ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ

01:55 | 08/12/2023

ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ
ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ

ຫວ່າງແລ້ວນີ້, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ (ທະຫານຊາຍແດນ) ສອງແຂວງເຊີນລາ ແລະດ້ຽນບຽນ ໄດ້ດຳເນີນການພົບປະເຈລະຈາ ປະຈໍາປີ 2023 ກັບຄະນະຜູ້ແທນກອງບັນຊາການທະຫານສອງແຂວງຜົ້ງສາລີ ແລະຫຼວງພະບາງ, ປະເທດລາວ.

ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ

ສອງຄະນະຜູ້ແທນລົງນາມໃນບົດບັນທຶກຊ່ວຍຈຳ. ພາບ: qdnd.vnHai đoàn đại biểu ký biên bản ghi nhớ. Ảnh: qdnd.vn

ໃນປີຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກັບກົມທະຫານຊາຍແດນ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບກັນໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ ແລະສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ. ພ້ອມທັງ, ສົມທົບກັນຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຢ່າງໝັ້ນຄົງ; ແລກປ່ຽນສະພາບການທີ່ກ່ຽວຂ້ອງເປັນປະຈຳ, ຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ. ພິເສດ, ທະຫານຊາຍແດນສອງແຂວງເຊີນລາ ແລະດ້ຽນບຽນ ໄດ້ເປັນເຈົ້າການ, ສົມທົບກັນ, ປຶກສາຫາລືໜູນຊ່ວຍກໍາລັງທີ່ກ່ຽວຂ້ອງລາວ ກວດພົບ ແລະຈັບຕົວໄດ້ 118 ຄະດີ/137 ເປົ້າໝາຍ, ຢຶດເຮໂຣອີນໄດ້ 55 ແທ່ງ, ຢາເສບຕິດ 182.708 ເມັດ ພ້ອມດ້ວຍຂອງກາງອື່ນໆອີກ.

ບູນມີ

ເຫດການ
302 Found

Found

The document has moved here.