ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ສວມບົດບາດສຳຄັນໃນການພົວພັນສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ

00:00 | 14/12/2023

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ສວມບົດບາດສຳຄັນໃນການພົວພັນສາມປະເທດຫວຽດນາມ-ລາວ-ກໍາປູເຈຍ

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ທີ່ດຳເນີນ ເນື່ອງໃນໂອກາດນີ້ນັກຂ່າວ ໄດ້ມີການສໍາພາດສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່ຽວກັບການພົບປະ ກໍ່ຄືບັນດາການເຄື່ອນໄຫວດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ນັກຂ່າວ: ສາຍພົວພັນຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ສອງປະເທດໄດ້ຖືວ່າເປັນພິເສດ, ເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ. ຂໍຮຽນທ່ານເອກອັກຄະລັດຖະທູດໃຫ້ຄວາມກະຈ່າງແຈ້ງກ່ຽວກັບການຢັ້ງຢືນນີ້?

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ສວມບົດບາດສຳຄັນໃນການພົວພັນສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ
ສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ.

ສະຫາຍນາງ ຄຳເພົາ ເອີນທະວັນ: ຄືດັ່ງພວກເຮົາໄດ້ຮູ້ແລ້ວ, ຢູ່ໃນໂລກມີຫຼາຍປະເທດທີ່ມີສາຍພົວພັນອັນເປັນມູນເຊື້ອທີ່ອັນດີງາມແຕ່ບໍ່ມີສາຍພົວພັນໃດທີ່ຈະພິເສດຄືດັ່ງສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວຂອງພວກເຮົາ ຄືດັ່ງຄຳເວົ້າບາງຕອນຂອງປະທານ ສຸພານຸວົງ ທີ່ວ່າ: “ການພົວພັນມິດຕະພາບລະຫວ່າງປະຊາຊົນລາວ ແລະຫວຽດນາມ ມັນຕັ້ງຍິ່ງໃຫຍ່ແທ້, ບໍ່ມີບົດເພງໃດ, ບໍ່ມີບົດກະວີໃດທີ່ສາມາດສັນລະເສີນໃຫ້ໝົດໄດ້. ຄວາມສາມັກຄີລາວ-ຫວຽດນາມ ສູງກວ່າພູຜາ, ຍາວກວ່າແມ່ນໍ້າ, ງາມກວ່າເດືອນເພັງໃສແຈ້ງ, ຫອມກວ່າບໍ່ວ່າ ດອກໄມ້ໃດ ທີ່ຫອມທີ່ສຸດ”. ສາຍພົວພັນສອງຊາດລາວ-ຫວຽດນາມ ແມ່ນເກີດມາຈາກການເສຍສະຫຼະເລືອດເນື້ອ, ເຫື່ອແຮງຂອງນັກຮົບ, ນັກປະຕິວັດ ແລະປະຊາຊົນສອງປະເທດທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະໂດຍແມ່ນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ກໍ່ຕັ້ງ ແລະເພີ່ມພູນຄູນສ້າງຂຶ້ນ ແລະບັນດາການນຳ, ນັກປະຕິວັດຮຸ້ນຕ່າງໆ ພ້ອມກັບປະຊາຊົນສອງປະເທດພວກເຮົາໄດ້ຖະໜຸຖະໜອມສືບຕໍ່ເສີມຂະຫຍາຍມາຮອດປັດຈຸບັນ ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງສອງປະເທດ, ເປັນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດພວກເຮົາ, ປັດຈຸບັນບໍ່ພຽງແຕ່ບໍ່ຈືດຈາງໄປແຕ່ຫາກຍັງໄດ້ເພີ່ມທະວີທັງລວງກວ້າງ ແລະລວງເລິກໃນທຸກຂົງເຂດ ແລະເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລະສອງພັກ, ສອງລັດ ແລະສອງກອງທັບປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້.

ນັກຂ່າວ: ຕາມສະຫາຍແລ້ວ, ການຮ່ວມມືປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາໄດ້ປະກອບສ່ວນຄືແນວໃດຕໍ່ກັບສາຍພົວພັນຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ? ຮຽນສະຫາຍເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດດັ່ງກ່າວນີ້ລະຫວ່າງສອງປະເທດ?

ສະຫາຍນາງ ຄຳເພົາ ເອີນທະວັນ: ໃນຂະບວນວິວັດແຫ່ງປະຫວັດສາດ, ສາຍພົວພັນດັ່ງກ່າວນີ້ຍິ່ງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນີ້ມີການພົວພັນຮ່ວມມືປ້ອງກັນຊາດ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄ້ຳຫລັກທີ່ສຳຄັນ ບໍ່ວ່າແຕ່ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ. ການຮ່ວມມືປ້ອງກັນຊາດໃນໄລຍະຜ່ານມາ, ສອງຝ່າຍໄດ້ປະສານສົມທົບ ແລະຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ໄດ້ລະບຸໄວ້ຕາມອະນຸສັນຍາ ແລະແຜນການຮ່ວມມືປະຈຳປີ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ - ຫວຽດນາມ, ສອງຝ່າຍຍາດໄດ້ຜົນສຳເລັດຫລາຍດ້ານ ແລະມີປະສິດຜົນຢ່າງແທ້ຈິງ, ພົ້ນເດັ່ນແມ່ນໃນຂົງເຂດວຽກງານພັກ-ວຽກງານການເມືອງ, ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ກໍ່ສ້າງ-ຝຶກອົບຮົມ, ວຽກງານຊ່ຽວຊານ, ວຽກງານຄຸ້ມຄອງ-ປົກປັກຮັກສາຊາຍແດນ, ວຽກງານທ້ອນໂຮມອັດຖິ, ກວດ ແລະປິ່ນປົວສຸຂະພາບ, ພັດທະນາກຸ່ມບ້ານ...ພ້ອມກັນນັ້ນ, ກະຊວງປ້ອງກັນປະເທດສອງປະເທດຍັງໄດ້ຊີ້ນຳ ແລະມອບໝາຍໜ້າທີ່ໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຈັດຕັ້ງການພົບປະແຮກສ່ຽວ.

ໃນຊຸມປີມໍ່ໆມານີ້, ເຖິງແມ່ນວ່າສະພາບໂຄວິດ-19 ໄດ້ສົ່ງຜົນກະທົບໃຫ້ແກ່ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນການຮ່ວມມື, ແຕ່ສອງຝ່າຍໄດ້ເປັນເຈົ້າການ ແລະຕັ້ງໜ້າປະຕິບັດ, ເປັນຕົ້ນຝ່າຍ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃຫ້ການຊ່ວຍເຫລືອຝ່າຍລາວໃນວຽກງານປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ສະເພາະປີ 2021 ສອງຝ່າຍໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ລາວ - ຫວຽດນາມ ຄັ້ງທຳອິດຢູ່ແຂວງສະຫວັນນະເຂດ ແລະແຂວງກ່ວາງຈິ ດ້ວຍຜົນສຳເລັດຢ່າງຈົບງາມ, ເຮັດໃຫ້ການພົວພັນປ້ອງກັນຊາດກາຍເປັນເສົາຄ້ຳ ແລະຈຸດເດັ່ນແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ - ຫວຽດນາມ.

ນັກຂ່າວ: ສະຫາຍເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີລະຫວ່າງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ?

ສະຫາຍນາງ ຄຳເພົາ ເອີນທະວັນ: ຄືດັ່ງພວກເຮົາຮູ້ແລ້ວວ່າ ລາວ - ຫວຽດນາມ - ກຳປູເຈຍ ເປັນສາມປະເທດບ້ານໃກ້ເຮືອນຄຽງ, ຢູ່ຮ່ວມກັນໃນແຫລມອິນດູຈີນ, ພູຕໍ່ພູ, ແມ່ນ້ຳຕໍ່ແມ່ນ້ຳ, ດື່ມນ້ຳຂອງຮ່ວມກັນ, ພ້ອມກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ ແລະມີສາຍພົວພັນທີ່ສະໜິດແໜ້ນນຳກັນມາແຕ່ດົນນານ, ບັນດາຈຸດພິເສດ, ສະພາບດັ່ງກ່າວນັ້ນໄດ້ຮັດແໜ້ນສາມປະເທດພວກເຮົາເຂົ້າຫາກັນ, ຄຽງບ່າຄຽງໄຫຼ່, ຮ່ວມທຸກ, ຮ່ວມສຸກນຳກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງຕົນໃນປະຈຸບັນ, ໃຫ້ການຮ່ວມມື ແລະສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະກັນຕະຫລອດມາ.

ເລີ່ມຈາກສາຍພົວພັນມິດຕະພາບທີ່ເປັນມູນເຊື້ອດັ່ງກ່າວ, ໃນໄລຍະຜ່ານມາການພົບປະສາມລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກາຍເປັນກົນໄກໜຶ່ງທີ່ສາມຝ່າຍຈະໄດ້ຈັດຂື້ນເປັນປະຈຳ, ຊຶ່ງໄດ້ພັດປ່ຽນກັນເປັນເຈົ້າພາບ, ກໍ່ຄືພົບປະກັນໃນໂອກາດເຂົ້າຮ່ວມບັນດາກອງປະຊຸມຕ່າງໆຢູ່ເວທີສາກົນ ແລະພາກພື້ນ. ນອກຈາກນັ້ນ ສາມກອງທັບກໍ່ໄດ້ພ້ອມກັນຈັດຕັ້ງການຝຶກຊ້ອມການກູ້ຊ່ວຍໄພພິບັດສາມກອງທັບຢູ່ ສປປ ລາວ ໃນປີ 2022 ດ້ວຍຜົນສຳເລັດອັນຈົບງາມ, ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນໃນການຮ່ວມມືປ້ອງກັນຊາດສາມກອງທັບ, ກະຊວງປ້ອງກັນປະເທດຫວຽດນາມ ຈຶ່ງມີແນວຄວາມຄິດລິເລີ່ມ ແລະເປັນເຈົ້າການໃນການປະສານສົມທົບກັບກະຊວງປ້ອງກັນປະເທດລາວ ແລະກຳປູເຈຍ ເພື່ອພ້ອມກັນກະກຽມຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ລາວ - ຫວຽດນາມ - ກຳປູເຈຍ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທຳອິດໃນເດືອນ ທັນວາ 2023 ນີ້.

ນັກຂ່າວ: ລາວ - ຫວຽດນາມ - ກໍາປູເຈຍ ສູ້ຊົນກະກຽມຈັດຕັ້ງການພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດຢູ່ບໍລິເວນຊາຍແດນຄັ້ງທຳອິດ, ສະຫາຍເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບເຫດການໃນຄັ້ງນີ້?

ສະຫາຍນາງ ຄຳເພົາ ເອີນທະວັນ: ການພົບປະແລກປ່ຽນມິດຕະພາບໃນຄັ້ງນີ້ເປັນຄັ້ງທຳອິດທີ່ສຳຄັນ ໂດຍຈັດຂື້ນຢູ່ບໍລິເວນຊາຍແດນ 3 ປະເທດ, ເຊິ່ງໄດ້ຮັບການກຳນົດວ່າແມ່ນໜຶ່ງໃນການເຄື່ອນໄຫວການຕ່າງປະເທດປ້ອງກັນຊາດທີ່ສຳຄັນແຖວໜ້າຂອງ 3 ປະເທດໃນປີ 2023. ສະນັ້ນ, ການກະກຽມດ້ານຕ່າງໆລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່, ຊີ້ນໍາຂອງການນໍາທຸກຂັ້ນ, ໂດຍກົງ ແລະເປັນປະຈໍາຈາກການນໍາກະຊວງປ້ອງກັນປະເທດສາມປະເທດ. ພິເສດລາຍການໄດ້ຮັບເອົາໃຈໃສ່ ແລະເຂົ້າຮ່ວມຈາກກຳລັງປະກອບອາວຸດ, ປະຊາຊົນທຸກຊັ້ນວັນນະ, ຊຶ່ງເປັນການສະແດງໃຫ້ເຫັນເຖິງການອູ້ມຊູຊ່ວຍເຫລືອ ແລະຮັກແພງ ລະຫວ່າງທະຫານ ແລະປະຊາຊົນ ແລະກໍ່ເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນຂອງສາມຊາດ, ຊຶ່ງຈະເປັນການສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນຢູ່ບໍລິເວນຊາຍແດນແບບໝັ້ນຄົງ ແລະຍືນຍົງ. ທັງເປັນກາລະໂອກາດໃນການໂຄສະນາ ແລະເຜີຍແຜ່ໃຫ້ທັງພາຍໃນ ແລະຕ່າງປະເທດຮັບຮູ້ໄດ້ເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສາມຊາດ, ສາມກອງທັບ ລາວ - ຫວຽດນາມ - ກຳປູເຈຍ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມມື ແລະຊ່ວຍເຫລືອກັນຕະຫລອດມາ, ທັງເປັນການສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍທຳລາຍມ້າງເພຂອງກຸ່ມຄົນບໍ່ດີຕໍ່ສາຍພົວພັນສາມຊາດ ລາວ - ຫວຽດນາມ - ກຳປູ ເຈຍ.

ຂໍຂອບໃຈ!

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.