ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ

14:31 | 09/02/2023

​ຍ​ສ​ໝ - ການ​ຢ້ຽມ​ຢາມສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແມ່ນ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄປຍັງ​ສິງ​ກະ​ໂປ ພາຍຫຼັງ 5 ປີ ແລະ ໄປ ບ​ຣູ​ໄນ ​ພາຍຫຼັງ 15ປ​ີ.

93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ. 93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.
ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ (ພາບ: TTXVN)

ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ

ການ​ຢ້ຽມ​ຢາມສິງ​ກະ​ໂປ​ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແມ່ນ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄປຍັງສິງ​ກະ​ໂປ ພາຍຫຼັງ 5 ປີ ແລະ ໄປ ບ​ຣູ​ໄນ​ ພາຍຫຼັງ 15ປ​ີ.

ໂດຍ​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສິງ​ກະ​ໂປ ລີຊຽ​ນ​ລຸງ ແລະ ສົດ​ເດັດ Sultan Haji Hassanal Bolkiah ແຫ່ງ ບ​ຣູ​ໄນ ດາຣູຊາລາມ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ໄປ​ຢ້ຽມ​ຢາມ ປະ​ເທດ ສ.ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາຣູຊາລາມ ຢ່າ​ງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 – 11 ກຸມ​ພາ ປີ 2023

ນີ້​ແມ່ນ​ການ​ຢ້ຽມ​ຢາມສິງ​ກະ​ໂປ​ງ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແມ່ນ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄປຍັງ​ສິງ​ກະ​ໂປ ພາຍຫຼັງ 5 ປີ ແລະ ໄປ ບ​ຣູ​ໄນ ​ພາຍຫຼັງ 15ປ​ີ. ກ​ານ​ຢ້ຽມ​ຢ​າມ​ສິງ​ກະ​ໂປ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ.

ປີ 2023, ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ສຳ​ລັບ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ແລ້ວ,ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ການ​ພັດ​ທະ​ນາ​ອັນ​ດີ​ງາມ. ສອງ​ປະ​ເທດ​ໄດ້​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 2022.

ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ສິງ​ກະ​ໂປ ແລະ ຫວຽດ​ນາມ - ບ​ຣູ​ໄນ ດາ​ຣູ​ຊາ​ລາມ

ການ​ແລກ​ປ່ຽນ​ຄະ​ນະ, ພົບ​ປະ​ຂັ້ນ​ສູງ ແລະ ບັນດາ​ຂັ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້ຮັບການ​ຮັກ​ສາ​ເປັນ​ປະ​ຈຳ, ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ປີ 2022 ຜ່ານ​ມາ ການ​ຢ້ຽມ​ຢາມສິງ​ກະ​ໂປ​ ທາງ​ລັດ​ຖະ​ກິດຂອງ​ທ່ານ​ປະ​ທານ​ປະ​ເທ​ດ ຫງວຽນ​ຊວັນ​ຟຸກ (ເດືອນ​ກຸມ​ພາ 2022), ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ກ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິງ​ກະ​ໂປ Tan Chuan-Jin (ເດືອ​ນ​ພຶດ​ສະ​ພາ ປີ 2022), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ປະ​ສານ​ງານ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ ສິງ​ກະ​ໂປ Heng Swee Keat ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ກັນ​ຍາ ປີ 2022, ທ່ານປະ​ທາ​ນາ​ທິບ​ໍ​ດີ ສິງ​ກະ​ໂປ Halimah Yacob ຢ້ຽມ​ຢາມ ຫວຽດ​ນາມ ທາງ​ລັດ​ຖະ​ກິດ ໃນ​ເດືອນ​ຕຸ​ລາ ປີ 2022.

ກ່ຽວ​ກັບ​ການ​ລົງ​ທຶນ, ການ​ຄ້າ, ສິ​ງ​ກະ​ໂປ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ສຳ​ຄັນ​ແຖວ​ໜ້າ​ຂອງ ຫວຽດ​ນາມ ​ໃນ​ພາກ​ພື້ນ.

ຍອດ​ວົງ​ເງິນ​ການ​ຄ້າ​ປີ 2022 ບັນ​ລຸ​ປະ​ມານ 9 ຕື້ USD, ເພີ່ມ​ຂຶ້ນ 10,1% ເມື່ອ​ທຽບ​ໃສ່​ກັບ​ປີ 2021 (ປີ 2021 ບັນ​ລຸ 8,3 ຕື້ USD)

ສ່ວນ ຫວຽດ​ນາມ ແລະ ບ​ຣູ​ໄນ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ວັນ​ທີ 29 ກຸມ​ພາ ປີ 1992, ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອ​ບ​ດ້ານ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຫວຽດ​ນາມ ​ຂອງ​ກະ​ສັດ ບ​ຣູນ​ໄນ ດາ​ຣູ​ຊາ​ແລມ​ໃນ​ເດືອນ ມີ​ນາ 2019.

ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ພັນ​ລະ​ຍາ ​ສະ​ແດງ​ໃຫ້​ເຫັນ​ຄວາ​ມ​ຖື​ເປັນ​ສຳ​ຄັນ ແລະ ຄວາມ​ຫວັງ​ຢາກ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສອງ​ປະ​ເທດ ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ອາ​ຊຽນ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ ແລະ ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ… ກ່​ວາ​ອີກ, ຮ່ວມ​ມື​, ​ປະ​ສານາົມທົບ​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ໃນ​ນັ້ນ​ມີ​ການ​ສົມ​ທົບ​ກັນ​ໃນ​ອາ​ຊຽ​ນ ແລະ ບັນ​ດາ​ເວ​ທີ​ປາ​ໄສ, ອົງ​ການ​ພາກ​ພື້ນ ແລະ ສາ​ກົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.