ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ

12:36 | 10/02/2023

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ໄດ້ເນັ້ນໜັກໃນເວລາຕອບສຳພາດ ຕໍ່ນັກຂ່າວ ຈາກສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ສິງກະໂປ ນັບແຕ່ວັນທີ 8 ເຖິງ ວັນທີ 10 ກຸມພາ 2023 ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ
ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ
ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ທ່ານ ມາຍເຟືອກຢຸງ ໃຫ້ຮູ້ວ່າ ໃນການຢ້ຽມຢາມໃນຄັ້ງນີ້, ນາຍົກລັດຖະມົນຕີ ສອງປະເທດ ຈະປຶກສາບັນດາມາດຕະການຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງ ແລະ ຊອກຫາບັນດາທິດທາງການຮ່ວມມືໃໝ່ ໃນໄລຍະທີ່ຈະມາເຖິງເປັນອັນລະອຽດ. ປະຈຸບັນ, ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ່ສຸດ ຂອງອາຊີຕາເວັນອອກສຽງໃຕ້, ໃຫຍ່ເປັນອັນດັບສອງຂອງໂລກ ທີ່ເຂົ້າມາລົງທຶນຢູ່ ຫວຽດນາມ. ຫຼາຍໂຄງການຂອງສິງກະໂປ ກຳລັງໄດ້ຮັບການຜັນຂະຫຍາຍ ດ້ວຍ 11 ເຂດອຸດສາຫະກຳ ລະຫວ່າງ ຫວຽດນາມ-ສິງກະໂປ (VSIP) ຢູ່ທົ່ວທຸກແຂວງ ທີ່ຂຶ້ນກັບສາມພາກ ເໜືອ-ກາງ-ໃຕ້, ສ້າງວຽກເຮັດງານທຳໃຫ້ກວ່າ 300.000 ຄົນ, ດ້ວຍຍອດມູນຄ່າການລົງທຶນບັນດາເຂດອຸດສາຫະກຳນີ້ ແມ່ນ 11 ກວ່າຕື້ ໂດລາສະຫະລັດ. ສອງຝ່າຍຈະສືບຕໍ່ຊຸກຍູ້ ການຮ່ວມມື ກ່ຽວກັບການຫັນປ່ຽນເປັນດີຈີຕອນ ແລະ ການຮ່ວມມືກ່ຽວກັບພະລັງງານສີຂຽວ, ພະລັງງານສະອາດ. ນີ້ແມ່ນສອງຂົງເຂດທີ່ ສິງກະໂປ ມີທ່າແຮງ ແລະ ຫວຽດນາມ ກຳລັງມີຄວາມຕ້ອງການ.

​vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.