ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

16:46 | 03/02/2023

ຍ​ສ​ໝ - ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”.

93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ. 93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.
ຈົດ​ໝາຍອວຍ​ພອນ​ບຸນ​ເຕັດ​ຂອງ​ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ຈົດ​ໝາຍອວຍ​ພອນ​ບຸນ​ເຕັດ​ຂອງ​ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ (ພາບ: TTXVN)

ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”.

ດ້ວຍການສ້າງຕັ້ງການພົວພັນທາງການທູດກັບ Trinidad & Tobago, ປັດຈຸບັນ ຫວຽດນາມ ມີການພົວພັນທາງການທູດຢ່າງເປັນທາງການກັບ 36 ປະເທດ ທະວີບອາເມລິກາ ແລະ 192 ປະເທດ ໃນໂລກ, ຜ່ານນັ້ນ ກໍ່ສືບຕໍ່ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ຫັນເປັນຫຼາຍຮູບແບບ, ຫັນການພົວພັນສາກົນເປັນ ຫຼາຍຝ່າຍ, ຖືການພັດທະນາການພົວພັນກັບພາກພື້ນອາເມລິກາ ລາຕິນ ແລະ Caribbean ເປັນສຳຄັນ.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່​ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ດັ້ງ​ຮ​ວ່າງ​ຢາງ ໄດ້​ມີ​ການ​ແລກ​ປ່ຽນ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Dennis Francis Smith ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ກາ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ສະ​ແງດ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ຕັ້ງ​ການ​ພົວ​ພ​ັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ Trinidad & Tobago ຢ່າງ​ເປັນ​ທາງ​ການ, ຢັ້ງ​ຢືນ​ວ່າ ​ນີ້​ແມ່ນ​ບາດກວ້າ​ທີ່​ເປັນ​ໜ້າ​ຈົດ​ຈຳ, ເປີດ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Dennis Francis Smith ກໍ່​ໃຫ້​ຮູ້​ວ່າ Trinidad & Tobago ແມ່ນປະ​ເທດ​ເກາະ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແຮງ​ດ້ວຍ GDP ຢືນ​ຢູ່​ອັນ​ດັບ​ທີ 3 ຂອງ​ພ​າກ​ພື້ນ Caribe, ພ້ອມ​ທັງ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ຫວັດ​ສາດ​ອັນ​ອົງອາດກ້າ​ຫານ​ກໍ່​ຄື​ຜົນ​ສຳ​ເລັດ​ໃນ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ຂອງ ຫວຽດ​ນາມ. ທ່ານ Dennis Francis Smith ໄດ້ຕີ​ລາ​ຄາຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ເນັ້ນ​ໜັກ​ວ່າ Trinidad & Tobago ໄດ້​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດຫຼາຍ​ຝ່າຍ​ຂອງ ສ​ປ​ຊ ແລະ ປັດ​ຈຸ​ບັນ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ກັບ ຫວຽດ​ນາມ, ດ້ວຍ​ວິ​ໄສ​ທັດ​ທີ່​ຄ້າຍ​ຄື​ກັນຫຼາຍ​ຢ່າງ​ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ກະ​ສິ​ກຳ, ການ​ປະມົງ, ພະ​ລັງ​ງານ, ເຕັກ​ນິກ ແລະ ການ​ທ່ອງ​ທ່ຽວ…

ເພາະ​ສະ​ນັ້ນ, ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດກັບ​ປະ​ເທດ​ທີ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ, ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄື ຫວຽດ​ນາມ ແມ່ນ​ຂີດ​ໝາຍ​ພົ້ນ​ເດັ່ນ​ໃນ​ນະ​ໂຍ​ບາຍ​ການ​ທູດຂອງ Trinidad & Tobago. ບົນ​ພື້ນ​ຖານ​ນັ້ນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ແບ່ງ​ປັນ​ຂໍ້​ມູນ​ເພື່ອ​ຊອກ​ຫາ​ບັນ​ດາ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ, ການ​ທ່ອງ​ທ່ຽວ ແລະ ກ​ະ​ສິ​ກຳ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ສອງ​ຝ່າຍ​ກໍ່​ຢັ້ງ​ຢືນ​ຈະ​ເພີ່ມ​ທະ​ວີ​ການ​​ສົມ​ທົບກັນຢ່າງ​ແໜ້ນ​ແຟ້ນ​ຢູ່ ​ສ​ປ​ຊ ແລະ ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຕ່າງໆ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.