ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

14:33 | 06/12/2023

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຄະນະຜູ້ແທນຫວຽດນາມ ແລະ ລາວ ປະຈຳສະຫະປະຊາຊາດ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຄະນະຜູ້ແທນຫວຽດນາມ ແລະ ລາວ ປະຈຳສະຫະປະຊາຊາດ
ການພົບປະແລກປ່ຽນວັດທະນະທຳຢູ່ ອາຊຽນ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງປະຊາຊົນບັນດາປະເທດສະມາຊິກ ການພົບປະແລກປ່ຽນວັດທະນະທຳຢູ່ ອາຊຽນ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງປະຊາຊົນບັນດາປະເທດສະມາຊິກ

ວັນທີ 4 ທັນວາ, ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ, ເຮັດວຽກຢູ່ ລາວ ແລະເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ.

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ. ພາບ: qdnd.vn

ຕອນເຊົ້າວັນທີ 4 ທັນວາ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ເປັນປະທານພິທີຕ້ອນຮັບສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາ, ປະທານສະພາແຫ່ງຊາດສອງສະຫາຍ ຢັ້ງຢືນຈະສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະບັນດາກົນໄກຮ່ວມມືໃນທຸກຊ່ອງທາງ, ໃນນັ້ນມີຫຼາຍການເຄື່ອນໄຫວແລກປ່ຽນ ແລະການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ; ສົມທົບກັນຢ່າງແໜ້ນແຟ້ນໃນການສ້າງແລວທາງນິຕິກຳທີ່ສະດວກເພື່ອໃຫ້ລັດຖະບານສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້; ເພີ່ມທະວີການສົມທົບກັນຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືສອງຝ່າຍ; ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມລະຫວ່າງສອງປະເທດ.

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໂດຍຜ່ານການແລກປ່ຽນ ແລະແບ່ງປັນບົດຮຽນດ້ານນິຕິບັນຍັດ, ສ້າງບັນດາລະບອບລະບຽບການ ແລະລະບົບກົດໝາຍໃຫ້ສົມບູນແບບ; ສົມທົບກັນຕິດຕາມກວດກາການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ກະກຽມເນື້ອໃນໃຫ້ການເຄື່ອນໄຫວສອງຝ່າຍທີ່ສຳຄັນລະຫວ່າງການນຳຂັ້ນສູງສອງປະເທດ; ເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ເປັນຕົ້ນແມ່ນຢູ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ເວທີລັດຖະສະພາ ອາຊີ-ປາຊີຟິກ (APPF)...

ຕອນບ່າຍວັນທີ 4 ທັນວາ, ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ.

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນລາວ ບັນລຸໄດ້, ເສດຖະກິດເຕີບໂຕພໍສົມຄວນ. ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງຢ່າງເຂັ້ມງວດ, ກະກຽມໃຫ້ການພົບປະການນໍາຂັ້ນສູງ ແລະກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ໃຫ້ເປັນຢ່າງດີ.

ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ ໃນໄລຍະຈະມາເຖິງສອງປະເທດຈະສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ເພື່ອໃຫ້ຂົງເຂດນີ້ມີການຫັນປ່ຽນດ້ານຄຸນນະພາບ, ສົມກັບການພົວພັນດ້ານການເມືອງ; ມີກົນໄກນະໂຍບາຍທີ່ເໝາະສົມເພື່ອຍູ້ແຮງດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດແນໃສ່ເຊື່ອມຕໍ່ສອງພື້ນຖານເສດຖະກິດ. ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ຫວັງວ່າ ຫວຽດນາມ ຈະສືບຕໍ່ສົ່ງເສີມວິສາຫະກິດຫວຽດນາມ ເປີດກວ້າງການລົງທຶນ ແລະດຳເນີນທຸລະກິດຢູ່ລາວ; ໃນນັ້ນໃຫ້ບຸລິມະສິດບັນດາຂົງເຂດ, ຄື: ພະລັງງານ, ການເຊື່ອມຕໍ່ຄົມມະນາຄົມ, ແຮ່ທາດ.

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ບັນຍາກາດທີ່ການພົບປະ. ພາບ: qdnd.vn

ການນຳສອງສະຫາຍ ກໍ່ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ ແລະອາຊຽນ ກໍ່ຄືບັນດາກົນໄກຮ່ວມມືອະນຸພາກພື້ນ.

ຕອນບ່າຍວັນດຽວກັນ, ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ກໍ່ໄດ້ມີການພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ສະພາແຫ່ງຊາດສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ, ສືບຕໍ່ສ້າງແລວນິຕິກຳອັນສະດວກເພື່ອໃຫ້ລັດຖະບານສອງປະເທດເພີ່ມທະວີການຮ່ວມມື, ສົມທົບກັນຕິດຕາມກວດກາ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານສອງປະເທດຢ່າງມີປະສິດທິຜົນ.

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທີ່ການພົບປະ, ການນຳສອງສະຫາຍ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ຄວນສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງເຂັ້ມງວດ, ກະກຽມໃຫ້ແກ່ການພົບປະບັນດາການນຳຂັ້ນສູງ ແລະກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ໃຫ້ເປັນຢ່າງດີ; ເນັ້ນໜັກວ່າສອງຝ່າຍຄວນຍູ້ແຮງການຮ່ວມມືດ້ານການຄ້າ ແລະການລົງທຶນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ທັງເຊື່ອມໂຍງກ່ຽວກັບພື້ນຖານໂຄງລ່າງ ແລະການເຊື່ອມຕໍ່ລະບອບລະບຽບການ, ເສດຖະກິດດີຈີຕອນ, ການເງິນ, ທະນາຄານ; ສືບຕໍ່ເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ບັນດາວິສາຫະກິດ ແລະບັນດາໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດ; ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ຊຸກຍູ້ການລົງທຶນຢູ່ລາວ, ສ້າງບາດກ້າວບຸກທະລຸເພື່ອໃຫ້ການພົວພັນຮ່ວມມືດ້ານເສດຖະກິດສົມກັບສາຍພົວພັນອັນຍິ່ງໃຫຍ່ ຫວຽດນາມ-ລາວ. ພ້ອມກັນນັ້ນ, ສອງປະເທດກໍ່ສາມາດຮ່ວມມືໃນ 3 ຂົງເຂດຈຸດສຸມ, ລວມມີ ກະສິກຳເຕັກໂນໂລຢີສູງຂະໜາດໃຫຍ່, ພະລັງງານທົດແທນ, ຄື: ພະລັງງານລົມ, ພະລັງງານແສງຕາເວັນ ແລະການຂຸດຄົ້ນບໍ່ແຮ່.

ວັນທີ 4 ທັນວາ, ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມາຢ້ຽມຢາມ ສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ແລະສະຫາຍ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີລາວ.

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນບັນດາສະຫາຍອາດີດການນຳຂັ້ນສູງຂອງລາວ ເນື່ອງໃນໂອກາດວັນຊາດລາວ ຄັ້ງທີ 48, ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງພາຍໃນ ແລະການພົວພັນຕ່າງປະເທດທີ່ພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງ ຍາດມາໄດ້ໃນຊຸມປີຜ່ານມາ, ໃນນັ້ນມີການປະກອບສ່ວນສຳຄັນຂອງບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ. ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມເຊື່ອມໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະນັບມື້ພັດທະນາເປັນເອກະລາດ, ເປັນເຈົ້າຕົນເອງ, ວັດທະນາຖາວອນ, ປະຊາຊົນລາວ ອ້າຍນ້ອງ ມີຊີວິດທີ່ອີ່ມໜໍາສໍາລານ ແລະມີຄວາມຜາສຸກ.

ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມຖາມຂ່າວສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ. ພາບ: qdnd.vn

ບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ໄດ້ມາຢ້ຽມຢາມ ແລະເນັ້ນໜັກວ່າ ຄວາມສະໜິດຕິດພັນ, ສະໜິດສະໜົມກັບຫວຽດນາມ ຢາມໃດກໍ່ເລິກເຊິ່ງ, ພ້ອມທັງສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ. ບັນດາສະຫາຍອະດີດການນຳ ໄດ້ຂອບໃຈຕໍ່ການສະໜັບສະໜຸນ, ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງຫວຽດນາມ ສະຫງວນໃຫ້ ລາວ ແລະສະເໜີໃຫ້ທັງສອງຝ່າຍສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ; ພ້ອມທັງເນັ້ນໜັກຄວນສືບຕໍ່ເອົາໃຈໃສ່ສຶກສາ ແລະໂຄສະນາໃຫ້ລຸ້ນໜຸ່ມສອງປະເທດກ່ຽວກັບມູນເຊື້ອການພົວພັນແບບພິເສດ ແລະຄວາມສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.