ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ

09:00 | 27/12/2023

ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ

ໂຄສະນາເຜີຍແຜ່ໃຫ້ບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມກ່ຽວກັບອະທິປະໄຕຢູ່ທະເລ, ໝູ່ເກາະ ໂຄສະນາເຜີຍແຜ່ໃຫ້ບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມກ່ຽວກັບອະທິປະໄຕຢູ່ທະເລ, ໝູ່ເກາະ
ຈຸດວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ເຫດການໂຄສະນາເຜີຍແຜ່ວັດທະນະທຳສິລະປະມາເລເຊຍ ຈຸດວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ເຫດການໂຄສະນາເຜີຍແຜ່ວັດທະນະທຳສິລະປະມາເລເຊຍ

ຫວ່າງແລ້ວນີ້, ຢູ່ຕາແສງຈ່ຽງເຄືອງ, ເມືອງຊົງມ໋າ, ແຂວງເຊີນລາ (ຫວຽດນາມ) ແລະກຸ່ມບ້ານດ່ານ, ເມືອງແອດ, ແຂວງຫົວພັນ (ລາວ), ພະແນກຍຸຕິທຳແຂວງເຊີນລາ ໄດ້ເປັນປະທານ ແລະສົມທົບກັບກອງບັນຊາການທະຫານຊາຍແດນແຂວງ, ຕໍາຫຼວງແຂວງ, ພະແນກພົວພັນຕ່າງປະເທດແຂວງ, ເມືອງຊົງມ໋າ ແລະພະແນກຍຸຕິທຳ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກພົວພັນຕ່າງປະເທດແຂວງຫົວພັນ, ລາວ ດໍາເນີນການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນຢູ່ເຂດສອງຟາກຊາຍແດນ.

ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ

ບັນຍາກາດທີ່ກອງປະຊຸມໂຄສະນາເຜີຍແຜ່. ພາບ: ກວ່າງຮຸ່ງ

ທີ່ການໂຄສະນາ, ນັກບັນລະຍາຍຂອງບັນດາຂະແໜງການໄດ້ໂຄສະນາທັງ 2 ພາສາ ຫວຽດ ແລະລາວ. ບັນດາຫົວເລື່ອງສະເພາະທີ່ນັກບັນລະຍາຍຫວຽດນາມ ໂຄສະນາລວມມີ: ກົດໝາຍວ່າດ້ວຍຊາຍແດນຫວຽດນາມ, ຂໍ້ກຳນົດກ່ຽວກັບການເຂົ້າ-ອອກເມືອງ, ກົດໝາຍວ່າດ້ວຍການສະກັດກັ້ນ, ຕ້ານຢາເສບຕິດ, ຂໍ້ກຳນົດກ່ຽວກັບສຳມະໂນຄົວ, ສັນຊາດ, ການແຕ່ງງານ, ການເຄື່ອນຍ້າຍຖິ່ນຖານແບບເສລີທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນ, ຂໍ້ກຳນົດກ່ຽວກັບການດຳເນີນຄະດີທາງແພ່ງຂອງຫວຽດນາມ.

ສ່ວນນັກບັນລະຍາຍຂອງລາວ ແມ່ນໂຄສະນາບັນດາຫົວເລື່ອງສະເພາະກ່ຽວກັບກົດໝາຍຂອງລາວ ລວມມີ: ກົດໝາຍວ່າດ້ວຍສັນຊາດ, ເອກະສານແນະນຳກ່ຽວກັບການອະນຸຍາດໃຫ້ແຕ່ງງານລະຫວ່າງຄົນລາວ ກັບຄົນຕ່າງປະເທດ, ກົດລະບຽບຊາຍແດນ, ການເຄື່ອນຍ້າຍຖິ່ນຖານແບບເສລີ ແລະການແຕ່ງງານແບບບໍ່ໄດ້ຈົດທະບຽນຢູ່ເຂດຊາຍແດນ, ບາງມາດຕາກ່ຽວກັບນະໂຍບາຍພາສີ ແລະການກະທຳສໍ້ໂກງການຄ້າ, ການອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາປະເທດລາວ.

ຫຼັງຈາກການໂຄສະນາ, ເຜີຍແຜ່ເອກະສານຕ່າງໆແລ້ວ, ນັກບັນລະຍາຍທັງຫວຽດນາມ ແລະລາວ ກໍ່ໄດ້ຕອບຄຳຖາມຂອງປະຊາຊົນຈຳນວນໜຶ່ງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.