ຍສໝ - ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ Andrew Goledzinowski ໃຫ້ຂໍ້ສັງເກດວ່າ ການພົວພັນສອງຝ່າຍລະຫວ່າງສອງປະເທດສືບຕໍ່ພັດທະນານັບມື້ນັບເຂັ້ມແຂງ ແລະ ປັດຈຸບັນ ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງອົດສະຕາລີ
ຍສໝ - ໂດຍຮູ້ສຶກເອກອ້າງທະນົງໃຈ ແລະ ຕື້ນຕັນໃຈ ເມື່ອບົດເພງ “ຊົມເຊີຍ ພັກກອມມູນິດ ຫວຽດນາມ” ຂອງນັກດົນຕີ ໂດມິງ, ດ້ວຍຄວາມຮູ້ສຶກຈາກຫົວໃຈກ່ຽວກັບພັກ, ໄດ້ເປີດຂຶ້ນໃນກອງປະຊຸມສຳມະນາທີ່ໄດ້ຈັດຕັ້ງຢູ່ສະຖານທີ່ຫ່າງໄກປະເທດ ຫວຽດ ນັບພັນກີໂລແມັດ.
ຍສໝ - ການພົບປະມີການເຂົ້າຮ່ວມຂອງທ່ານນາງ Ariadne Feo Labrada, ຫົວໜ້າສະຖານກົງສູນໃຫຍ່ ສ.ກູບາ ປະຈຳນະຄອນໂຮ່ຈີມິນ ແລະ ສາມີ, ທ່ານນາງ ເຈືອງທິຮຽນ ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນໂຮ່ຈີມິນ, ທ່ານ ໂຮ່ຊວັນເລິມ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີມິນ, ທ່ານພັນເອກ ບູຍຮຶວຮວຽນ, ຫົວໜ້າຄະນະຕິດຕໍ່ພົວພັນ ກອງພັນ 261 Giron ແລະ ຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການນະຄອນ.
ຍສໝ - ຢູ່ນະຄອນ ຢາເງ້ຍ, ສອງແຂວງໄດ້ພ້ອມກັນແລກປ່ຽນ, ປຶກສາຫາລືໄປເຖິງການເຫັນດີເປັນເອກະພາບລົງນາມ ລາຍການຮ່ວມມືລະຫວ່າງອຳນາດການປົກຄອງແຂວງ ດັກນົງ, ຫວຽດນາມກັບອຳນາດການປົກຄອງແຂວງ Mondulkiri (ກຳປູເຈຍ) ໄລຍະ 2023 – 2026 ໃນບັນດາຂົງເຂດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສອງປະເທດ, ສອງຊາດ ຫວຽດນາມ - ລາວ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ນ້ຳໃຈບໍລິສຸດຜຸດຜ່ອງ ແລະ ຍາມໃດກໍ່ໜູນຊ່ວຍເຊິ່ງກັນແລະກັນໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືໃນໄລຍະສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
ຍສໝ - ນີ້ແມ່ນການຢ້ຽມຢາມມີຄວາມໝາຍທີ່ສຸດ ຍ້ອນວ່າທັງເປັນການຢ້ຽມຢາມລາວຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນຜູ້ນຳລັດຖະບານ ຫວຽດນາມ, ທັງເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ລາວ - ຫວຽດນາມ ແລະ ເຂົ້າຮ່ວມພິທີສະຫຼຸບປີມິດຕະພາບສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ສາມເຫດການນີ້ມີຄວາມໝາຍສຳຄັນຕໍ່ການພົວພັນຮ່ວມມືສອງປະເທດ, ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ປະເທດລາວ.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ ຟານທ໊າຍບິ່ງ ຫົວໜ້າຄະນະກຳມະການເສດຖະກິດຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ໃຫ້ຮູ້ວ່າ ອາຍຸການນີ້ ຄະນະບໍລິຫານງານສະມາຄົມ ແລະ ບັນດາສາຂາຂຶ້ນກັບສະມາຄົມ ໄດ້ຕັ້ງໜ້າພ້ອມກັບບັນດາຄະນະ, ຂະແໜງການທ້ອງຖິ່ນໃນແຂວງ ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນກັບ ສ.ເກົາຫຼີ ແລະ ບັນລຸໄດ້ໝາກຜົນສຳຄັນທີ່ສຸດໃນບາງຂົງເຂດ.
ຍສໝ - ການໂອ້ລົມສົນທະນາ ນອນໃນຂອບເຂດບັນດາການເຄື່ອນໄຫວ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2022), 45 ປີແຫ່ງວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022).
ຍສໝ - ທ່ານ Anjaiah ກ່າວວ່າ: “ຂ້າພະເຈົ້າຄິດວ່າ ອິນໂດເນເຊຍ ແລະ ຫວຽດນາມ ຕ້ອງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ມັນຈະເປັນບາດກ້າວໄປສູ່ທິດທາງທີ່ຖືກຕ້ອງ ເພື່ອເສີມຂະຫຍາຍການພົວພັນລະຫວ່າງສອງປະເທດຕື່ມອີກ”.
ບົດຂຽນໄດ້ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຢູ່ອິນໂດເນເຊຍຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນຂີດໝາຍໃໝ່ໃນ 67 ປີແຫ່ງການພົວພັນ ສອງຝ່າຍ.
ການນຳທັງສອງທ່ານ ເປັນເອກະສັນກັນເພີ່ມທະວີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ: ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການໃຫ້ມີປະສິດທິຜົນ
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Joko Widodo ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ.
ຍສໝ- ຫວ່າງແລ້ວນີ້, ສະມາຄົມມິດຕິພາບ ຫວຽດນາມ - ກຳປູເຈຍ ແຂວງ ຝຸອຽນ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ III ອາຍຸການ 2022 – 2027 ດ້ວຍການເຂົ້າຮ່ວມຂອງຜູ້ແທນທາງການ 250 ທ່ານ ທີ່ເປັນຜູ້ຕາງໜ້າສະມາຊິກ 950 ຄົນ.
ຍສໝ - ໃນຂອບເຂດການພົບປະມິດຕະພາບ ຫວຽດນາມ - ເວເນຊູເອລາ ເນື່ອງໃນໂອກາດສະເຫຼີມສະຫຼອງ 33 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ໂດຍສະຖານທູດ ສ.ເວເນຊູເອລາ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ເວເນຊູເອ ຈັດຂຶ້ນໃນວັນທີ 19 ທັນວາ, ບັນດາແຂກຖືກເຊີນໄດ້ຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບທ່ານພົນເອກ ຫວໍຫງວຽນຢາບ.
ສະຫະພັນການຄ້າ ສາກົນ ສ.ເກົາຫຼີ ຫາກໍ່ຊີ້ໃຫ້ເຫັນ 5 ຂົງເຂດຮ່ວມມືທາງດ້ານເສດຖະກິດທີ່ມີແງ່ຫວັງ ລະຫວ່າງສອງປະເທດ ແມ່ນນະຄອນອັດສະລິຍະ, ກະສິກຳ ແລະ ລ້ຽງສັດ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ວັດທະນະທຳ ຄວາມບັນເທິງ.
ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກຳປູເຈຍ, ວັນທີ 17 ທັນວາ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມທາງໂທລະດັບກັບເຈົ້າຄອງນະຄອນຫຼວງ ພະນົມເປັນ Khuong Sreng.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ເປັນປະທານກອງປະຊຸມຄະນະກຳມະການອາຊຽນ ຢູ່ ວໍຊິງຕັນ ACW ແລະ ງານລ້ຽງເຮັດວຽກລະຫວ່າງ ACW ກັບຜູ້ຕາງໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ກະຊວງການຕ່າງປະເທດ ອາເມລິກາ.
ທ່ານສາດສະດາຈານ Aleksius Jemadu ຖືວ່າ ອິນໂດເນເຊຍ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ ກໍ່ຄືພ້ອມກັນຊຸກຍູ້ ແລະ ຮັກສາສະຖຽນລະພາບໃນພາກພື້ນ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຮອງລັດຖະມົນຕີກະຊວງສຶກສາ ບຳລຸງສ້າງ ຫວຽດນາມ ຫງວຽນວັນຝຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ. ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ກຳນົດເປັນເຈົ້າການໃນການເຊື່ອມໂຍງກັບສາກົນກ່ຽວກັບການສຶກສາ, ຍູ້ແຮງການດຶງດູດການລົງທຶນຈາກຕ່າງປະເທດໃນຂົງເຂດການສຶກສາ ເພື່ອປະຕິບັດເປົ້າໝາຍສ້າງບາດກ້າວຫັນປ່ຽນຢ່າງແຮງໃນການພັດທະນາແຫຼ່ງບຸກຄະລາກອນ.
ວັດຖຸອຸປະກອນທີ່ມອບໃນຄັ້ງນີ້ ລວມມີ ບັນດາວັດຖຸອຸປະກອນຮັບໃຊ້ກອງປະຊຸມທາງໄກຄື ໂທລະພາບ, ຄອມພິວເຕີ, ຕູ້ເຄື່ອງສຽງ, ຕູ້ອິນເຕີເນັດ… ໂດຍແຂວງກວາງຈິ ໜູນຊ່ວຍແຂວງ ສະຫວັນນະເຂດເພື່ອຕິດຕັ້ງລະບົບກອງປະຊຸມທາງໄກໃຫ້ແກ່ແຂວງສະຫວັນນາະເຂດ ຕາມເນື້ອໃນທີ່ໄດ້ແລກປ່ຽນ, ເຫັນດີຢູ່ທີ່ການໂອ້ລົມສົນທະນາຕີລາຄາກາງສະໄໝລະຫວ່າງຜູ້ແທນຂັ້ນສູງຂອງແຂວງ ສະຫວັນນາເຂດ ແລະ ກວາງຈິ ທີ່ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021.