ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ

00:00 | 17/12/2023

ຍສໝ - ນັ້ນ​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ ຮ່ວາງ​ມິງ​ເກື່ອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ (ສະມາຄົມ) ທີ່​ໄດ້​ດຳ​ເນີນ​ໄປໃນ​ວັນ​ທີ 17 ທັນວາ.

ສະມາຄົມມິດຕະພາບຫວຽດນາມ - ລາວ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ສະມາຄົມມິດຕະພາບຫວຽດນາມ - ລາວ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ
ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ ​ນະ​ຄອນ ຫາຍ​ຟ່ອງ ຟ້າມ​ກວັກຮວິງ ໄດ້​ທົບ​ທວນ​ຄືນ​ບາງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ນັບ​ແຕ່​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ. ໃນ 30 ປີຜ່ານມາ, ສະມາຄົມໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ລາວ; ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ; ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ພະແນກທີ່​ກ່ຽວຂ້ອງ​ປະຕິບັດ​ວຽກ​ງານ​ການ​ທູດ​ປະຊາຊົນ​ຢູ່​ໃນບໍລິເວນ. ສະມາຄົມຄ່ອຍໆປັບຕົວເຂົ້າກັບສະພາບການໃໝ່; ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງຖືກກັບ​ຄວາມ​ຮຽກຮ້ອງ​ ​ແລະ ໜ້າທີ່ວຽກ​ງານ​ການ​ທູດປະຊາຊົນ, ຜ່ານ​ນັ້ນ​ ກໍ່ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ມິດຕະພາບ ​ຫວຽດນາມ - ລາວ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ
ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍ​ຟ່ອງ. (ພາບ: ຫາຍຟ່ອງ CTTDT)

ທ່ານ ຟ້າ​ມກວັກຮວີງ ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ກໍ່ສ້າງ​ອົງການ​ສະມາຄົມ​ທີ່​ເຂັ້ມ​ແຂງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ຂອງ​ນະຄອນ ຕາມ​ຈິດ​ໃຈ​ສາມັກຄີ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ແລະ ເຂົ້າຮ່ວມກິດຈະກໍາຊີວິດສັງຄົມທ້ອງຖິ່ນ; ປະກອບສ່ວນ​ປະຕິບັດມູນເຊື້ອອັນພິ​ເສດ​​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ.

ພິເສດ, ສະມາຄົມຕ້ອງເອົາໃຈໃສ່ກົງຈັກການຈັດຕັ້ງໃຫ້ເຂັ້ມແຂງຍິ່ງກວ່າອີກ, ເພື່ອນຳເອົາລຸ້ນໜຸ່ມເຂົ້າຮ່ວມ ວຽກງານນຳພາຄຸ້ມຄອງຂອງສະມາຄົມ; ສາມັກຄີ, ​ເຕົ້າ​ໂຮມ​ບັນດານັກຮົບ, ​ທະຫານ​ອາສາ​ສະໝັກ​ທີ່​ມີ​ຄວາມ​ປາດ​ຖະໜາ​ຢາກ​ເຂົ້າ​ຮ່ວມ​ສະມາຄົມເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມັກຄີ​ໃນ​ການ​ປະຕິບັດ​ວຽກ​ງານ​ການທູດປະຊາຊົນ​ຢູ່​ນະຄອນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ເມືອງ.

​ເນື່ອງ​ໃນ​ໂອກາດ​ນີ້, ຫຼາຍ​ກຸ່ມ, ບຸກຄົນ​ຂອງ​ສະມາຄົມ​ໄດ້​ຮັບ​ການ​ຍ້ອງຍໍ, ສະແດງ​ບັນດາ​ຜົນງານ​ດີ​ເດັ່ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ລວມຂອງ​ສະມາຄົມກໍ່ຄືວຽກງານການທູດ​ປະຊາຊົນ ​ຫວຽດນາມ - ລາວ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.