ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ໃຫ້​ແກ່ ຕວກ​ກີ

15:15 | 14/02/2023

ຍ​ສ​ໝ - ໄລ່​ຮອດ​ເວ​ລາ 9 ໂມງ​ຂອງວັນ​ທີ 13 ກຸມ​ພາ (ຕາມ​ເວ​ລາ ຫວຽດ​ນາມ), ກຳ​ລັງ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກູ້​ໄພ​ກູ້​ຊີບ​ສາ​ກົນ ຊອ​ກ​ຫາ ແລະ ນຳ​ເຜົ້າ​ຊາກ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຄົນ ສົບ​ອອກ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ.

ເຄື່ອງ​ນຸ່ງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວປາຢິ໊ ເຄື່ອງ​ນຸ່ງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວປາຢິ໊
ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ ອາ​ຫານ​ການ​ກິນ ຫວຽດ​ນາມ ໃຫ້​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​​ແຫ່ງ​ຊາດ ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ ອາ​ຫານ​ການ​ກິນ ຫວຽດ​ນາມ ໃຫ້​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​​ແຫ່ງ​ຊາດ
ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ໃຫ້​ແກ່ ຕວກ​ກີ
ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ຫ​ວຽດ​ນາມ ຢູ່​ຕວັກ​ກີ (ພາບ: baophapluat.vn)

ຕອນບ່າຍວັນທີ 12 ກຸມພາ, ຢູ່ນະຄອນ Adiyaman ປະເທດຕວກກີ, ຄະນະປະຕິບັດງານກູ້ໄພກູ້ຊີບສາກົນຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດດ້ວຍປະລິມານ 2 ໂຕນໃຫ້ແກ່ ຕວກກີ ຜ່ານອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ຂອງປະເທດນີ້.

ພາຍຫຼັງ ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ດັ່ງ​ກ່າວ​ໄດ້​ສົ່ງ​ໄປ​ຍັງ ຕວັກ​ກີ, ຄະ​ນະ​ປະ​ຕິ​ບັດງານ ຫວຽດ​ນາມ ກໍ່​ໄດ້​ສົມ​ທົບ​ກັບ AFAD ຂົນ​ສົ່ງ​ຈຳ​ນວນ​ສິນ​ຄ້າ​ໄປ​ຍັງ​ເຂດໄດ້​ກຳ​ນົດ, ໃນ​ນັ້ນ​ມີ​ໂຮງ​ໝໍ​ໃໝ່​ທີ​ສຸດ Adiyaman, ເພື່ອ​ຮັບ​ໃຊ້​ການ​ປິ່ນ​ປົວ​ພະ​ຍາດ​, ສ່ວນ​ຍັງ​ເຫຼືອ​ສົ່ງ​ໄປ​ຍັງ​ຄ້າຍ​ເຄື່ອນ​ທີ່.

ຈຳນວນເຄື່ອງອຸປະຖຳດັ່ງກ່າວລວມມີ: ຢຸກຢາສຸກເສີນ, ຢາຈຳເປັນ, ເຄື່ອງວັດຖຸອຸປະກອນການແພດຕ່າງໆ, ຄ້າຍ, ພາຫະນະ, ທາດເຄມີປ້ອງກັນ, ຕ້ານໂລກລະບາດ…. ທ່ານ Isamail Sahin ຮອງຜູ້ອຳນວຍການ ອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ປະຈຳ Adiyaman, ໄດ້ຕີລາຄາສູງການໜູນຊ່ວຍຢ່າງທັນການຂອງ ຫວຽດນາມ ແລະ ທ່ານໄດ້ພົບປະກັບທ່ານພັນເອກ ຫງວຽນມິນເຄືອງ ເພື່ອສະແດງຄຳຂອບອົກຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປຊຊ ຫວຽດນາມ. ຜູ້​ຕາງ​ໜ້າ AFAD ກໍ່​ໃຫ້​ຮູ້​ວ່າ ປະ​ສານ​ງານ​ກັບ​ບັນ​ດາ​ໂຮງ​ໝໍ ແລະ ສູນ​ໜູນ​ຊ່ວຍ​ການ​ແພດ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ພວມ​ຂາດ​ເຂີນ​ຢຸກ​ຢາ​ກໍ່​ຄື​ເຄື່ອງອ​ຸ​ປະ​ກອນ​ການ​ແພດ.

ໄລ່​ຮອດ​ເວ​ລາ 9 ໂມງ​ຂອງວັນ​ທີ 13 ກຸມ​ພາ (ຕາມ​ເວ​ລາ ຫວຽດ​ນາມ), ກຳ​ລັງ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກູ້​ໄພ​ກູ້​ຊີບ​ສາ​ກົນ ຊອ​ກ​ຫາ ແລະ ນຳ​ເຜົ້າ​ຊາກ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຄົນ ສົບ​ອອກ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.