ລັດຖະມົນຕີສອງທ່ານ ຢັ້ງຢືນວ່າຈະຫັນການຮ່ວມມືລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບ ແລະເປີດກວ້າງໃນວຽກງານອຸປະຖຳຊ່ວຍເຫຼືອສັງຄົມ, ເບິ່ງແຍງດູແລເດັກ, ໜູນຊ່ວຍຄົນພິການ ແລະຜູ້ອາຍຸສູງ...

ສິ້ນສຸດກອງປະຊຸມ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8, ໃນນັ້ນ ໄດ້ສຸມໃສ່ບັນດາເນື້ອໃນລະອຽດເພື່ອຜັນຂະຫຍາຍແຜນການຮ່ວມມື ໄລຍະ 2023-2025.

ບູນມີ

ເຫດການ
302 Found

Found

The document has moved here.