ຫວຽດນາມ-ລາວ ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ

01:05 | 11/12/2023

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຜ່ານການບໍລຸງສ້າງຊັບພະຍາກອນມະນຸດ

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ
ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື

ການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງແຂວງແທັງຮວາ ກັບບັນດາແຂວງຂອງປະເທດລາວ ໃນຂົງເຂດການສຶກສາ ແລະບໍາລຸງສ້າງ ໄດ້ປະກອບສ່ວນບໍາລຸງສ້າງ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ, ພ້ອມທັງເພີ່ມພູນຄູນສ້າງສາຍພົວພັນແບບພິເສດ, ມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ.

ປະຈຸບັນ, ຢູ່ແຂວງແທັງຮວາ ມີນັກສຶກສາລາວ ກວ່າ 500 ຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນແຫ່ງຕ່າງໆ ຄື: ມະຫາວິທະຍາໄລຮົ່ງດຶກ; ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ວິທະຍາໄລການແພດ; ວິທະຍາໄລອຸດສາຫະກໍາແທັງຮວາ. ໃນນັ້ນມີນັກສຶກສາເກືອບ 200 ຄົນ ໄດ້ຮັບທຶນສຶກສາຂອງແຂວງ, ສ່ວນຍັງເຫຼືອແມ່ນນັກສຶກສາດ້ວຍທຶນຕົນເອງ.

ຫວຽດນາມ-ລາວ  ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຜ່ານການບໍລຸງສ້າງຊັບພະຍາກອນມະນຸດ

ໂຮງຮຽນວິທະຍາໄລການແພດແທັງຮວາ ຈັດງານບຸນປີໃໝ່ໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ. ພາບ: baothanhhoa.vn

ປະຈຸບັນ, ຢູ່ໂຮງຮຽນວິທະຍາໄລການແພດແທັງຮວາ ມີນັກສຶກສາລາວເກືອບ 200 ຄົນພວມຮຽນ 7/8 ຂະແໜງ, ລະດັບວິທະຍາໄລ ແລະ 2/4 ຂະແໜງ ລະດັບຊັ້ນກາງ. ສໍາລັບມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວແທັງຮວາ, ນັບແຕ່ປີ 2014 ມາຮອດປະຈຸບັນໄດ້ບໍາລຸງກໍ່ສ້າງນັກສຶກສາລາວ ຢູ່ຂະແໜງຕ່າງໆກວ່າ 300 ຄົນ. ໂດຍໄດ້ຮູ້ວ່າ ຍາມໃດໂຮງຮຽນກໍ່ປະຕິບັດວຽກງານຕ້ອນຮັບ, ຄຸ້ມຄອງນັກສຶກສາລາວ ຢ່າງເຂັ້ມງວດຕາມໜັງສືທາງການສະບັບເລກທີ 30/2018/TT-BGDĐT ລົງວັນທີ 24 ທັນວາ 2018 ຂອງກະຊວງສຶກສາ ແລະກໍ່ສ້າງ ວ່າດ້ວຍການປະກາດໃຊ້ລະບຽບການຄຸ້ມຄອງຄົນຕ່າງປະເທດທີ່ຮໍ່າຮຽນຢູ່ຫວຽດນາມ. ໃນວິວັດການບໍາລຸງສ້າງ, ໂຮງຮຽນແຫ່ງຕ່າງໆໄດ້ສະຫງວນທຶນສົ່ງເສີມນັກສຶກສາທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ; ໜູນຊ່ວຍພວກນ້ອງນັກຮຽນກ່ຽວກັບບ່ອນກິນ, ບ່ອນຢູ່ ແລະສ້າງເງື່ອນໄຂສະດວກໃນການຮໍ່າຮຽນ.

ນັກສຶກສາ ສອນໄຊ (ໂຮງຮຽນວິທະຍາໄລການແພດແທັງຮວາ) ໃຫ້ຮູ້ວ່າ ຄວາມຫຍຸ້ງຍາກໃຫຍ່ທີ່ສຸດຂອງນ້ອງໃນການຮໍ່າຮຽນ ແມ່ນຮຽນພາສາຫວຽດ. ໂດຍໄດ້ຮັບການຊ່ວຍເຫຼືອຈາກຄູອາຈານ ແລະພວກເພື່ອນໃນສະໂມສອນພາສາຫວຽດ, ການຮຽນຂອງນ້ອງກໍ່ນັບມື້ນັບດີຂຶ້ນ. ພິເສດແມ່ນ, ໃນວັນບຸນ, ປີໃໝ່, ເຖິງວ່າຈະຢູ່ໄກຈາກຄອບຄົວກໍ່ຕາມແຕ່ທາງໂຮງຮຽນກໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ, ອັນໄດ້ສ້າງບັນຍາກາດອັນອົບອຸ່ນໃຫ້ແກ່ນັກສຶກສາລາວ.

ພ້ອມກັບໂຮງຮຽນມະຫາວິທະຍາໄລ, ວິທະຍາໄລຢູ່ບໍລິເວນ, ໃນຊຸມປີຜ່ານມາ ໂຮງຮຽນມະຫາວິທະຍາໄລຮົ່ງດຶກ ໄດ້ບຳລຸງສ້າງນັກຮຽນລາວກວ່າ 1.000 ຄົນ, ເຊິ່ງແມ່ນພະນັກງານ, ພາລະກອນ, ນັກຮຽນຂອງແຂວງຫົວພັນ ແລະບາງແຂວງຂອງລາວ. ໃນວຽກງານສຶກສາ, ໂຮງຮຽນຍາມໃດກໍ່ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງແທັງຮວາ ກັບບັນດາແຂວງຫົວພັນ, ຫຼວງນໍ້າທາ, ບໍ່ແກ້ວ, ຊຽງຂວາງ, ບໍລິຄໍາໄຊ, ຫຼວງພະບາງ ໃຫ້ເປັນຢ່າງດີ.

ໂດຍຮັບຮູ້ໄດ້ວ່າ ວຽກງານບໍາລຸງສ້າງໃຫ້ນັກສຶກສາຕ່າງປະເທດບໍ່ພຽງແຕ່ສອນພາສາຫວຽດ, ສອນຄວາມຮູ້ໃຫ້ພວກນ້ອງເທົ່ານັ້ນ, ຫາກຕ້ອງມີຄວາມເອົາໃຈໃສ່, ໃກ້ຊິດຕິດແທດ, ແບ່ງປັນກັບພວກນ້ອງນັກສຶກສາຄືດັ່ງກັບຍາດຕິພິ່ນ້ອງຂອງຕົນ,... ເພື່ອເຮັດໃຫ້ນັກສຶກສາມີແບບແຜນການດຳລົງຊີວິດທີ່ປອດໃສ, ໂຮງຮຽນໄດ້ມານະພະຍາຍາມຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ-ກິລາ... ບັນດາສະໂມສອນພາສາຫວຽດ-ລາວ, ນັກອາສາສະໝັກສາກົນຫວຽດ-ລາວ ຂອງໂຮງຮຽນກໍ່ມີບົດບາດສໍາຄັນໃນການຊ່ວຍພວກນ້ອງນັກສຶກສາຕ່າງປະເທດເຂົ້າເຖິງວັດທະນະທໍາ, ພາສາຫວຽດ ໂດຍໄວ. ຄຽງຂ້າງນັ້ນ, ບັນດານັກສຶກສາລາວ ກໍ່ໄດ້ຮັບການຈັດສັນບ່ອນຢູ່ໃນຫໍພັກດີທີ່ສຸດທີ່ສະຫງວນໃຫ້ນັກສຶກສາລາວ ໂດຍບໍ່ເສຍຄ່າ, ໄດ້ໄປກວດສຸຂະພາບຢ່າງເປັນປະຈໍາ ແລະໄດ້ຮັບບັດປະກັນສຸຂະພາບຢ່າງທັນການ.

ທ່ານ ຮສ.ປອ ນາງ ຮວ່າງທິມາຍ, ຮອງຜູ້ອຳນວຍການມະຫາວິທະຍາໄລຮົ່ງດຶກ ໃຫ້ຮູ້ວ່າ: “ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງການນໍາບັນດາແຂວງ ແລະຄູອາຈານ, ບັນດານັກສຶກສາລາວ ທີ່ຮໍ່າຮຽນຢູ່ໂຮງຮຽນລ້ວນແຕ່ປະຕິບັດສຳເລັດຫຼັກສູດການຮຽນຖືກຕາມຄວາມຄືບໜ້າ, ມີນັກສຶກສາບາງຄົນໄດ້ຮັບໃບຍ້ອງຍໍໃນການຮຽນ, ການຄົ້ນຄວ້າວິທະຍາສາດ ແລະໃນການເຄື່ອນໄຫວວັດທະນະທໍາ-ກິລາ...”.

ດ້ວຍຄວາມມານະພະຍາຍາມຍົກສູງຄຸນນະພາບການບຳລຸງສ້າງຂອງໂຮງຮຽນ ໄດ້ຊ່ວຍໃຫ້ນັກສຶກສາລາວ ມີຄວາມອຸ່ນອ່ຽນໃຈຮໍ່າຮຽນ. ສິ່ງເປັນໜ້າເອກອ້າງທະນົງໃຈແມ່ນບັນດານ້ອງນັກສຶກສາລາວ ພາຍຫຼັງສຳເລັດການຮຽນຢູ່ແຂວງແທັງຮວາ ກັບເມືອບ້ານເກີດເມືອງນອນລ້ວນແຕ່ເສີມຂະຫຍາຍຄວາມສາມາດຂອງຕົນ ເຂົ້າໃນວຽກງານວິຊາການ, ກາຍເປັນບັນດາພະນັກງານຂອງຫຼາຍພະແນກ, ຄະນະ, ຂະແໜງການຢູ່ລາວ. ບັນດານັກສຶກສາລາວລຸ້ນຕ່າງໆໄດ້ກາຍເປັນຂົວເຊື່ອມຕໍ່ວັດທະນະທໍາ, ພາສາ, ຂົວເຊື່ອມຕໍ່ໄມຕີຈິດມິດຕະພາບເພື່ອໃຫ້ການພົວພັນຮ່ວມມືລະຫວ່າງແຂວງແທັງຮວາ ກັບບັນດາແຂວງຂອງປະເທດເພື່ອນລາວ ນັບມື້ນັບໝັ້ນແກ່ນ.

ບູນມີ

302 Found

Found

The document has moved here.