ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ

09:53 | 11/12/2023

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ

ຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບ ເຊິ່ງເລີ່ມຈາກຮູບແບບການພົວພັນແຮກສ່ຽວບ້ານຕໍ່ບ້ານ ຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບ ເຊິ່ງເລີ່ມຈາກຮູບແບບການພົວພັນແຮກສ່ຽວບ້ານຕໍ່ບ້ານ
ຮັດແໜ້ນການພົບປະແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງສະມາຊິກລັດຖະສະພາໜຸ່ມຫວຽດນາມ - ລາວ ຮັດແໜ້ນການພົບປະແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງສະມາຊິກລັດຖະສະພາໜຸ່ມຫວຽດນາມ - ລາວ

ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1, ວັນທີ 6 ທັນວາ, ການແພດທະຫານສອງປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນໃນບໍລິເວນເມືອງງອກໂຮ່ຍ, ແຂວງກອນຕູນ, ຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານພັນເອກພິເສດ ເລວັນດົງ, ຮອງຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ) ໃຫ້ຮູ້ວ່າ ຫວຽດນາມ ແລະລາວ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ. ປະຊາຊົນສອງປະເທດຍາມໃດກໍ່ໄດ້ຄຽງບ່າຄຽງໄຫຼ່ນຳກັນໃນການຕໍ່ຕ້ານເພື່ອຍາດເອົາເອກະລາດ ແລະເສລີພາບ. ສາຍພົວພັນນີ້ໄດ້ຮັບການປັບປຸງ ແລະພັດທະນາຮອບດ້ານໃນຫຼາຍທົດສະວັດຜ່ານມາ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ, ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ

ທ່ານພັນເອກ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ. ພ້ອມດຽວກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ເສນາຮັກຂອງສອງປະເທດໄດ້ແບ່ງປັນ, ແລກປ່ຽນບົດຮຽນເພື່ອແນໃສ່ຍົກສູງລະດັບຄວາມຮູ້ດ້ານວິຊາການ, ວິຊາສະເພາະໃນວຽກງານຮັກສາສຸຂະພາບຂອງພະນັກງານ, ນັກຮົບ ແລະປະຊາຊົນ.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ

ປະຊາຊົນທີ່ມາກວດພະຍາດແມ່ນໄດ້ຮັບຢາ ແລະຄໍາແນະນໍາການກິນຢາຢ່າງລະອຽດ. ພາບ: qdnd.vn

ທີ່ການເຫດການນີ້, ທ່ານພັນເອກ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກອງທັບປະຊາຊົນລາວ ຢືນຢັນວ່າ: ລາຍການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືທີ່ສຳຄັນ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ເພື່ອພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ຕາມທ່ານພັນເອກ ພູວິໄລ ພູນສະຫວັດ ແລ້ວ, ຜ່ານລາຍການ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນໄດ້ຮັບການກວດພະຍາດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າ. ສິ່ງດັ່ງກ່າວໄດ້ປະກອບສ່ວນຍົກສູງຄຸນນະພາບການຮັກສາສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ, ເພື່ອໃຫ້ເຂົາເຈົ້າສືບຕໍ່ປະກອບສ່ວນໃຫ້ແກ່ການປະຕິບັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດ.

ບູນມີ

ເຫດການ
302 Found

Found

The document has moved here.