ຂີດໝາຍນໍ້າໃຈມິດຕະພາບພິເສດຫວຽດນາມ-ລາວ

00:00 | 05/12/2023

ຂີດໝາຍນໍ້າໃຈມິດຕະພາບພິເສດຫວຽດນາມ-ລາວ

ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່ ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ

ລາຍການ "ວັນບຸນນໍ້າໃຈໄມຕີຈິດມິດຕະພາບແບບພິເສດຫວຽດນາມ-ລາວ ປີ 2023" ບໍ່ພຽງແຕ່ເພື່ອຈຸດປະສົງພົບປະແລກປ່ຽນວັດທະນະທຳເທົ່ານັ້ນ ຫາກຍັງແມ່ນກາລະໂອກາດ ເພື່ອແລກປ່ຽນໂຄງການຮ່ວມມືສອງຝ່າຍກ່ຽວກັບການພັດທະນາອຸດສາຫະກຳເຕັກໂນໂລຢີ, ພື້ນຖານໂຄງລ່າງ, ການຄ້າ, ການຫັນເປັນດີຈີຕອນ, ເພື່ອແນໃສ່ຊຸກຍູ້ການພັດທະນາການພົວພັນແລກປ່ຽນການຄ້າ, ສົ່ງເສີມການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະລາວ; ໃນນັ້ນ ມີເທື່ອທຽນເຫວ້.

ລາຍການ "ວັນບຸນນ້ຳໃຈໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023" (ວັນບຸນ) ໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ຈັດຕັ້ງດ້ວຍເປົ້າໝາຍຍູ້ແຮງການເຄື່ອນໄຫວການສື່ສານການຕ່າງປະເທດ.

ຂີດໝາຍນໍ້າໃຈມິດຕະພາບພິເສດຫວຽດນາມ-ລາວ

ທ່ານ ຫງວຽນຈ້ອງເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບການນຳແຂວງ, ກະຊວງຖະແຫຼງຂ່າວ ແລະສື່ສານ ຫວຽດນາມ ຢ້ຽມຊົມຮ້ານວາງສະແດງສື່ສິ່ງພິມສື່ມວນຊົນ. ພາບ: ທ໊າຍບິ່ງ

ໃນນັ້ນ, ສຸມໃສ່ "3 ເສົາຄ້ຳ": ເພີ່ມທະວີການຮ່ວມມືຫວຽດນາມ-ລາວ ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ; ເພີ່ມທະວີການເຄື່ອນໄຫວລົງທຶນ, ສົ່ງເສີມການຄ້າ, ການທ່ອງທ່ຽວລະຫວ່າງສອງປະເທດຫວຽດນາມ ແລະລາວ ເວົ້າລວມ ແລະລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມ ເວົ້າສະເພາະ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນສອງປະເທດ, ໂດຍສະເພາະແມ່ນປະຊາຊົນຢູ່ແຂວງທີ່ຕິດກັບຊາຍແດນຫວຽດນາມ-ລາວ.

ເນື້ອໃນເຫຼົ່ານີ້ໄດ້ "ຫັນເປັນລະອຽດ" ດ້ວຍບັນດາເຫດການທີ່ໄດ້ດຳເນີນຢູ່ແຂວງເທື່ອທຽນເຫວ້ ໃນເວລາເກືອບອາທິດໜຶ່ງ. ຄຽງຂ້າງເຫດການທີ່ມີລັກສະນະລົງເລິກຂະແໜງການແມ່ນກິດຈະກຳພົບປະແລກປ່ຽນ, ດຶງດູດປະຊາຊົນສອງປະເທດຫວຽດນາມ ແລະລາວ ມາເຂົ້າຮ່ວມ, ຄື: ງານວາງສະແດງຮູບພາບທີ່ວາດພາບກ່ຽວກັບປະຫວັດສາດ 61 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ລາວ ແລະຫວຽດນາມ ໃນເສັ້ນທາງແຫ່ງການພັດທະນາ; ຜົນງານພົ້ນເດັ່ນກ່ຽວກັບການຮ່ວມມືຫວຽດນາມ-ລາວ ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ; ເທື່ອທຽນເຫວ້ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດ.

ຂີດໝາຍນໍ້າໃຈມິດຕະພາບພິເສດຫວຽດນາມ-ລາວ

ການພົວພັນຮ່ວມມືຫວຽດນາມ-ລາວ ໃນຂົງເຂດຂໍ້ມູນຂ່າວສານ ແລະສື່ສານ, ໂດຍສະເພາະແມ່ນໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ສານ ບັນລຸໄດ້ຫຼາຍໝາກຜົນເປັນໜ້າເອກອ້າງທະນົງໃຈທີ່ສຸດ. ພາບ: ທ໊າຍບິ່ງ

ມີຮ້ານວາງສະແດງກວ່າ 50 ຮ້ານຂອງບັນດາອົງການສື່ມວນຊົນດ້ວຍສື່ສິ່ງພິມກ່ຽວກັບຂໍ້ມູນຂ່າວສານ, ລາຍການສື່ສານດ້ວຍພາສາລາວ ໄດ້ປະກອບສ່ວນເພີ່ມທະວີວຽກງານສື່ສານການຕ່າງປະເທດ ແລະເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.

ຄຽງຂ້າງກັນນັ້ນ, ຍັງມີການຮ່ວມເດີນທາງຂອງບັນດາວິສາຫະກິດ, ຄື: Viettel, VNPT, VTC ກໍ່ໄດ້ເຂົ້າຮ່ວມວາງສະແດງ, ແນະນຳບັນດາເຕັກໂນໂລຢີໃໝ່ໃນຂົງເຂດສື່ສານ, ສື່ມວນຊົນ; ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດທ່ອງທ່ຽວ, ການຄ້າ... ບັນດາຜະລິດຕະພັນ OCOP ທີ່ເປັນເອກະລັກ.

ທ່ານ ຫງວຽນແທັງເລິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແບ່ງປັນວ່າ ການພົວພັນຫວຽດນາມ ແລະລາວ ແມ່ນການພົວພັນທີ່ເປັນມູນເຊື້ອພິເສດ, ຍິ່ງໃຫຍ່ ແລະຫາຍາກໃນໂລກ, ທັງໃນໄລຍະປະຫວັດສາດຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້ ກໍ່ຄືໃນວິວັດທະນາການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ.

ພາຍຫຼັງເວລາກວ່າ 6 ທົດສະວັດ ນັບແຕ່ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ຫວຽດນາມ ແລະລາວ ບັນລຸໄດ້ຫຼາຍຜົນງານສຳຄັນໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືໃນຂົງເຂດສື່ມວນຊົນ ແລະສື່ສານ, ໂດຍສະເພາະແມ່ນໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ມວນຊົນ-ສື່ສານບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າເອກອ້າງທະນົງໃຈ.

ບັນດາກຸ່ມບໍລິສັດໃຫຍ່ຂອງຫວຽດນາມ, ຄື: Vietel, VNPT, FPT... ໄດ້ລົງທຶນຢູ່ປະເທດລາວ ຫຼາຍສິບລ້ານໂດລາສະຫະລັດ, ໄດ້ປະກອບສ່ວນນຳລາວ ກາຍເປັນໜຶ່ງໃນບັນດາປະເທດທີ່ມີສັນຍານ 4G ປົກຄຸມດີທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ສຳລັບຂົງເຂດສື່ມວນຊົນ-ສື່ສານ, ສອງຝ່າຍກໍ່ມີການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ. ນອກຈາກການໜູນຊ່ວຍພື້ນຖານດ້ານວັດຖຸ, ເຕັກນິກ, ການບຳລຸງສ້າງ, ຝຶກອົບຮົມດ້ານວິຊາການແລ້ວ, ຫວຽດນາມ ຍັງໜູນຊ່ວຍຝ່າຍເພື່ອນຜະລິດບັນດາຜະລິດຕະພັນສື່ມວນຊົນໂຄສະນາທີ່ມີຄຸນຄ່າ.

ທ່ານ ຫງວຽນແທັງເລິມ ຢັ້ງຢືນວ່າ "ໂຄງການວັນບຸນໄດ້ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ ແລະສື່ສານໃນຂອບເຂດສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືດີຈີຕອນ, ສື່ມວນຊົນຫັນເປັນດີຈີຕອນ, ແກ້ໄຂຂ່າວປອມ, ຂໍ້ມູນຂ່າວສານທີ່ບໍ່ດີ, ຍົກສູງທັກສະດ້ານດີຈີຕອນໃຫ້ປະຊາຊົນ, ມຸ່ງໄປເຖິງສະພາບແວດລ້ອມດີຈີຕອນທີ່ປອດໄພ, ປອດໃສ, ຫັນປ່ຽນຈາກຂໍ້ມູນຂ່າວສານໄປເຖິງພູມປັນຍາ... ນີ້ແມ່ນບັນດາເນື້ອໃນທີ່ໄດ້ເຫັນດີໃນກອງປະຊຸມລັດຖະມົນຕີຮັບຜິດຊອບຂໍ້ມູນຂ່າວສານບັນດາປະເທດອາຊຽນ ຄັ້ງທີ 16 ທີ່ຈັດຂຶ້ນຢູ່ດ່ານັ້ງ ໃນເດືອນກັນຍາ 2023 ຜ່ານມາ".

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ, ວັດທະນະທຳ ແລະທ່ອງທ່ຽວລາວ ຢັ້ງຢືນວ່າ ວັນບຸນທີ່ຈັດຕັ້ງຢູ່ແຂວງເທື່ອທຽນເຫວ້ ມີຄວາມໝາຍຢ່າງໃຫຍ່ຫຼວງ. ນີ້ແມ່ນບ່ອນທີ່ມີທີ່ຕັ້ງພູມສາດສຳຄັນ, ຕັ້ງຢູ່ແລວທາງຕາເວັນຕົກ-ຕາເວັນອອກ ເຊື່ອມຕໍ່ໃສ່ ໄທ-ລາວ-ຫວຽດນາມ ຕາມເສັ້ນທາງເລກ 9. ແຂວງເທື່ອທຽນເຫວ້ ຕິດຈອດກັບ 2 ແຂວງເຊກອງ ແລະສາລາວັນ. ສາມາດຖືວ່າ ບ່ອນນີ້ເປັນບ່ອນສ້າງເງື່ອນໄຂສະດວກໃຫ່ແກ່ການພັດທະນາການພົວພັນລະຫວ່າງສອງປະເທດລາວ ແລະຫວຽດນາມ ໃນຕະຫຼອດໄລຍະທາງຂອງປະຫວັດສາດ ກໍ່ຄືໃນປະຈຸບັນ. ສອງປະເທດຫວຽດນາມ-ລາວ ໄດ້ເສີມຂະຫຍາຍການພົວພັນທຸກຂັ້ນ ຈາກຂັ້ນສູນກາງຕະຫຼອດຮອດທ້ອງຖິ່ນ. ບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມລະຫວ່າງສອງປະເທດຍາມໃດກໍ່ມີການພົວພັນຮ່ວມມືນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ເວົ້າສະເພາະ ແລະສອງປະເທດ ເວົ້າລວມ.

ຂີດໝາຍນໍ້າໃຈມິດຕະພາບພິເສດຫວຽດນາມ-ລາວ

ວັນບຸນຍັງແມ່ນໂອກາດເພື່ອແລກປ່ຽນລາຍການຮ່ວມມືສອງຝ່າຍແນໃສ່ຊຸກຍູ້ການພັດທະນາການພົວພັນແລກປ່ຽນການຄ້າ, ສົ່ງເສີມການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະລາວ. ພາບ: ທ໊າຍບິ່ງ

ຕາມທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ແລ້ວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງແຂວງເທື່ອທຽນເຫວ້ ກັບບັນດາທ້ອງຖິ່ນຂອງລາວ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາອັນດີງາມ, ນັບມື້ນັບສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະແທດຈິງ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະຮັກສາ, ປະກອບສ່ວນສຳຄັນເຂົ້າໃນການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຮອບດ້ານ.

ການຮ່ວມມືໃນຂົງເຂດການສຶກສາ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ສາທາລະນະສຸກ ກໍ່ມີຄວາມກ້າວໜ້າຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນຢູ່ທ້ອງຖິ່ນ... ທ່ານ ຫງວຽນຈ້ອງເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຢັ້ງຢືນເມື່ອໄປຢ້ຽມຊົມງານວາງສະແດງທີ່ວັນບຸນ: "ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງການນຳ ພັກ, ລັດ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງເພື່ອຖ່າຍທອດໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດ. ສະນັ້ນ ຄົນຮຸ່ນໜຸ່ມຂອງສອງປະເທດຄວນສືບຕໍ່ມານະພະຍາຍາມ, ຮັກສາ ແລະເສີມຂະຫຍາຍຢ່າງສຸດຂີດ ເພື່ອເຮັດໃຫ້ການພົວພັນສອງປະເທດຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ຍືນຍົງຂະໜົງແກ່ນໄປຊົ່ວກາລະນານ".

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.