ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ຫວຽດນາມ-ລາວ

01:14 | 19/12/2023

ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ຫວຽດນາມ-ລາວ

ເສີມຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນແຂວງ ແທງຮ໋ວາ ຢ່າງມີປະສິດທິຜົນ ເສີມຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນແຂວງ ແທງຮ໋ວາ ຢ່າງມີປະສິດທິຜົນ
ຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາ, ອະນຸລັກຮັກສາ ແລະ  ເສີມຂະຫຍາຍຄຸນຄ່າຂອງເກືອບ 1.200 ມໍລະດົກໂລກ. ຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງເກືອບ 1.200 ມໍລະດົກໂລກ.

ວັນທີ 17 ທັນວາ, ຄະນະປະຕິບັດງານແນວລາວສ້າງຊາດ ນໍາໂດຍສະຫາຍ ບຸນສົມ ຄຸນມະນີ, ປະທານຄະນະກຳມະການແນວລາວສ້າງຊາດແຂວງຫຼວງພະບາງ ເຂົ້າຢ້ຽມຂໍ່ານັບການນຳແຂວງ.

ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ຫວຽດນາມ-ລາວ

ບັນຍາກາດທີ່ການຕ້ອນຮັບ. ພາບ: baohoabinh.com.vn

ທີ່ການຕ້ອນຮັບ, ສະຫາຍ ບຸ່ນດຶ໊ກຮີງ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານສະພາປະຊາຊົນແຂວງຮວ່າບີ່ງ ຖືວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະໄດ້ດຳເນີນໃນສະພາບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ສືບຕໍ່ພັດທະນາຢ່າງຈົບງາມ, ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນ. ບັນດາຂໍ້ຕົກລົງຂອງການນຳຂັ້ນສູງລະຫວ່າງສອງພັກ ແລະສອງລັດ ສືບຕໍ່ພັດທະນາ, ບັນລຸໄດ້ບັນດາໝາກຜົນທີ່ດີງາມໃນທຸກຂົງເຂດ. ບົນຈິດໃຈນັ້ນ, ຫວັງວ່າໃນໄລຍະຈະມາເຖິງ, ແຂວງຮວ່າບີ່ງ ແລະແຂວງຫຼວງພະບາງ ສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນການວາງແຜນແນວທາງ ແລະຜັນຂະຫຍາຍກິດຈະການກໍ່ສ້າງ, ພັດທະນາເສດຖະກິດ-ສັງຄົມ. ອວຍພອນຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຕາງໜ້າຄະນະປະຕິບັດງານ, ສະຫາຍ ບຸນສົມ ຄຸນມະນີ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບເຊິ່ງການນຳແຂວງຮວ່າບີ່ງ ສະຫງວນໃຫ້ແກ່ຄະນະ; ພ້ອມທັງຫວັງວ່າໃນໄລຍະຈະມາເຖິງ, ແຂວງຮວ່າບີ່ງ ແລະແຂວງຫຼວງພະບາງ ຈະມີຫຼາຍໂຄງການຮ່ວມມື, ໜູນຊ່ວຍກັນກວ່າອີກເພື່ອພ້ອມກັນພັດທະນາ, ປະກອບສ່ວນນຳການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.