ຫວຽດນາມ-ລາວ ຍົກສູງປະສິດທິຜົນການຮ່ວມມືໃນການປົກປັກຮັກສາຊາຍແດນ

06:46 | 26/12/2023

ຫວຽດນາມ-ລາວ ຍົກສູງປະສິດທິຜົນການຮ່ວມມືໃນການປົກປັກຮັກສາຊາຍແດນ

ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່
ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ

ຫວ່າງແລ້ວນີ້, ຢູ່ປ້ອມທະຫານຊາຍແດນ ດ່ານສາກົນໄຕຈາງ, ທະຫານປ້ອງກັນຊາຍແດນແຂວງດ້ຽນບຽນ (ຫວຽດນາມ), ຄ້າຍທະຫານຊາຍແດນ ອາປາຈ໋າຍ, ຄ້າຍທະຫານຊາຍແດນ ແລງສູສີ່ນ (ທະຫານປ້ອງກັນຊາຍແດນແຂວງດ້ຽນບຽນ, ຫວຽດນາມ) ໄດ້ຈັດຕັ້ງພິທີລົງນາມແຮກສ່ຽວກັບກອງຮ້ອຍ 118 (ກອງບັນຊາການທະຫານແຂວງຜົ້ງສາລີ, ລາວ).

ຫວຽດນາມ-ລາວ ຍົກສູງປະສິດທິຜົນການຮ່ວມມືໃນການປົກປັກຮັກສາຊາຍແດນ

ຄ້າຍທະຫານຊາຍແດນ ອາປາຈ໋າຍ, ຄ້າຍທະຫານຊາຍແດນ ແລງສູສີ່ນ (ທະຫານປ້ອງກັນຊາຍແດນແຂວງດ້ຽນບຽນ, ຫວຽດນາມ) ລົງນາມແຮກສ່ຽວກັບກອງຮ້ອຍ 118 (ກອງບັນຊາການທະຫານແຂວງຜົ້ງສາລີ, ລາວ). ພາບ: bienphong.com.vn

ທີ່ພິທີແຮກສ່ຽວ, ສອງຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດສັນຍາວ່າດ້ວຍຂໍ້ກຳນົດກົດລະບຽບຄຸ້ມຄອງຊາຍແດນສອງປະເທດບົນພື້ນຖານເຄົາລົບ ແລະປະຕິບັດກົດໝາຍຂອງແຕ່ລະປະເທດ ແລະປະຕິບັດເນື້ອໃນບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມລະຫວ່າງກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ, ທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ກັບກອງບັນຊາການທະຫານແຂວງຜົ້ງສາລີ, ຫຼວງພະບາງ (ລາວ).

ສອງຝ່າຍແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ສະພາບປະຊາຊົນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງເປົ້າໝາຍຂ້າມຊາຍແດນ, ເຂົ້າ-ອອກເມືອງຜິດກົດໝາຍ ແລະການເຄື່ອນໄຫວຕ້ອງໂທດຂ້າມຊາຍແດນເປັນປະຈໍາ.

ສອງຝ່າຍພົບປະ, ແລກປ່ຽນວິຊາການກ່ຽວກັບວຽກງານຊາຍແດນ, ວຽກງານຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ; ເພີ່ມທະວີການຮ່ວມມືຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຕາມຂໍ້ກຳນົດຂອງກົດໝາຍສອງປະເທດ ແລະສົນທິສັນຍາສາກົນທີ່ສອງປະເທດພວມເຂົ້າຮ່ວມ.

ທີ່ພິທີແຮກສ່ຽວ, ຄ້າຍທະຫານຊາຍແດນ ອາປາຈ໋າຍ, ຄ້າຍທະຫານຊາຍແດນ ແລງສູສີ່ນ (ທະຫານປ້ອງກັນຊາຍແດນແຂວງດ້ຽນບຽນ, ຫວຽດນາມ) ໄດ້ມອບຂອງຂວັນທີ່ລະນຶກໃຫ້ກອງຮ້ອຍ 118 (ກອງບັນຊາການທະຫານແຂວງຜົ້ງສາລີ, ລາວ).

ບູນມີ

ເຫດການ