ຫວຽດນາມ-ລາວ ແບ່ງປັບປະສົບການສ້າງບັນດາເອກະສານຂອງພັກ

00:00 | 19/12/2023

ຫວຽດນາມ-ລາວ ແບ່ງປັບປະສົບການສ້າງບັນດາເອກະສານຂອງພັກ

ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ
ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່

ຕອນບ່າຍວັນທີ 18 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ ທີ່ມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຫວຽດນາມ-ລາວ ແບ່ງປັບປະສົບການສ້າງບັນດາເອກະສານຂອງພັກ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: dangcongsan.vn

ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ແລະຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ ມາຢ້ຽມຢາມ ສສ ຫວຽດນາມ, ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ ຄັ້ງທີ 10 ລະຫວ່າງພັກກອມມູນິດ ຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ໂດຍສະພາທິດສະດີສູນກາງຈັດຕັ້ງ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ການຢ້ຽມຢາມ, ເຮັດວຽກແມ່ນມີຄວາມໝາຍທີ່ສຸດສຳລັບສອງພັກ ແລະ 2 ປະເທດ; ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສໍາມະນາຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດເລິກເຊິ່ງກວ່າອີກ.

ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ ຫວໍວັນເຖືອງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ ແລະມີຄວາມຮູ້ສຶກອັນດີງາມຕໍ່ປະເທດລາວ ກໍ່ຄືພັກປະຊາຊົນປະຕິວັດລາວ ແລະຜ່ານນັ້ນ ກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກກອມມູນິດຫວຽດນາມ ແລະສ່ວນຕົວທ່ານປະທານປະເທດ ທີ່ມີຕໍ່ການຮ່ວມມືລະຫວ່າງສອງພັກ, ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ຄະນະຜູ້ແທນປະຕິບັດສຳເລັດໜ້າທີ່ໃນກອງປະຊຸມສໍາມະນາທິດສະດີທີ່ສຳຄັນ ແລະມີຄວາມໝາຍນີ້. ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ວ່າ: ເນື່ອງໃນໂອກາດທີ່ຄະນະຜູ້ແທນມາຫວຽດນາມ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງການນຳພັກ ແລະລັດ ຫວຽດນາມ.

ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ໃນການພັດທະນາຂອງຫວຽດນາມ ໃນຫຼາຍປີຜ່ານມາຍາມໃດກໍ່ມີຄວາມເອົາໃຈໃສ່, ແບ່ງປັນ, ລະດົມກໍາລັງໃຈຂອງປະເທດເພື່ອນລາວ; ຕີລາຄາວ່າ ໃນໄລຍະຜ່ານມາ, ລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ແລະບັນລຸໄດ້ບັນດາຜົນງານສຳຄັນ. ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ ການຮ່ວມມືລະຫວ່າງສະພາທິດສະດີສອງຝ່າຍນັບມື້ນັບມີປະສິດທິຜົນ, ພິເສດແມ່ນໃນການຈັດຕັ້ງກອງປະຊຸມສຳມະນາ ແລະພ້ອມກັນແບ່ງປັນບົດຮຽນປະສົບການໃນການສ້າງບັນດາເອກະສານຂອງພັກ, ແມ່ນຂີດໝາຍອັນເລິກເຊິ່ງສະແດງໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງສອງພັກ ແລະສອງລັດ. ຜ່ານທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ, ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະອວຍພອນປີໃໝ່ໄປຍັງບັນດາສະຫາຍການນຳພັກ ແລະລັດລາວ.

ບູນມີ

ເຫດການ
302 Found

Found

The document has moved here.