ລັດ​ຖະ​ບານ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ

00:00 | 13/02/2023

ຍ​ສ​ໝ - ລັດ​ຖະ​ບານ ເຢຍ​ລະ​ມັນ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ກັບ ຫວຽດ​ນາມ ແມ່ນ​ຈຳ​ເປັນ​ເພື່ອ​ສະ​ໜອງ​ສິນ​ຄ້າ​​ສາທາລະະນະທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​​ທົ່ວ​ໂລກໃນ​ອະ​ນາ​ຄົດ, ຍົກ​ຕົວ​ຢ່າງ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​
ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ
ລັດ​ຖະ​ບານ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Olaf Scholz (ພາບ: TTXVN)

ລັດ​ຖະ​ບານ ເຢຍ​ລະ​ມັນ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ກັບ ຫວຽດ​ນາມ ແມ່ນ​ຈຳ​ເປັນ​ເພື່ອ​ສະ​ໜອງ​ສິນ​ຄ້າ​ສາທາລະນະທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​​ທົ່ວ​ໂລກໃນ​ອະ​ນາ​ຄົດ, ຍົກ​ຕົວ​ຢ່າງ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ລັດ​ຖະ​ບານ ເຢຍ​ລະ​ມັນ ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ, ເນັນ​ໜັກ​ເຖິງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ ແລະ ມີ​ຄຸນ​ນະ​ພາບ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ.

ການຕີ​ລາ​ຄາ​ດັ່ງ​ກ່າວ​ ໂດຍ​ລັດ​ຖະ​ບານ ​ເຢຍ​ລະ​ມັນ ​ຍົກ​ອອກ​ມາ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ປະ​ເທດ​ນີ້​ກ່ຽວ​ກັບ​ບັນ​ຫາ​ຮ່ວມ​ມື​ພັດ​ທະ​ນາ​ຂອງ ເຢຍ​ລະ​ມັນ​ ກັບ ຫວຽດ​ນາມ. ລັດ​ຖະ​ບານ ເຢຍ​ລະ​ມັນ ໄດ້​ເລືອກ​ເອົາ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ 8 ຄູ່​ຮ່ວມ​ມືທົ່ວ​ໂລກ​, ​ພ້ອມ​ກັບ ບ​ຣາ​ຊິນ, ຈີນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ເມັກ​ຊີ​ໂກ, ເປ​ຣູ ແລະ ອາບ​ຟ​ຼິກ​ກາ​ໃຕ້. ການ​ຮ່ວມ​ມື​ກັບ​ກຸ່ມ​ປະ​ເທດກວມ​ເອົາ 45% ປ​ະ​ຊາ​ກອນ​ທົ່ວ​ໂລກນີ້ ແມ່ນເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ລວມ​ໃຫ້​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ​ໃນ​ອະ​ນາ​ຄົດ​ຕໍ່​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ຫຼຸດ​ການ​ປ່ອຍ​ທາດ​ກາກບອນ​ລົງ, ມີ​ຄວາມ​ສາ​ມາດ​ຟື້ນ​ຟູ ແລະ ມີລັກ​ສະ​ນະ​ກວມ​ລວມ.

​ໄປ​ຄຽງ​ຄູ່​ກັນ​ນັ້ນ, ໃນ​ການ​ຮ່ວມ​ມື​ພັດ​ທະ​ນາ, ເຢຍ​ລະ​ມັນ​ ກໍ່​ຍູ້​ແຮງ​ການ​ນຳ​ໃຊ້​ຮູບ​ແບບ “ການ​ຮ່ວມ​ມື​ສາມ​ແຈ” (ການ​ຮ່ວມ​ມື​ສາມ​ຝ່າຍ) ດ້ວຍ​ບັນ​ດາ​ປະ​ເທດ​ນີ້ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງທີ່​ມີ​ຍຸດ​ທະ​ສາດ​ກ່​ວາ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ສິນ​ຄ້າສາທາລະນະ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ຄື​ດິນ​ຟ້າ​ອາ​ກາດ ຫຼື ບັນດາຜືນປ່າ​ເຂດ​ຮ້ອນ. ໂດຍ​ອີງ​ຕາມ​ຄວາມ​ສາ​ມາດ ແລະ ຄວາ​ມ​ສຳ​ຄັນ​ໃນ​ພາກ​ພື້ນຂອງ​ບັນ​ດາ​ປະ​ເທດ, ລັດ​ຖະ​ບານ ເຢຍ​ລະ​ມັນ ​ຖື​ການ​ຮ່ວມ​ມື​ກັບ​ກຸ່ມ​ປະ​ເທດ​ນີ້​ແມ່ນ​ສຳ​ຄັນ​ເພື່ອ​ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ, ໃນ​ນັ້ນ​ແຕ່​ລະ​ປະ​ເທດກໍ່​ມີ​ການ​ປະ​ກອບ​ສ່ວນ​ຕາມ​ວິ​ທີ​ການ​ສະ​ເພາະ​ຂອງ​ຕົນ.

ລັດ​ຖະ​ບານ ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ກ່ຽວ​ກັບ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ. ຖ້າ​ວ່າ​ໃນ​ປີ 1993, ຫວຽດ​ນາມ ຍັງ​ມີ 80% ປະ​ຊາ​ກອນ​ພວມ​ປະ​ສົບກັບ​ຄວາມ​ຫຍຸ້ງ​ຍາກ ແລະ ທຸກ​ຍາກ ແຕ່​ຮອດ​ປີ 2020, ຕົວ​ເລກ​ນີ້​ພຽງ​ແຕ່ 5% ເທົ່ານັ້ນ. ຫວຽດ​ນາມ ມີ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ນີ້​ ສ່ວນຫຼາຍ​ແມ່ນ​ການ​ປະ​ຕິ​ຮູບ​ການ​ຕະຫຼາດ, ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ນຳ​ໃຊ້ ແລະ ປົກ​ປ້ອງ​ສິດ​ກຳ​ມະ​ສິດ​ເອ​ກະ​ຊົນ.

ຍ້ອນ​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ພົ້ນ​ເດັ່ນ​ພ້ອມ​ກັບ​ບົດ​ບາດ​ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຜົນ​ສະ​ທ້ອນ​ໃນ​ອາ​ຊຽນ, ລັດ​ຖະ​ບານ ​ເຢຍ​ລະ​ມັນ​ ກໍ່​ສັງ​ເຫດ​ວ່າ ຫວຽດ​ນາມ ມີ​ຄວາມ​ສຳ​ຄັນໃນ​ທົ່ວ​ໂລກ ແລະ ພາກ​ພື້ນ. ການ​ຮ່ວມ​ມື​ກັບ ຫວຽດ​ນາມ ​ແມ່ນ​ຈຳ​ເປັນ​ເພື່ອ​ສະ​ໜອງ​ສິນ​ຄ້າສາທາລະນະ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ​ໃນ​ອະ​ນາ​ຄົດ, ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປ້ອງ​ປ່າ, ປົກ​ປັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ, ລະ​ບົບ​ສະ​ໜອງ​ແບບ​ຍືນ​ຍົງ, ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍື​ນຍົງ.

ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ, ລັດ​ຖະ​ບານ ​ເຢຍ​ລະ​ມັນ ໃຫ້​ຮູ້​ວ່າ ຮັບ​ແຕ່​ປີ 2018 ມາ​ຮອດ​ປັດ​ຈຸ​ບັນ, ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ​ເຊິ່ງ ເຢຍ​ລະ​ມັນ ​ສະ​ໜອງ​ໃຫ້​ແກ່ ຫວຽດ​ນາມ ຕາມ​ຮູບແບບ​ການ​ຮ່ວມ​ມື​ສາມ​ແຈ ໄດ້ບັນ​ລຸ 1,528 ລ້ານ ເອີ​ໂຣ. ໃນ​ປີ 2021, ລັດ​ຖະ​ບານ ເຢຍ​ລະ​ມັນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວ​ຍ​ການ​ຮ່ວມ​ມື​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ໃຫ້​ແກ່ ຫວຽດ​ນາມ ທີ່​ມີ​ມູນ​ຄ່າ 152,11 ລ້ານ ເອີ​ໂຣ. ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ​ປົກ​ປ້ອງ​ດິນ​ຟ້າ​ອາ​ກາດ​ສາ​ກົນ, ປັດ​ຈຸ​ບັນ​ມີ 7 ໂຄງ​ການ​ສອງ​ຝ່າຍທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ດ້ວຍ​ມູນ​ຄ່າ​ປະ​ມານ 25,4 ລ້ານ ເອີ​ໂຣ, ສຸມ​ໃສ່​ການ​ໃຫ້​ຄຳ​ປຶ​ກ​ສາ​ນະ​ໂຍ​ບາຍ​ທາງດ້ານ​ດິນ​ຟ້າ​ອາ​ກາດ​ກ່ຽວ​ກັບ​ຫົວ​ຂໍ້ ຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ, ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາ​ກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ປົກ​ປັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ.

​ໂດຍ​ລວມ​ແລ້ວ, ລັດຖະບານ​ ​ເຢຍລະ​ມັນ ຕີ​ລາຄາວ່າ ​ໝາກຜົນ​ການ​ຮ່ວມ​ມື​ພັດທະນາ​ກັບ ຫວຽດນາມ ​ແມ່ນ “ປະສົບ​ຜົນສຳ​ເລັດ; ຄຸນ​ນະ​ພາບ​ການ​ຮ່ວມ​ມື​ກໍ​ຄື​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ສາມ​ແຈ​ກັບ ​ຫວຽດ​ນາມ ແມ່ນ “ດີ​ຫຼາຍ”. ນະ​ໂຍບາຍ​ພັດທະນາ​ຂອງ​ ເຢຍລະ​ມັນ ​ສວມ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ກັບ ​ອາ​ຊຽນ, ​ໃນ​ນັ້ນ​ມີ​ບັນດາ​ນະ​ໂຍບາຍ​ສິ່ງ​ແວດ​ລ້ອມ-ດິນ​ຟ້າ​ອາກາດ-ພະລັງງານ, ການປົກຄອງ​ທີ່​ດີ, ບຳລຸງ​ສ້າງ​ວິຊາ​ຊີບ, ​ເຊື່ອມ​ໂຍງ, ກົດໝາຍ​ສາກົນ, ຄວາມ​ເປັນລະບຽບ​ຮຽບ​ຮ້ອຍທາງ​ສາກົນ​ທີ່​ອີງ​ໃສ່​​ກົດໝາຍ ແລະ ສິດ​ທິມະ​ນຸດ​.

ລັດຖະບານ ​ເຢຍລະ​ມັນ ກໍ່​ມີ​ແຜນ​ນະ​ໂຍ​ບາຍ​ຊຸກຍູ້ ​ແລະ ປັບປຸງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ຫວຽດນາມ ​ໂດຍ​ຜ່ານ​ບັນດາ​ວິ​ທີ​ການ​ທີ່​ມີ​ຢູ່​ແລ້ວ​ຄື: ຄະນະ​ກຳມະການປະສົມກ່ຽວກັບການ​ຮ່ວມ​ມືດ້ານ​ເສດຖະກິດ ​ຫວຽດນາມ - ​ເຢຍລະ​ມັນ, ພິ​ເສດ​ແມ່ນ​ນັບ​ແຕ່ເວ​ລາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EVFTA) ມີ​ຜົນ​ສັກສິດ​ແຕ່​ປີ 2020. ຫວຽດນາມ ກໍ່​ແມ່ນຈຸດສໍາຄັນ ເມື່ອເຢຍລະມັນ ຫັນ​ລະ​ບົບ​ສະ​ໜອງ​ເປັນຫຼາຍ​ຮູບ​ແບບ. ການ​ຫັນ​ປ່ຽນ​ດ້ານ​ພະ​ລັງ​ງານ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ສະ​ເໝີ​ພາບ​ທາງ​ສັງ​ຄົມ.

ລັດຖະບານ ເຢຍລະ​ມັນ​ ກໍ່ຕີ​ລາຄາ​ວ່າ: ການ​ຮ່ວມ​ມື​ພັດທະນາ​ຂອງ ​ເຢຍລະ​ມັນ ​ໄດ້​ປະກອບສ່ວນໜູ​ຊ່ວຍ​ການ​ເປີດ​ປະ​ຕູ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຊ່ວຍ​ໃຫ້​ຫວຽດນາມ​ພັດທະນາ​ແບບ​ຍືນ​ຍົງ, ປະຕິບັດວິວັດ​ການ​ຫັນປ່ຽນ​ພະລັງງານ​ແບບ​ຍືນ​ຍົງ ​ແລະ ຄວາມ​ຍຸຕິ​ທຳ​ສັງຄົມ, ​ເພີ່ມ​ທະວີ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄວບ​ຄຸມພະຍາດ​ລະບາດ...

​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ໃນ​ກາງ​ເດືອນ​ພະຈິກ 2022, ທ່ານ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Olaf Scholz ​ໄດ້​ຢືນຢັນ​ຄວາມ​ສຳຄັນ​ຂອງ​ທີ່​ຕັ້ງ ​ແລະ ຖາ​ນະບົດບາດ​ຂອງ ຫວຽດນາມ ​ໃນ​ຍຸດ​ທະ​ສາດ​ຂອງ ​ເຢຍລະ​ມັນ ສຳລັບ​ພາກ​ພື້ນ ມະ​ຫາ​ສະ​ໝຸດອິນ​ເດຍ - ​ປາຊີ​ຟິກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Olaf Scholz ຢືນ​ຢັນ​ວ່າ ສຳ​ລັບ ເຢຍ​ລະ​ມັນ, ຫວຽດນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ.

ເມື່ອເຕື້ອງເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ຫັນປ່ຽນ​ພະລັງງານ, ທ່ານ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເຢຍລະ​ມັນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ບັນລຸ​ເປົ້າ​ໝາຍ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ CO2 ​. ບັນດາ​ໂຄງການ​ເຈລະຈາ​ດ້ານ​ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ ​ໄດ້​ເລີ່​ມດຳ​ເນີນ​ໃນ​ປີ 2022 ສ້າງ​ພື້ນຖານ​ໃຫ້ 2 ປະ​ເທດ​ແລກປ່ຽນກ່ຽວກັບ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Olaf Scholz ໃຫ້ຮຸ້ວ່າ ເຢຍລະມັນ ກໍ່ສະໜັບສະໜູນ ຫວຽດນາມ ໃນການເຄື່ອນໄຫວຂອງ ອາຊຽນ, ຜ່ານ​ນັ້ນ ກໍ່ຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ ເຢຍລະມັນ ແລະ ອາຊຽນ ຕື່ມອີກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.