ຫວຽດນາມ-ລາວ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືວັດທະນະທໍາ, ທ່ອງທ່ຽວ

00:00 | 14/12/2023

ຫວຽດນາມ-ລາວ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືວັດທະນະທໍາ, ທ່ອງທ່ຽວ

ສັບປະດາວັດທະນະທຳ - ທ່ອງທ່ຽວ: ຮູບແບບຂອງການແລກປ່ຽນ ແລະ ຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ສັບປະດາວັດທະນະທຳ - ທ່ອງທ່ຽວ: ຮູບແບບຂອງການແລກປ່ຽນ ແລະ ຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ
ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ

ຕອນບ່າຍວັນທີ 14 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ເຈີ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ທີ່ພວມຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດສັບປະດາວັດທະນະທຳລາວ ຢູ່ຫວຽດນາມ ປີ 2023.

ທີ່ການພົບປະ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໃຫ້ຮູ້ວ່າ: ການຢ້ຽມຢາມຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ຜັນຂະຫຍາຍຄຳເຫັນຊີ້ນຳຂອງເລຂາທິການໃຫຍ່ 2 ປະເທດ, ມອບໝາຍໃຫ້ 2 ກະຊວງເປັນປະທານ, ສົມທົບກັນຈັດຕັ້ງການເຄື່ອນໄຫວອະນຸລັກ, ຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ ແລະການພົວພັນແບບພິເສດລະຫວ່າງສອງປະເທດ. ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ແຈ້ງໃຫ້ຊາບໝາກຜົນຕົ້ນຕໍໃນການພົບປະກັບທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ, ໃນນັ້ນ 2 ຝ່າຍໄດ້ຫວນຄືນໝາກຜົນການຜັນຂະຫຍາຍແຜນການຮ່ວມມືດ້ານວັດທະນະທຳ, ສິລະປະ ແລະທ່ອງທ່ຽວຫວຽດນາມ - ລາວ ໄລຍະ 2021-2025, ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃຫຍ່ໃນປີ 2024.

ຫວຽດນາມ-ລາວ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືວັດທະນະທໍາ, ທ່ອງທ່ຽວ

ບັນຍາກາດທີ່ການເຮັດວຽກ. ພາບ:​ ເຈິ່ນຮວ້ນ

ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ, ພິເສດແມ່ນການຈັດຕັ້ງການເຄື່ອນໄຫວດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊ່ວຍປະຊາຊົນສອງປະເທດມີຄວາມເຂົ້າໃຈກວ່າກ່ຽວກັບມູນເຊື້ອວັດທະນະທຳອັນດີງາມຂອງແຕ່ລະປະເທດກໍ່ຄືສາຍພົວພັນແບບພິເສດ, ຊື່ສັດບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ ແລະລາວ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງກະຊວງຜັນຂະຫຍາຍແຜນການຮ່ວມມືດ້ານວັດທະນະທຳ, ສິລະປະ ແລະການທ່ອງທ່ຽວ ໄລຍະ 2021 – 2025 ທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ຄົ້ນຄວ້າ ແລະຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ; ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງການເຄື່ອນໄຫວຂອງປະຊາຄົມວັດທະນະທຳ-ສັງຄົມໃນປີທີ່ລາວ ເປັນປະທານອາຊຽນ; ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໂຄງການວັດທະນະທຳ, ກິລາ ແລະທ່ອງທ່ຽວຂອງຫວຽດນາມ ຢູ່ລາວ.

ບູນມີ

ເຫດການ
302 Found

Found

The document has moved here.