ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

15:08 | 14/12/2023

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ຕອນບ່າຍວັນທີ 11 ທັນວາ, ຢູ່ແຂວງ ກອນຕູມ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນໂທ ຮ່ວາງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທຳອິດ.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ທ່ານພົນໂທ ຮ່ວາງຊວນຈ໊ຽນ ພ້ອມດ້ວຍຄະນະປະຕິບັດງານລົງກວດກາ ຢູ່ເຂດຫຼັກໝາຍສາມແຍກຊາຍແດນ. ພາບ: qdnd.vn

ພາຍຫຼັງລົງກວດກາວຽກງານກະກຽມຢູ່ສະຖານທີ່ຕ່າງໆຄື: ຫຼັກໝາຍຢູ່ເຂດສາມແຍກຊາຍແດນ; ການຊ້ອມຮົບຮ່ວມເສນາຮັກ ຢູ່ເຂດສາມແຍກປ້ອມເກັບຄ່າທຳນຽມດ່ານສາກົນ ເບີ່ອີ; ພິທີເປີດສະຫຼອງນໍາໃຊ້ຫໍວັດທະນະທຳບ້ານ ຕາກາ (ໂຄງການມິດຕະພາບ ຢູ່ຫວຽດນາມ); ສໍານັກງານກອງບັນຊາແນວໜ້າ ຂອງທະຫານເຂດ 5, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ວຽກງານກະກຽມຂອງກໍາລັງຕ່າງໆ; ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຖອດຖອນບົດຮຽນຢູ່ກັບທີ່; ສືບຕໍ່ເພີ່ມເຕີມບາງແຜນການ ແລະວິທີການຈັດຕັ້ງທີ່ເໝາະສົມ; ກວດກາຄືນກ່ຽວກັບວຽກງານຈັດຕັ້ງການພົບປະແລກປ່ຽນທຸກດ້ານ ເພື່ອປັບປຸງເນື້ອໃນທີ່ໄດ້ກະກຽມໃຫ້ສົມບູນແບບ ເພື່ອເຮັດໃຫ້ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ ປະສົບຜົນສໍາເລັດຢ່າງຈົບງາມ.

ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ແມ່ນເຫດການສຳຄັນ, ມີຄວາມໝາຍເລິກເຊິ່ງໃນການຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງ.

ບູນມີ

ເຫດການ
302 Found

Found

The document has moved here.