ຫວຽດ​ນາມ ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ​ທີ່​ສຸດ​ຂອງ ອົດ​ສະ​ຕາ​ລີ

15:04 | 01/02/2023

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕາ​ລີ ​ປະ​ຈຳຫວຽດ​ນາມ Andrew Goledzinowski ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ນັບ​ມື້​ນັບເຂັ້ມ​ແຂງ​ ແລະ ປັດ​ຈຸ​ບັນ ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ​ອົດ​ສະ​ຕາ​ລີ

ຫ​ວຽດ​ນາມ ຍັງຄົງ​ຢືນ​ຢູ່​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກໝາກ​ພິກ​ໄທ ຫ​ວຽດ​ນາມ ຍັງຄົງ​ຢືນ​ຢູ່​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກໝາກ​ພິກ​ໄທ
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​
ຫວຽດ​ນາມ ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ​ທີ່​ສຸດ​ຂອງ ອົດ​ສະ​ຕາ​ລີ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕາ​ລີ ​ປະ​ຈຳຫວຽດ​ນາມ Andrew Goledzinowski (ພາບ: ສະ​ຖານ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ)

ຫວຽດນາມ - ໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍສຳຄັນທີ່ສຸດຂອງ ອົດສະຕາລີ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕາ​ລີ​ ປະ​ຈຳຫວຽດ​ນາມ Andrew Goledzinowski ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ນັບ​ມື້​ນັບ​ເຂັ້ມແຂງ​ ແລະ ປັດ​ຈຸ​ບັນ ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ​ອົດ​ສະ​ຕາ​ລີ.

ຫວຽດ​ນາມ ພວມ​ຢູ່​ບ່ອນໃດໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອົດ​ສະ​ຕາ​ລີ, ຮຽນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ເມື່ອ​ປີ 1973, ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ໄດ້​ສ້າງ​ການ​ພົວ​ພັນ​ຢ່າງ​ແຮງ ແລະ ຍືນ​ຍົງ ດ້ວຍ​ຜົນ​ປະ​ໂຫຍດ​ທີ່​ເປັນຫຼາຍ​ຮູບ​ແບບ ແລະ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ແລະ ປັດ​ຈຸ​ບັນ ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ​ອົດ​ສະ​ຕາ​ລີ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ, ການ​ຮ່ວ​ມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເປີດກວ້າງ​ໂດຍ​ໄວ. ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຈາ​ກ​ພະ​ຍາດ​ໂຄວິດ - 19, ພວກ​ເຮົາ​ສືບ​ຕໍ່​ເຫັນ​ປະ​ຈັກ​ຕາ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຢ່າງ​ແຮງ​ໃນຫຼາຍ​ດ້ານ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ. ການ​ພົວ​ພັນ​ເສດ​ຖະ​ກິດຂອງອົດ​ສະ​ຕາ​ລີ ກັບ ຫວຽດ​ນາມ ແມ່ນ​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ພວມ​ພັດ​ທະ​ນາ, ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ໃນ​ປີ 2022, ອົດ​ສະ​ຕາ​ລີ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 10 ຂອງ ຫວຽດ​ນາມ ແລະ ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຊຸກ​ຍູ້​ບັນ​ດາ​ກາ​ລະ​ໂອ​ກາດ​ທາງ​ການ​ຄ້າ ແລະ ການ​ລົງ​ທຶນ​ໃຫ້​ແກ່​ສອງ​ປະ​ເທດ​ຢ່າງ​ແຮງ​ກ່​ວາ​ອີກ.

ປີ 2018, ຫວຽດ​ນາມ - ອົດ​ສະ​ຕາ​ລີ ໄດ້​ເຊັນ​ສັນ​ຍາ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສຸມ​ໃສ່​ 3 ເສົາ​ຄ້ຳຫຼັກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ແບ່ງ​ປັນ​ກ່ຽວ​ກັບ 3 ເສົາ​ຄ້ຳ​ຮ່ວມ​ມື​ນີ້​ຕື່ມ​ອີກ​ໄດ້​ບໍ່?

ປີ 2018 ແມ່ນ​ປີ​ຂີດ​ໝາຍ​ສຳ​ຄັນ. ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສ້າງ​ໂຄງ​ປະ​ກອບ​ໂດຍ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ສອງ​ຝ່າຍ ແລະ ສຸມ​ໃສ່​ 3 ຂົງ​ເຂດ​ບຸ​ລິ​ມະ​ສິດ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ; ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບເລິກ​ເຊິ່ງ​ກ່​ວາ​ອີກ; ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ພູມປັນ​ຍາ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ.

ຈຸດ​ສຸມຫຼັກ​ໃນ​ເສົາ​ຄ້ຳ​ການຮ່ວມ​ມື​ເສດ​ຖະ​ກິດ​ແມ່ນ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ (EEES) ໂດຍ​ການ​ນຳ​ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ເດືອນ​ທັນ​ວາ ປີ 2021, ເພື່ອ​ແນ​ໃສ່​ນຳ​ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ນອນ​ໃນ​ທອບ 10 ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ແຖວ​ໜ້າ​ຂອງ​ກັນ ແລະ ເພີ່ມ​ການ​ລົງ​ທຶນ​ສອງ​ສົ້ນ​ຂຶ້ນທົບ​ສອງ​ເທົ່າ.

ຍຸດ​ທະ​ສາດ​ກຳ​ນົດ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ຮົ້ວ​ກີດ​ຂວາງ​ໃນ​ປັດ​ຈຸ​ບັນ​ສຳ​ລັບ​ການ​ເຕີບ​ໂຕ​ກ່​ວາ​ທາງ​ການ​ຄ້າ ແລະ ການ​ລົງ​ທຶນ ແລະ ລວມ​ມີ​ບັນ​ດາ​ການ​ຮ່ວມ​ມື​ທີ່​ແທດ​ຈິງ ເຊິ່ງ​ແຕ່​ລະ​ປະ​ເທດ​ຈະ​ປະ​ຕິ​ບັດ​ເພື່ອ​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້.

ຫວຽດ​ນາມ ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ​ທີ່​ສຸດ​ຂອງ ອົດ​ສະ​ຕາ​ລີ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕາ​ລີ ​ປະ​ຈຳຫວຽດ​ນາມ Andrew Goledzinowski (ພາບ: VTC NEWs)

ໃນ​ໄລ​ຍະ​ຈຜ່ານ​ມາ​, ມີ​ຜັກ​ໝາກ​ໄມ້ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ຫຼາຍ​ຊະ​ນິດ​ໄດ້​ມີ​ໜ້າ​ຢູ່​ຕະຫຼາດ​ອົດ​ສະ​ຕາ​ລີ. ກົງ​ກັນ​ຂ້າມ, ກໍ່​ມີ​ຜະ​ລິດ​ຕະ​ພັນ​ຂອງ​ອົດ​ສະ​ຕາ​ລີຫຼາຍ​ຊະ​ນິດ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ບໍ​ລິ​ໂພກ​ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມີ​ຂໍ້​ສັງ​ເກດ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ແງ່​ຫວັງ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ນີ້?

ແງ່​ຫວັງຮ່ວມ​ມື​ດ້ານ​ກະ​ສິ​ກຳ ແລະ ອາ​ຫານ ລະ​ຫວ່າງ​ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ຍັງ​ໃຫຍ່ຫຼວ​ງ​ທີ່​ສຸດ. ກ່ຽວ​ກັບ​ການ​ຄ້າ, ​ໃນ 10 ເດືອນ​ຕົ້ນ​ປີ 2022, ອົດ​ສະ​ຕາ​ລີ ໄດ້​ສົ່ງ​ອອກ​ອາ​ຫານ​ ແລະ ເຄື່ອງ​ດື່ມໄປ​ຍັງ ຫວຽດ​ນາມ 2,36 ຕື້ AUD (ປະ​ມານ 1,678 ຕື້ USD) ເພີ່ມ​ຂຶ້ນ 8,6% ເມື່ອ​ທຽບ​ໃສ່​ກັບ​ປີ 2021.

ກ່ຽວ​ກັບ​ການ​ລົງ​ທຶນ, ບໍ​ລິ​ສັດ SunRice (ອົດ​ສະ​ຕາ​ລີ) ມີ​ໂຮງ​ງານ​ປຸງ​ແຕ່ງ​ເຂົ້າ​ສານ​ຢູ່​ແຂວງ ດົ່ງ​ທາບ, ຮັບ​ປະ​ກັນ​ແຫຼ່ງ​ສ​ະ​ໜອງ​ເຂົ້າ​ສານ​ໃຫ້​ແກ່​ບັນ​ດາ​ຕະ​ຫຼາດ​ຂອງ​ບໍ​ລິ​ສັດ. ບັນ​ດາ​ບໍ​ລິ​ສັດ​ຫວຽດ​ນາມ ກໍ່​ແມ່ນ​ບັນ​ດາ​ນັກ​ລົງ​ທຶນທີ່​ຕັ້ງ​ໜ້າ​ຢູ່​ອົດ​ສະ​ຕາ​ລີ. ປີ 2020, ກຸ່ມບໍ​ລິ​ສັດ TH ໄດ້​ລົງ​ທຶນ​ເງິນ​ເປັນ​ຈຳ​ນວນ 130 ລ້ານ AUD (ປະ​ມານ 92,4 ລ້ານ USD) ເຂົ້າ​ໃນບັນ​ດາ​ຟາມ​ລ້ຽງ​ສັດ ຢູ່​ເຂດ​ພາກ​ເໜືອ ອົດ​ສະ​ຕາ​ລີ. ກຸ່​ມ​ບໍ​ລິ​ສັດ ອານ​ວຽນ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ລົງ​ທຶນ​ເງິນ​ເປັນ​ຈຳ​ນວນ 18 ລ້ານ AUD (ປະ​ມານ 12,8 ລ້ານ USD) ເຂົ້າ​ຟາມ​ລ້ຽງ​ສັດ ຢູ່​ດິນ​ແດນ​ທາງ​ທິດ​ເໜືອ​ໃນ​ປີ 2016.

ມີຫຼາຍ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ອົດ​ສະ​ຕາ​ລີ​ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໄປ​ຍັງ ຫວຽດ​ນາມ. ປີ 2021, ຫວຽດ​ນາມ​ໄດ້​ນຳ​ເຂົ້າ​ອາ​ຫານ​ ແລະ ເຄື່ອງ​ດື່ມ ດ້ວຍ​ມູນ​ຄ່າ 28,23 ຕື້ USD ແຕ່​ໃນ​ນັ້ນ 2,11 ຕື້ USD ແມ່ນມາ​ຈາກ​ອົດ​ສະ​ຕາ​ລີ. ຂົງ​ເຂດ​ດຳ​ເນີນ​ທຸ​ລ​ະ​ກິດ​ກະ​ສິ​ກຳ ແລະ ອາ​ຫານພວມເປີດກວ້າງ​ຂ​ອງ​ອົດ​ສະ​ຕາ​ລີ ໄດ້​ສ້າງ​ກາ​ລະ​ໂອ​ກາດໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຜະ​ລິດ​ອາ​ຫານ​ ແລະ ຜະ​ລິດ​ເສັ້ນ​ຝ້າຍ, ກໍ່​ຄື​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ. ຂົງ​ເຂດ​ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທີ່​ກ້າວ​ໜ້າ​ຂອງ​ອົດ​ສະ​ຕາ​ລີ ກໍ່​ຈະ​ໜູນ​ຊ່ວຍ​ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ດ້ວຍ​ເຕັກ​ໂນ​ໂລ​ຢີ​ໃໝ່ ແລະ ມີ​ການ​ປ່ຽນ​ແປງ​ທີ່ປະ​ດິດ​ຄິດ​ສ້າງ.

ພາຍຫຼັງ​ເຫດ​ການ “Taste of Australia” ເມື່ອ​ເດືອນ​ທັນ​ວາ ປີ 2022, ໃນ​ປີ 2023 ນີ້, ສະ​ຖານ​ທູດ​ມີ​ແຜນ​ການ​ຫຍັງ​ເພື່ອ​ສືບ​ຕໍ່​ແນະ​ນຳ​ຜະ​ລິດ​ຕະ​ພັນ​ອົດ​ສະ​ຕາ​ລີ ​ໄປ​ຍັງ​ຕະຫຼາດ​ຫວຽດ​ນາມ​ອີກບໍ່?

ນອກ​ຈາກ​ລາຍ​ການ“Taste of Australia” ເພື່ອ​ແນ​ໃສ່​ແນະ​ນຳ​ອາ​ຫານ​ການ​ກິນ ແລະ ເຄື່ອງ​ດື່ມ​ອົດ​ສະ​ຕາ​ລີ​ຜ່ານ​ບັນ​ດາ​ຊ່ອງ​ທາງ​ແບບ​ເກົ່າ ແລະ ທາງ​ໄກ ເມື່ອ​ເດືອນ​ພຶດ​ສະ​ພາ ປີ 2023, ສະ​ຖານ​ທູດ ອົດ​ສະ​ຕາ​ລີ ແລະ ຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶ​ນ​ອົດ​ສະ​ຕາ​ລີ ຈະ​ຈັດ​ຕັ້ງລາຍ​ການ Roadshow ພາກ​ພື້ນ ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ຜູ້​ຜະ​ລິດ​ຂອງອົດ​ສະ​ຕາ​ລີ ທີ່​ສະ​ໜອງ​ຊິ້ນ, ເຫຼົ້າ, ອາ​ຫານ​ທະ​ເລ, ນົມ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດກັບບັນດາ​ກາ​ລະ​ໂອ​ກາດກ່ຽວກັບການ​ບໍ​ລິ​ການ​ໂຮງ​ແຮມ ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ໂຮ້ຍອານ, ດ່າ​ນັ້ງ, ເກິ່ນ​ເທີ ແລະ ຍາ​ຈາ​ງ ກໍ່​ຄື​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈີ​ມິນ.

ລາຍ​ການ​ໂດຍ 5 ອົງ​ການ​ອຸດ​ສາ​ຫະ​ກຳ ອົດ​ສະ​ຕາ​ລີ​ປະ​ຕິ​ບັດ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶນ ອົດ​ສະ​ຕາ​ລີ. ດ້ວຍ​ລາ​ຍ​ການ “ເສັ້ນຝ້າຍ​​ຍືນ​ຍົງ ແລະ ແຟ​ຊັ່ນ”, ຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶນ ອົດ​ສະ​ຕາ​ລີ ຈະ​ໂດຍຜ່ານ​ສັບ​ປະ​ດາ​ແຟ​ຊັ່ນ​ສາ​ກົນ ຫວຽດ​ນາມ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ແລະ ຮ່າ​ໂນ້ຍ ເພື່ອ​ໂຄ​ສະ​ນາ​ເສັ້ນ​ຝ້າຍ ແລະ ເສັ້ນແລນ.

ພ້ອມ​ກັບ Woolmark ແລະ Cotton Australia, ຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶນ ອົດ​ສະ​ຕາ​ລີ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາກ່ຽວ​ກັ​ບ​ລະ​ບົບ​ມູນ​ຄ່າ​ເສັ້ນ​ຝ້າຍທີ່ຍືນຍົງຂອງອົດ​ສະ​ຕາ​ລີ ສຳ​ລັບ ຝ້າຍ ແລະ ແລນ. ຄະ​ນະ​ກຳ​ມະ​ການ​ການ​ຄ້າ ແລະ ການ​ລົງ​ທຶນ ອົດ​ສະ​ຕາ​ລີ ກໍ່​ຈະ​ໜູນ​ຊ່ວຍຫຼາຍ​ງານ​ວາງ​ສະ​ແດງ​ທີ່​ແຕກ​ຕ່າງ​ກັນ​ໃນ​ປີ 2023 ຄື Food Hotel Vietnam, Food Hotel Australia, HOFEX, VinExpo ແລະ Fine Food Australia.

ປີ 2023 ຈະ​ແມ່ນ​ປີທີ່​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ເມື່ອ​ສອງ​ປະ​ເທດ​ພ້ອມ​ກັນ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ. ຂໍຮຽນທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ແບ່ງ​ປັນ​ບັນ​ດາ​ແຜນ​ການ ແລະ ການຄາດ​ຄະ​ເນ​ຈະ​ຜັນ​ຂະ​ຫຍາຍ​ໃນ​ປີ​ນີ້ຂອງ​ສະ​ຖານ​ທູດ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ເລິກ​ເຊິ່ງ​ກ່​ວາ​ອີກ​?

ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ແມ່ນ​ຫຼັກໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດຂອງ​ສອງ​ປະ​ເທດ. ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ ຈະ​ສະ​ໜັບ​ສະ​ໜູນ​ຄວາມ​ຫວັງ​ລວມ​ຂອງ​ພວກ​ເຮົາ​ແມ່ນ​ສືບ​ຕໍ່​ຮ່ວມ​ມື, ຮ່ຳ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ ພ້ອມ​ກັນ​ພັດ​ທະ​ນາ​ຜ່ານ​ຍຸດ​ທະ​ສາດ​ທີ່​ແກ່​ຍາວຕະຫຼອດ​ປີ, ສຸມ​ໃສ່​ທຸກ​ແງ່​ມູນນັບແຕ່​ການ​ສຶກ​ສາ, ກະ​ສິ​ກຳ, ການ​ຄ້າ ແລະ ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ຕະຫຼອດ​ຮອດ​ການ​ຮ່ວ​ມ​ມື​ທາງ​ດ້ານ​ດິນ​ຟ້າ​ອາ​ກາດ, ທັກ​ສະ, ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແລະ ​ຄວາມ​ສະ​ເໝີ​ພາບ.

ພວກ​ຂ້າ​ພະ​ເຈົ້າ​ພວມ​ຂຶ້ນ​ແຜນ​ການ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ຈັບ​ໃຈ ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ, ຄວາມ​ຮັກ​ກິ​ລາ, ອາ​ຫານ​ການ​ກິນ ແລະ ເຄື່ອງ​ດື່ມ​ລະ​ດັບ​ໂລກ ກໍ່​ຄື​ສັງ​ຄົມ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ.

ພ້ອມ​ທັງ ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ທີ່​ມີ​ຢູ່​ແລ້ວ, ໃນ​ນັ້ນ​ມີ​ການ​ຄ້າ ແລະ ການ​ລົງ​ທຶນ, ການ​ສຶກ​ສາ ແລະ ຮັກ​ສາ​ສັນ​ຕິ​ພາບ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືໃນການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ພວມ​ເກີດ​ຂຶ້ນ​ຄື: ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ, ປ່ຽນ​ແປງ​ພະ​ລັງ​ງານ ແລະ ຫັນ​ເປັນ​ດີ​ຈີ​ຕອນ.

ບຸນ​ເຕັດ​ປີ​ແມວ ກໍ່​ແມ່ນ​ປີ​ທຳ​ອິດທີ່ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ວັນ​ບຸນ​ເຕັດ​ຂອງ ຫວຽດ​ນາມ?

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງຫຼາຍ​ເລື່ອງ​ລາວກ່ຽວ​ກັບ​ບຸນ​ເຕັດ ແລະ ວິ​ທີ​ການ​ປະ​ຊາ​ຊົນ​ຫວຽດ​ນາມ​ຕ້ອນ​ຮັບ​ບຸນ​ເຕັດ​ແລ້ວ, ເພາະ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ຜ່ານ​ຕົວ​ຈິງ! ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ມີ​ຕົ້ມ​ໄມ້ ແລະ ດອກ​ໄມ້ຫຼາຍ​ຕົ້ນ​ໄດ້​ວາງ​ຂາຍ​ຢູ່​ຕາມຖະ​ໜົນ. ທິວ​ທັດ​ນັ້ນ​ແມ່ນ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ດີ​ທີ່​ສຸດ​ເມື່ອໄດ້​ເຫັນ​​ຖະ​ໜົນ​ຫົນ​ທາງ​ເຕັມ​ໄດ້​ດ້ວຍ​ສີ​ສັນ ແລະ ພະ​ລັງ​ງານ. ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ເມື່ອ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່ ຮ່າ​ໂນ້ຍ ແລະ ໄດ້​ຂຶ້ນ​ແຜນ​ການ​ໃຫ້​ແກ່​ຊຸຸມ​ວັນ​ຈະ​ມາ​ເຖິງ​ແລ້ວ. ສະ​ບາຍ​ດີ​ປີ​ໃໝ່!

ຂໍ​ຂອບ​ໃຈ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.