ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ

08:30 | 16/01/2023

ຍ​ສ​ໝ - ການ​ພົບ​ປະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່າ​ນນາງ Ariadne Feo Labrada, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ສ.ກູບາ ປະຈຳນະ​ຄອນ​ໂຮ່​ຈີ​ມິນ ແລະ ສາ​ມີ, ທ່ານ​ນາງ ເຈືອງ​ທິ​ຮຽນ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ ໂຮ່​ຊວັນ​ເລິມ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ພັນ​ເອກ ບູຍ​ຮຶວ​ຮ​ວຽນ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ ກອງ​ພັນ 261 Giron ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ພະ​ແນກ, ຄະ​ນະ, ​ຂະ​ແໜງ​ການນະ​ຄອນ.

ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
ຜູ້​ເຊຍ ຫວຽດ​ນາມ ສ້າງ​ບັນ​ຍາ​ກາດ​ຢູ່ ວຽງ​ຈັນ ຜູ້​ເຊຍ ຫວຽດ​ນາມ ສ້າງ​ບັນ​ຍາ​ກາດ​ຢູ່ ວຽງ​ຈັນ
ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ
ການ​ພົບ​ປະ

ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ການ​ພົບ​ປະເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 64 ປິ​ແຫ່ງວັນ​ຊາດ ປະ​ເທດ ສ.ກູ​ບາ (1/1/1959 – 1/1/2023).

ການ​ພົບ​ປະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່າ​ນນາງ Ariadne Feo Labrada, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ສ.ກູູບາ ປະຈຳ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ສາ​ມີ, ທ່ານ​ນາງ ເຈືອງ​ທິ​ຮຽນ ປະ​ທານ​ສະ​ມ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູູບາ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ ໂຮ່​ຊວັນ​ເລິມ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ພັນ​ເອກ ບູຍ​ຮຶວ​ຮ​ວຽນ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່ພົວ​ພັນ ກອງ​ພັນ 261 Giron ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ພະ​ແນກ, ຄະ​ນະ, ​ຂະ​ແໜງ​ການນະ​ຄອນ.

ໃນ​ບັນ​ຍາ​ກາດ​ອັນເບີກ​ບານ​ມ່ວນ​ຊື່ນ​ຂອງ​ການ​ພົບ​ປະ, ທ່ານ​ນາງປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກູ​ບາ​ນະ​ຄອນ​ໂຮ່​ຈີ​ມິນ ເຈື່ອງ​ທິ​ຮຽນ ໄດ້​ຢ້ຳ​ຄືນ​ບັນ​ດາ​​ໜ້າ​ປະ​ຫວັດ​ສາດ​ທີ່ອົງ​ອາດ​ກ້າ​ແກ່ນ ແລະ ສະ​ຫງ່າ​ລາ​ສີ​ໃນ​ກິດ​ຈະ​ກຳ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ ເຊິ່ງຈຸດສູງ​ສຸດ​​ແມ່ນ​ໄຊ​ຊະ​ນະ​ປະ​ຫ​ວັດ​ສາດ​ວັນ​ທີ 1 ມັງ​ກອນ 1959 ຂອງ​ ກູ​ບາ. ພ້ອມ​ທັງ​ຍ້ອງ​ຍໍ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ກຸ​ບາ, ການ​ພົວ​ພັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກບໍ່ຈັກວ່າເທົ່າໃດ​ ແຕ່​ຍັງ​ຮັກ​ສາ​ນ້ຳ​ໃຈ​ສະ​ໜິດ​ຕິດ​ພັນໄວ້ໄດ້.

ຕາມ​ທ່າ​ນ​ນາງ ເຈຶອງ​ທິ​ຮຽນ ​ແລ້ວ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ກຸບາ ​ໃນ​ປັດ​ຈຸ​ບັນ​ໄດ້​ຮັບ​ການ​ເປີດກວ້າງ​ໃນຫຼາຍ​ຂົງ​ເຂດ​ຄື: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ນ້ຳ​ມັນ​ອາຍແກັດ, ກໍ່​ສ້າງ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ - ເຕັກ​ນິກ…ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອແນໃສ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ສອງ​ຝ່າຍ​ໃນ​ປີ​ຜ່ານ​ມາ ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ນະ​ຄອນ​ໂຮ່​ຈີ​ມິນ ພ້ອມ​ກັບ​ບັນ​ດາສາຂາສະ​ມາ​ຄົມ​ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ​ໃຫຍ່ ກູ​ບາ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຄື: ຈັດ​ຕັ້ງ​ການ​ພົບ​ປະ​ສະ​ເຫຼີມ​ສະຫຼອງ 63 ປີ​ແຫ່ງວັນ​ຊາດ ສ.ກູບາ, ສະ​ເຫຼີມ​ສະຫຼອງ 69 ປີ​ໄຊ​ຊະ​ນະ Moncada, ສະ​ເຫຼີມ​ສະຫຼອງ 61 ປີ​ແຫ່ງ​ໄຊ​ຊະ​ນະ Giron, ກິດ​ຈະ​ກຳແຕ້ມ​ພາບ​ລະ​ດົມ​ກຳ​ລັງ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ໃນ​ຝາ​ຂອງ​ສະ​ຖານ​ກົງ​ສູນ​ໃຫຍ່​ກູ​ບາ. ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ຍ້ອງ​ຍໍ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ໂຄ​ສະ​ນາ​ບັນ​ດາ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳຂອງ​ສອງ​ປະ​ເທດ, ສອງ​ຊາດ.

ທ່າ​ນ​ນາງ Ariadne Feo Labrada ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ກຸ​ບາ ປະ​ຈຳ​ນະ​ຄອນ​ໂຮ​ຈີ​ມິນ​ ໄດ້​ຫວນ​ຄື​ບັນ​ດາ​ຜົນ​ງານ​ຂອງ ​ສ.ກູບາ​ ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ຕີ​ລາ​ຄາ​ວ່າ ປີ 2022 ແມ່ນ​ປີ​ປະ​ສົບ​ຜົນ​ສຳ​ເລັດ​ສຳລັບ​ການ​ພົວ​ພັນ​ສອງ​ປະ​ເທດ. ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ເຊິ່ງ ຫວຽດ​ນາມ ແລະ ກຸ​ບາ ໄດ້​ປະ​ຕິ​ບັດ​ຢ່າງ​ພົ້ນ​ເດັ່ນ​ຄື​ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Manuel Marrero Cruz , ການ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈີ​ມິນ​ຂອງທ່ານ Fernando González Llort ປະ​ທານ​ສະ​ຖາ​ບັນ​ກຸ​ບາ​ມິດ​ຕະ​ພາບ ກັບ​ບັນ​ດາ​ຊົນ​ຊາດ, ວິ​ລະ​ຊົນ​ ສ.ກຸ​ບາ ແລະ ຫຼາຍ​ເຫດ​ການ​ດ້ານອາ​ຫານ​ການ​ກິນ, ດົນ​ຕີ, ການ​ທ່ອງ​ທ່ຽວ​ໄດ້​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ນາງ ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ກຸ​ບາ - ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ແບບ​ຢ່າງ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ສາ​ກົນ ແລະ ປັດ​ຈຸ​ບັນ, ການ​ພົວ​ພັນ​ນັ້ນ ນັບ​ມື້​ກໍ່ນັບ​ໝັ້ນ​ແກ່ນ, ພັດ​ທະ​ນາ​ໃນ​ທຸກ​ດ້ານ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.